ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ສັນ​ຍາ​ວ່າ ​ຈະ​ເປີດ​ເຜີຍ​ຄວາມຈິງ ກ່ຽວ​ກັບ ການ​ສັງ​ຫານ ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ນະ​ຄອນ ອິ​ສ​ຕັນ​ບ​ູ​ລ, 21 ຕຸ​ລາ 2018.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ນະ​ຄອນ ອິ​ສ​ຕັນ​ບ​ູ​ລ, 21 ຕຸ​ລາ 2018.

ຊາ​ອຸ​ດີ ອາ​ຣາ​ເບຍ ເວົ້າ​ວ່າ ອົງ​ມົງ​ກຸດ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ ໄດ້​ລົມ​ໂທ​ລະ​ສັບ​ກັບ
ລູກຊາຍຂອງນັກຂ່າວ ຈາມາລ ຄາຊອກກີ ທີ່ຖືກຂ້າ ໃນວັນຈັນມື້ນີ້ ເພື່ອສະແດງ
ຄວາມເສຍໃຈຕໍ່ການເອົາຊີວິດລາວ.

ທ້າວ ຄາ​ຊອກ​ກີ ໄດ້​ເສຍ​ຊີ​ວິດ ຫຼັງ​ຈາກ​ໄດ້​ເຂົ້າ​ໄປ​ໃນ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​
ເບຍ ໃນນະຄອນ ອິສຕັນບູລ, ປະເທດ ເທີກີ ເມື່ອວັນທີ 2 ຕຸລາທີ່ຜ່ານມາ.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິ​ບ ເອີ​ດູ​ອານ ໄດ້​ປະ​ຕິ​ຍານ​ວ່າ​ ຈະ​ເປີດ​ເຜີຍ​ຂໍ້​
ມູນຕ່າງໆ ກ່ຽວກັບ ຄະດີດັ່ງກ່າວ ໃນການກ່າວຄຳປາໄສຕໍ່ສະພາແຫ່ງຊາດຂອງທ່ານ
ໃນວັນອັງຄານມື້ອື່ນນີ້.

ທ່ານ​ໄດ້​ບອກ​ທີ່​ຊຸມ​ນຸມ​ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ ວັນ​ອາ​ທິດ​ວານນີ້​ວ່າ “ພວກ​ເຮົາ​ກຳ​ລັງ​
ຊອກຫາຄວາມເປັນທຳຢູ່ທີ່ນີ້ ແລະ ເຫດການນີ້ ຈະຖືກເປີດເຜີຍ ດ້ວຍຄວາມຈິງທັງ
ໝົດ, ບໍ່ແມ່ນຜ່ານຂັ້ນປົກກະຕິ.”

ທ່ານ ເອີ​ດູ​ອານ ໄດ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ທາງ​ໂທ​ລະ​
ສັບໃນວັນອາທິດວານນີ້. ອົງການຂ່າວລັດຖະບານຂອງ ເທີກີ ໄດ້ກ່າວວ່າ ຜູ້ນຳທັງ
ສອງທ່ານ ໄດ້ເຫັນດີນຳກັນວ່າ ຄະດີຂອງ ຄາຊອກກີ ຕ້ອງ “ຖືກແກ້ໄຂດ້ວຍທຸກໆວິ
ທີທາງ.”

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເອີ້ນ​ການ​ສັງ​ຫານ​ ຄາ​ຊອກ​ກີ ຢູ່​ໃນ​ສະ​ຖານ​ກົງ​ສຸນ​ຂອງ​ຕົນໃນ
ນະຄອນ ອິສຕັນບູລ ວ່າ “ເປັນຄວາມຜິດພາດຄັ້ງໃຫຍ່ ແລະ ຮ້າຍແຮງ” ແລະ ໄດ້ປະ
ຕິຍານວ່າ ຜູ້ທີ່ມີຄວາມຮັບຜິດຊອບນັ້ນ ຈະຖືກນຳມາລົງໂທດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ອາ​ແດ​ລ ອາ​ລ-ຈູ​ແບ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ
ຟັອກສ໌ ວ່າ ບັນດາເຈົ້າໜ້າທີ່ ຊາອຸ “ໄດ້ເຮັດເກີນຂອບເຂດອຳນາດຂອງເຂົາເຈົ້າ,”
ໂດຍເອີ້ນມັນວ່າ “ການປະຕິບັດທີ່ອັນຕະລາຍ.”

ນັກ​ການ​ທູດ​ລະ​ດັບ​ສູງ​ຄົນ​ດັ່ງ​ກ່າວ​ຂອງ ຊ​າ​ອຸ​ດີ ອາ​ຣາ​ເບຍ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​
ຕໍ່ຄອບຄົວຂອງທ່ານ ຄາຊອກກີ, ແຕ່ບໍ່ໄດ້ເປີດເຜີຍຂໍ້ມູນໃໝ່ໃດໆ ກ່ຽວກັບ ວິທີທີ່ນັກ
ຂຽນຄົນດັ່ງກ່າວນັ້ນໄດ້ຖືກຂ້າ, ສົບຂອງລາວຢູ່ໃສ ຫຼື ອົງມົງກຸດ ເຊິ່ງແມ່ນຜູ້ປົກຄອງ
ປະເທດຄົນປັດຈຸບັນນັ້ນ, ໄດ້ມີສ່ວນຮ່ວມຫຼືບໍ່.

ທ່ານ ອາ​ລ-ຈູ​ແບ ໄດ້​ກ່າວ​ວ່າ “ມັນ​ເຫັນ​ໄດ້​ຊັດແຈ້ງ​ວ່າ ​ເປັນ​ຄວາມ​ຜິດ​ພາດ​ທີ່​ໃຫຍ່
ຫຼວງ ແລະ ສິ່ງທີ່ປະກອບຢູ່ໃນຄວາມຜິດພາດນັ້ນ ແມ່ນໄດ້ມີການພະຍາຍາມທີ່ຈະ
ປົກປິດໄວ້. ນັ້ນແມ່ນສິ່ງທີ່ຍອມຮັບບໍ່ໄດ້ ໃນລັດຖະບານປະເທດໃດກໍຕາມ.”

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ອ້າງວ່າ ທ່ານ ຄາ​ຊ​ອກ​ກີ ອາ​ຍຸ 59 ປີ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ທີ
2 ຕຸລາ ທີ່ຜ່ານມາ ຫຼັງຈາກການໂຕ້ຖຽງກັນທີ່ໄດ້ນຳໄປສູ່ການຕີກັນ, ເປັນການອະທິ
ບາຍທີ່ໄດ້ເຮັດໃຫ້ສາກົນປະຕິເສດ ແລະ ສົງໄສຢ່າງກວ້າງຂວາງ, ລວມທັງຈາກປະ
ທານາທິບໍດີ ທຣຳ ດ້ວຍ. ຫຼັງຈາກເບິ່ງຄືວ່າ ທ່ານມີຄວາມຍິນດີ ທີ່ຈະເຊື່ອເປັນຄັ້ງທຳ
ອິດວ່າ ຊາອຸດີ ອາຣາເບຍ ເປັນຜູ້ຮັບຜິດຊອບນັ້ນ, ຕອນນີ້ທ່ານປະທານາທິບໍດີໄດ້ເວົ້າ
ວ່າ “ເຫັນໄດ້ຊັດວ່າມັນມີການຫຼອກລວງ ແລະ ມັນໄດ້ມີການຂີ້ຕົວະ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG