ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ວ່າ ໄວຣັສໂຄໂຣນາ ຈະ 'ລະບາດຢ່າງ ເປັນຕາຢ້ານ' ເຮັດໃຫ້ມີການຕາຍໃນ ສຫລ ພຸ່ງສູງຂຶ້ນຕື່ມອີກ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ກ່ຽວກັບ ໄວຣັສໂຄໂຣນາ ຢູ່ໃນສວນກຸຣາບ ຂອງທຳນຽບຂາວາ ເມື່ອວັນທີ 30 ມີນາ, 2020, ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ກ່ຽວກັບ ໄວຣັສໂຄໂຣນາ ຢູ່ໃນສວນກຸຣາບ ຂອງທຳນຽບຂາວາ ເມື່ອວັນທີ 30 ມີນາ, 2020, ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ເອີ້ນໄວຣັສໂຄໂຣນາ
ວ່າ ຈະ “ລະບາດໄປຢ່າງເປັນຕາຢ້ານ” ທີ່ນຳໄປສູ່ການເພີ້ມສູງຂຶ້ນຂອງການເສຍຊີວິດ
ໃນສະຫະລັດ ອີກບໍ່ເທົ່າໃດມື້ແລະສອງສາມອາທິດຂ້າງໜ້ານີ້.

ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ໄດ້ຮຽກໃຫ້ຊາວອາເມຣິກັນທັງຫຼາຍ ຊືບຕໍ່ປະຕິບັດການຢູ່
ຫ່າງຈາກສັນຄົມ ຕະຫຼອດເຖິງ ວັນທີ 30 ເມສາ ທ່ານທຣຳ ໄດ້ກ່າວຕໍ່ລາຍການ “Fox
& Friends” ວ່າ “ຕົວເລກການເສຍຊີວິດຈະພຸ່ງສູງຂຶ້ນ ແລະຕໍ່ຈາກນັ້ນ ມັນກໍຈະຫລຸດ
ລົງມາ ແລະອັນນັ້ນ ກໍຈະເປັນວັນທີ່ດີ. ພາຍໃນວັນທີ 1 ມິຖຸນາ ພວກເຮົາຄຶດວ່າ ການ
ເສຍຊີວິດ ຈະຕ່ຳລົງ.”

“ບໍ່ມີຜູ້ໃດ ເປັນຫ່ວງເປັນໃຍຫຼາຍກວ່າຂ້າພະເຈົ້າ ກ່ຽວກັບປະເທດຊາດ” ທ່ານທຣຳ
ໄດ້ກ່າວໄປ ໃນຂະນະທີ່ບັນດານັກຊ່ຽວຊານດ້ານສາທາລະນະສຸກ ຄາດຄະເນວ່າ
ຈະມີຊາວອາເມຣິກັນ 100,000 ຄົນ ຫຼື ຫຼາຍກວ່ານີ້ ທີ່ອາດຈະຕາຍຍ້ອນ ການລະ
ບາດຂອງໄວຣັສໂຄໂຣນາ ຊຶ່ງເປັນປະມານ 50 ເທົ່າຂອງຈຳນວນຕົວເລກຂອງ
ການເສຍຊີວິດໃນປັດຈຸບັນນີ ທີ່ມີຢູ່ປະມານ 2,400 ຄົນ.

“ຖ້າພວກເຮົາ ບໍ່ໄດ້ຍຸຕິລົງ” ກໍຈະສືບຕໍ່ການຢູ່ຫ່າງຈາກສັງຄົມ ແລະການຈຳກັດຂະ
ໜາດຂອງການເຕົ້າໂຮມຊຸມນຸມກັນ ມີແຕ່ 10 ຄົນ ທ່ານທຣຳ ໄດ້ກ່າວໄປ ໂດຍຈຳ
ນວນຕົວເລກການເສຍຊີວິດ ອາດສູງຂຶ້ນເຖິງ 2 ລ້ານ 2 ແສນຄົນ. ທ່ານກ່າວໄປ
ອີກວ່າ “ພວກເຮົາຢາກຈະເຮັດບາງສິ່ງບາງຢ່າງ ທີ່ພວກເຮົາຈະມີການເສຍຊີວິດ
ໜ້ອຍລົງ. ມັນເປັນສິ່ງທີ່ໜ້າໂສກເສົ້າຫຼາຍ ມັນເປັນສິ່ງທີ່ຮ້າຍກາດ.”

ທ່ານທຣຳ ໄດ້ກ່າວຕໍ່ ລາຍການ “Fox & Friends” ໃນວັນຈັນວານນີ້ ວ່າ ສະຫະລັດ
ດຽວນີ້ ໄດ້ກວດພວກຄົນຢ່າງຫຼວງຫຼາຍ ຫາໄວຣັສໂຄໂຣນາ ຫຼາຍກວ່າ ແຫ່ງອື່ນໆໃດ
ໃນໂລກ. ເຖິງຢ່າງໃດກໍຕາມ ຕົວເລກການກວດຂອງສະຫະລັດ ແມ່ນບໍ່ຄ່ອຍສູງປານ
ໃດ ເມື່ອທຽບໃສ່ແຕ່ລະຫົວຄົນ ດັ່ງກັບ ເກົາຫຼີໃຕ້ ແລະອີຕາລີ.

ທ່ານທຣຳ ກ່າວວ່າ “ອັນນັ້ນເປັນເຫດຜົນທີ່ພວກເຮົາມີຫຼາຍກໍລະນີ” ຂອງພວກຄົນທີ່
ຖືກກວດພົບເປັນບວກສຳລັບການຕິດແປດໄວຣັສ ຫຼາຍກວ່າ 140,000 ຄົນ ໃນວັນ
ຈັນວານນີ້ ແລະສູງຂຶ້ນເລື້ອຍໆຢ່າງວ່ອງໄວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG