ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ: ການ​ໂຈມ​ຕີ​ທາງ​ອາ​ກາດ ໄດ້ສັງ​ຫານ​ຜູ້​ບົງ​ການ ໂຈມ​ຕີ​ກຳ​ປັ່ນ USS Cole


ກຳ​ປັ່ນ​ພິ​ຄາດ USS Cole ຖືກ​ແກ່​ຈາກ​ເມືອງ​ທ່າ​ເຮືອ ເອ​ເດັນ (Aden), ປະ​ເທດ ເຢ​ເມນ, ໂດຍເຮືອ​ລາກ USNS Catawba, 29 ຕຸ​ລາ, 2000.
ກຳ​ປັ່ນ​ພິ​ຄາດ USS Cole ຖືກ​ແກ່​ຈາກ​ເມືອງ​ທ່າ​ເຮືອ ເອ​ເດັນ (Aden), ປະ​ເທດ ເຢ​ເມນ, ໂດຍເຮືອ​ລາກ USNS Catawba, 29 ຕຸ​ລາ, 2000.

ບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ​ ສະ​ຫະ​ລັດ ໄດ້​ຢືນ​ຢັນ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ
ສະຫະລັດ ໃນອາທິດແລ້ວນີ້ ໄດ້ສັງຫານນຶ່ງໃນຈຳນວນຜູ້ທີ່ຖືກກ່າວຫາວ່າ ເປັນຜູ້ບົງ
ການ ກ່ຽວກັບ ການລະເບີດກຳປັ່ນ USS Cole ເຊິ່ງເຮັດໃຫ້ທະຫານເຮືອ 17 ເສຍຊີ
ວິດໃນປີ 2000.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີ​ ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ກອງ​ທັບ​
ທີ່ຍິ່ງໃຫຍ່ຂອງພວກເຮົາ ໄດ້ນຳເອົາຄວາມເປັນທຳໄປໃຫ້ວິລະບູລຸດຜູ້ທີ່ໄດ້ເສຍຊີວິດ
ແລະ ບາດເຈັບໃນການໂຈມຕີທີ່ຂີ້ຂາດຕາຂາວ ໃສ່ກຳປັ່ນ USS Cole. ພວກເຮົາ
ໄດ້ສັງຫານຫົວໜ້າຂອງການໂຈມຕີນັ້ນຊື່ວ່າ, ທ້າວ ຈາມາລ ອາລ-ບາດາວີ. ທ່ານໄດ້
ກ່າວຕື່ມວ່າການໂຈມຕີຂອງ ສະຫະລັດ ຕໍ່ພວກ ອາລ-ໄກດາ ຈະສືບຕໍ່ໄປ. ທ່ານເວົ້າ
ວ່າ “ພວກເຮົາຈະບໍ່ມີວັນຢຸດ ໃນການຕໍ່ສູ້ຂອງພວກເຮົາ ກັບພວກລັດທິກໍ່ການຮ້າຍ
ອິສລາມຫົວຮຸນແຮງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ຖືກ​ຄາດ​ການ​ໄວ້​ຂອງ ສະ​ຫະ
ລັດ ໃນເມືອງ ມາຣິບ ທີ່ເປັນເຂດປົກຄອງຂອງລັດຖະບານ ເຢເມນ ໃນວັນອັງຄານທີ່
ຜ່ານມານັ້ນ ໄດ້ແນເປົ້າໃສ່ທ້າວ ອາລ-ບາດາວີ, ໜ່ວຍປະຕິບັດການຂອງກຸ່ມ ອາລ-
ໄກດາ ນຶ່ງໃນຫົກຄົນທີ່ຖືກຕັດສິນວ່າ ມີຄວາມຜິດ ກ່ຽວກັບ ການລະເບີດ ແລະ ເປັນ
ນັກໂທດຫຼົບໜີ ໃນລາຍຊື່ນັກກໍ່ການຮ້າຍ ທີ່ອົງການ FBI ຕ້ອງການຕົວທີ່ສຸດ.

ຖະ​ແຫຼງ​ການ​ຈາກ​ສູນ​ບັນ​ຊາ​ການ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ທ້າວ
ຈາມາລ ອາລ-ບາດາວີ ແມ່ນມູນເຊື້ອຂອງໜ່ວຍປະຕິບັດການ ອາລ-ໄກດາ ໃນປະ
ເທດ ເຢເມນ ທີ່ມີສ່ວນຮ່ວມ ໃນການລະເບີດກຳປັ່ນ USS Cole. ກອງກຳລັງ ສະຫະ
ລັດ ໄດ້ຢືນຢັນຜົນຂອງການໂຈມຕີ ລຸນຫຼັງຂັ້ນຕອນການປະເມີນຜົນຢ່າງລະອຽດ.”

ໃນ​ເດືອນ​ຕຸ​ລາ​ປີ 2000, ທະ​ຫານ​ເຮືອ ອາ​ເມ​ຣິ​ກັນ 17 ຄົນ​ຈາກ​ກຳ​ປັ່ນ USS Cole ​
ຕິດລູກສອນໄຟນຳວິຖີ ໄດ້ເສຍຊີວິດ ໃນການໂຈມຕີດ້ວຍລະເບີດສະຫຼະຊີບຢູ່ທ່າເຮືອ
ເອເດັນ. ທະຫານເຮືອອີກຫຼາຍສິບຄົນ ໄດ້ຮັບບາດເຈັບ. ກຸ່ມອາ​ລ-ໄກ​ດາ ໄດ້​ອ້າງ​ເອົາ
ຄວາມຮັບຜິດຊອບ.

ທ້າວ ອາ​ລ-ບາ​ດາ​ວີ ໄດ້​ຖືກ​ຈັບ​ກຸມ​ໂດຍ​ເຈົ້າ​ໜ້າ​ທີ່ ເຢ​ເມນ ໃນ​ປີ 2000, ແລະ ໄດ້​ຫຼົບ
ໜີອອກຈາກຄຸກໃນປີ 2003, ແລະ ຖືກຈັບຄືນໂດຍເຈົ້າໜ້າທີ່ ເຢເມນ ໃນປີ 2004,
ແລະ ໄດ້ຫຼົບໜີອີກຄັ້ງນຶ່ງໃນປີ 2006.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG