ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ ພ້ອມ​ແລ້ວ ທີ່​ຈະ​ຮັບ​ມື​ກັບ​ຂອງຂວັນ ວັນຄ​ຣິ​ສ​ມັ​ສ ຂອງ ເກົາຫຼີ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ສະ​ໜາມ​ກິ​ລາ ແຄ​ລ​ລອກ, ເມືອງ ແບັດ​ເທິ​ລ ຄ​ຣີກ, ລັດ ມິ​ຊິ​ແກັນ. 18 ທັນ​ວາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ສະ​ໜາມ​ກິ​ລາ ແຄ​ລ​ລອກ, ເມືອງ ແບັດ​ເທິ​ລ ຄ​ຣີກ, ລັດ ມິ​ຊິ​ແກັນ. 18 ທັນ​ວາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ “ຂອງ​ຂວັນ​ວັນ ຄ​ຣິ​ສ​ມັ​ສ” ທຸກຮູບ​ແບບ​ທີ່ ເກົາຫຼີ​ເໜືອ ໄດ້​ຂົ່ມ​ຂູ່​ທີ່​ຈະ​ສົ່ງ​ໃຫ້​ທ່າມ​ກາງ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ທີ່​ໄດ້​ຢຸດ​ຄ້າງ ​ລະ​ຫວ່າງ​ສ​ອງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ບາງ​ເທື່ອ​ມັນ​ແມ່ນ​ຂອງ​ຂວັນ​ທີ່​ລາວ​ຈະ​ສົ່ງ​ໂຖດອກ​ໄມ້​ງາມໆ​ໃຫ້​ຂ້າ​ພະ​ເຈົ້າ ດັ່ງ​ກັບ​ການ​ຄັດ​ຄ້ານ​ຕໍ່​ສິດ​ທິ​ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟ. ຂ້າ​ພະ​ເຈົ້າ​ອາດ​ໄດ້​ຮັບ​ໂຖດອກ​ໄມ້.”

ເກົາຫຼີ​ເໜືອ ໄດ້​ຮຽກ​ຮ້ອງ​ໃຫ້​ ສະ​ຫະ​ລັດ ທຳ​ການ​ຜ່ອນ​ຜັນ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ແລະ ໄດ້​ເຕືອນ​ໃນ​ຕົ້ນ​ເດືອນນີ້​ວ່າ “ທຸກ​ຢ່າງ​ມັນ​ຂຶ້ນ​ກັບ ສະ​ຫະ​ລັດ ວ່າ​ເຂົາ​ເຈົ້າ​ຈະ​ເລືອກ​ຫຍັງ​ເປັນ​ຂອງ​ຂວັນ.”

ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ໄດ້​ຢຸດ​ຊະ​ງັກ​ນັບ​ຕັ້ງ​ແຕ່​ເດືອນ​ກຸມ​ພາ​ເປັນ​ຕົ້ນ​ມາ ດ້ວຍ ເກົາຫຼີ​ເໜືອ ພະ​ຍາ​ຍາມ​ຂໍຫຼຸດ​ຜ່ອນ​ມາດ​ຕະ​ການ​ລົງ​ໂທດ ກ່ອນ​ທີ່​ຈະ​ຍອມ​ປົດ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ຊ່ອງ​ທາງ​ທີ່ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ໃນ​ປັດ​ຈຸ​ບັນ​ນີ້.

ໃນ​ເດືອນ​ທີ່​ຜ່ານ​ມາ, ເກົາຫຼີ​ເໜືອ ໄດ້​ດຳ​ເນີນ​ການ​ຍິງ​ສິ່ງ​ທີ່​ຖືກ​ເອີ້ນ​ວ່າ “ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ລູກ​ທີ່​ມີ​ຂະ​ໜາດ​ໃຫຍ່ຫຼາຍ,” ເປັນ​ຄັ້ງ​ທີ​ສີ່​ຂອງ​ເຂົາ​ເຈົ້າ​ໃນ​ປີ 2019 ແລະ ໄດ້​ເຕືອນ​ວ່າ​ໃນ​ໄວໆ​ນີ້​ເຂົາ​ເຈົ້າ​ອາດ​ຍິງ “ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ແທ້” ໃນ​ບໍ​ລິ​ເວນ​ໃກ້​ກັບປະ​ເທດ ຍີ່​ປຸ່ນ.

ເກົາຫຼີ​ເໜືອ​ ໄດ້​ທົດ​ລອງ​ລູກ​ສອນ​ໄປ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ຄັ້ງ​ສຸດ​ທ້າຍ​ໃນ ເດືອນ​ພະ​ຈິກ​ປີ 2017, ແລະ ໄດ້​ດຳ​ເນີນ​ການ​ທົດ​ລອງ​ລະ​ເບີດ​ນິວ​ເຄ​ລຍ​ໃນ​ປີ​ເດືອນ​ກັນ​ຍາ 2017.

ໃນເດືອນ​ເມ​ສາ 2018, ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້​ປະ​ກາດກ​ານ​ຍືດ​ເວ​ລາ​ດ້ວຍ​ ຕົນ​ເອງ ກ່ຽວ​ກັບ ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແລະ ລະ​ເບີດ​ນິວ​ເຄ​ລຍ, ໂດຍ​ເວົ້າ​ວ່າ ເກົາຫຼີ​ເໜືອ “ບໍ່​ຕ້ອງ​ການ ການ​ທົດ​ລອງ​ທີ່​ວ່າ​ນັ້ນ​ອີກ​ແລ້ວ.”

ເມື່ອບໍ່​ດົນ​ມາ​ນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່ ເກົາຫຼີ​ເໜືອ ໄດ້​ປະ​ກາດ​ການ​ເຕືອນ​ວ່າ ການ​ຢຸດ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ແລະ ລະ​ເບີດ​ນິວ​ເຄ​ລຍ ແມ່ນ​ການ​ກຳ​ນົດ​ຂຶ້ນ​ດ້ວຍ​ຕົນ​ເອງ ແລະ ສາ​ມາດ​ຕ່າວ​ປີ້ນ​ໄດ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG