ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ທຸກທາງເລືອກ 'ຈະນຳອອກມາ ພິຈາລະນາ' ຫຼັງຈາກ ເກົາຫຼີເໜືອ ໄດ້ຍິງລູກສອນໄຟ ຂຶ້ນໄປ


US NOKOR
please wait
Embed

No media source currently available

0:00 0:02:45 0:00

ເກົາຫຼີເໜືອ ໄດ້ຍອມຮັບວ່າ ໄດ້ຍິງລູກສອນໄຟຂີປະນາວຸດ ຂ້າມປະເທດຍີ່ປຸ່ນ ໂດຍ
ກ່າວວ່າ ມັນເປັນການຕອບໂຕ້ ຕໍ່ການຊ້ອມລົບຮ່ວມກັນ ໂດຍ ເກົາຫຼີໃຕ້ ກັບ ສະຫະລັດ
ໃນປັດຈຸບັນນີ້.

ຊາຍຄົນນຶ່ງ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບຂ່າວ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 29 ສິງຫາ 2017.
ຊາຍຄົນນຶ່ງ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບຂ່າວ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 29 ສິງຫາ 2017.

ໃນລາຍງານທີ່ສົ່ງຈາກພຽງຢາງ ເມື່ອຕອນເຊົ້າວັນພຸດມື້ນີ້ ອົງການສູນກາງຂ່າວ ຂອງ
ທາງການເກົາຫຼີເໜືອ ຫຼື KCNA ໄດ້ອ້າງເຖິງຄຳເວົ້າຂອງຜູ້ນຳ Kim Jong Un ທີ່ກ່າວ
ວ່າ ການຊ້ອມຍິງລູກສອນໄຟຂີປະນາວຸດ Hwasong-12 ລັດສະໝີປານກາງ ເປັນ
“ຄືກັນກັບສົງຄາມທີ່ແທ້ຈິງ” ແລະ ເປັນບາດກ້າວທຳອິດ ຂອງການປະຕິບັດການ
ໃນມະຫາສະໝຸດປາຊີຟິກ ໂດຍກອງທັບເກົາຫຼີເໜືອ ແລະ ເປັນ “ເຫດການທີ່ມີ
ຄວາມໝາຍ ຊຶ່ງຈະນຳໄປສູ່ການມີເກາະ Guam ຮ່ວມນຳດ້ວຍ.”

ຜູ້ນຳເກົາຫຼີເໜືອ Kim Jong Un ກວດກາເບິ່ງ ການຊ້ອມຍິງລູກສອນໄຟຂີປະນາວຸດ ລັດສະໝີປານກາງຫາໄກ ໃນຮູບໃໝ່ນີ້ ທີ່ເປີດເຜີຍໂດຍ ອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອໃນນະຄອນຫຼວງພຽງຢາງ, ວັນທີ 30 ສິງຫາ 2017.
ຜູ້ນຳເກົາຫຼີເໜືອ Kim Jong Un ກວດກາເບິ່ງ ການຊ້ອມຍິງລູກສອນໄຟຂີປະນາວຸດ ລັດສະໝີປານກາງຫາໄກ ໃນຮູບໃໝ່ນີ້ ທີ່ເປີດເຜີຍໂດຍ ອົງການສູນກາງຂ່າວ ຂອງທາງການເກົາຫຼີເໜືອໃນນະຄອນຫຼວງພຽງຢາງ, ວັນທີ 30 ສິງຫາ 2017.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ແລະ ຜູ້ນຳຂອງຍີ່ປຸ່ນ ທ່ານ Shinzo
Abe ໄດ້ຕົກລົງເຫັນດີ ໃນການໂອ້ລົມຜ່ານທາງໂທລະສັບ ໃນວັນພຸດມື້ນີ້ ວ່າ ຈະຕ້ອງ
ໃຊ້ຄວາມກົດດັນທີ່ໜັກທີ່ສຸດ ເພື່ອຈະເຮັດໃຫ້ເກົາຫຼີເໜືອ ມາພົວພັນໃນການເຈລະຈາ
ແກ້ໄຂວິິກິດການທີ່ມີຢູ່ເລືຶ້ອຍມາ.

ທ່ານ Park Soo-hyun ໂຄສົກຂອງປະທານາທິບໍດີ ເກົາຫຼີໃຕ້ ກ່າວວ່າ “ປະທານາ
ທິບໍດີ Moon ກ່າວວ່າ ການຍິງລູກສອນໄຟຂີປະນາວຸດ ລັດສະໝີປານກາງ ທີ່ບິນ
ຂ້າມນ່ານຟ້າຂອງຍີ່ປຸ່ນ ບໍ່ໄດ້ເປັນການເກາະຜິດທຳມະດາ ແຕ່ເປັນການກະທຳ
ທີ່ຮຸນແຮງຕໍ່ເພື່ອນປະເທດໄກ້ຄຽງ.”

ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານ Wang Yi ໄດ້ກ່າວຕໍ່ບັນດານັກຂ່າວ
ໃນວັນພຸດມື້ນີ້ ວ່າ ຈີນ ກຳລັງທຳງານກັບບັນດາສະມາຊິກ ສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ຄົນອື່ນໆ ແລະ ຫວັງວ່າ ຄວາມພະຍາຍາມເຫຼົ່ານັ້ນ
ຈະສາມາດຊ່ອຍແກ້ໄຂວິກິດການດ້ານນິວເຄລຍໄດ້ ຢ່າງສັນຕິ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຮັບຟັງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ສິງຫາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຮັບຟັງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ສິງຫາ 2017.

ສ່ວນປະທານາທິບໍດີ ດໍໂນລ ທຣຳ ແມ່ນໄດ້ກ່າວ ໃນຖະແຫລງການສະບັບວັນອັງຄານ
ວານນີ້ ວ່າ “ທາງເລືອກທຸກຢ່າງ ແມ່ນຈະນຳເອົາມາພິຈາລະນາ” ຫຼັງຈາກການຍິງ
ລູກສອນໄຟ ຄັ້ງຫຼ້າສຸດຂອງເກົາຫຼີເໜືອ.

ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ທີ່ໄດ້ຖືກເປີດເຜີຍ ໂດຍທຳນຽບຂາວ
ວ່າ ເກົາຫຼີເໜືອ “ໄດ້ສົ່ງສັນຍານ ການດູຖູກ ຕໍ່ບັນດາປະເທດເພື່ອນບ້ານ ຂອງຕົນ
ຕໍ່ບັນດາສະມາຊິກ ອົງການສະຫະປະຊາຊາດ ແລະ ຕໍ່ມາດຕະຖານຂັ້ນຕ່ຳ ຂອງ
ພຶດຕິກຳທີ່ພໍຍອມຮັບໄດ້ໂດຍສາກົນ.”

ຊົມ: ເອກອັກຄະລັດຖະທູດ ສະຫະລັດ ປະຈຳ UN ທ່ານນາງ Nikki Haley ກ່າວຖະແຫລງ ກ່ຽວກັບ ເກົາຫຼີເໜືອ

Haley Slams N. Korea Missile Launch
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG