ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ປ. ທ​ຣຳ ແລະ​ເຈົ້າ​ຟ້າ​ຊາຍ ແຫ່ງ​ຊາ​ອຸ​ດີ ປະ​ຕິ​ຍານ​ວ່າ ຈະ​ຮ່ວມ​ມື​ກັນ ສອບ​ສວນ ການ​ຍິງ​ສັງ​ຫານ ຢູ່ຖານ​ທັບ​ເຮືອ ເພັນ​ຊາ​ໂຄ​ລາ


ທີມ​ຫາມຫີບ​ສົບ​ຂອງກອງ​ທັບ​ອາ​ກາດ ກຳ​ລັງ​ເຄື່ອນ​ຫີບ​ສົບ​ຂອງ​ນັກ​ບິນ​ຝຶກ​ແອບ ທ້າວ ແຄມ​ເມີ​ຣອນ ສະ​ກັອດ ວອ​ລ​ເຕີ ​ຂຶ້ນພາ​ຫະ​ນະ​ຄັນ​ນຶ່ງ ໃນ​ຖານ​ທັບ​​​ອາກາດ ໂດ​ເວີ, ​ລັດ​​ແດ​ລາ​ແວ​, ​ວັນ​ທີ 8 ທັນ​ວາ 2019.
ທີມ​ຫາມຫີບ​ສົບ​ຂອງກອງ​ທັບ​ອາ​ກາດ ກຳ​ລັງ​ເຄື່ອນ​ຫີບ​ສົບ​ຂອງ​ນັກ​ບິນ​ຝຶກ​ແອບ ທ້າວ ແຄມ​ເມີ​ຣອນ ສະ​ກັອດ ວອ​ລ​ເຕີ ​ຂຶ້ນພາ​ຫະ​ນະ​ຄັນ​ນຶ່ງ ໃນ​ຖານ​ທັບ​​​ອາກາດ ໂດ​ເວີ, ​ລັດ​​ແດ​ລາ​ແວ​, ​ວັນ​ທີ 8 ທັນ​ວາ 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ເຈົ້າ​ຟ້າ​ຊາຍ​ ໂມ​ຮຳ​ເມັດ ບິນ ຊາ​ລ​ມັນ ແຫ່ງຊາ​ອຸ​ດີ ໄດ້​ປະ​ຕິ​ຍານ​ວ່າ ຈະ​ໃຫ້​ການ​ຮ່ວມ​ມື ​ໃນ​ການ​ສືບ​ສອບ​ສວນການ​ຍິງ​ສັງ​ຫານ ຢູ່​ທີ່​ຖານ​ທັບ​ເຮືອສະ​ຫະ​ລັດ ໃນ​ລັດ​ຟ​ລໍ​ຣີ​ດາ ຊຶ່ງ ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ ເມື່ອ​ວັນ​ສຸກ​ຜ່ານ​ມານີ້.

ຜູ້​ນຳ​ທັງ​ສອງ ໄດ້​ລົມ​ກັນ​ທາງ​ໂທ​ລະ​ສັບ ໃນ​ຕອນ​ຄ່ຳ​ວັນ​ອາ​ທິດ​ຜ່ານ​ມາ ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ທີ່​ໄດ້​ກໍ່​ໂດຍ​ນັກບິນ​ທະ​ຫານ​ທີ່​ມາ​ຝຶກ​ແອບ​ຂອງ​ຊາ​ອຸ​ດີ.

ທຳ​ນຽບ​ຂາວ​ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ວ່າ “ເຈົ້າ​ຟ້າ​ຊາຍ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ຊາ​ອຸ​ດີ​ອາ​ຣາ​ເບຍ ໃນ​ການ​ຮ່ວມ​ມື​ກັບ​ສະ​ຫະ​ລັດ ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ ທີ່​ໂຫດ​ຮ້າຍເຊັ່ນ​ການ​ຍິງ​ສັງ​ຫານ ໃນ​ເມືອງ​ເພັນ​ຊາ​ໂຄ​ລາ ບໍ່​ໄດ້​ເກີດ​ຂຶ້ນ​ອີກ​.” ຖະ​ແຫລງ​ການ​ຍັງ​ໄດ້​ກ່າວ​ອີກວ່າ ທ່ານ​ທ​ຣຳ ໄດ້​ຂອບ​ອົກ​ຂອບ​ໃຈ ເຈົ້າ​ຟ້າ​ຊາຍ ສຳ​ລັບ​ ​ການ​ຊ່ອຍ​ເຫຼືອ​ຂອງ​ພະ​ອົງ ແລະ “​ສືບ​ຕໍ່​ເປັນ​ຄູ່​ພາ​ຄີ​ຮ່ວມ​ກັນ.”

ອົງ​ການ​ສັນ​ຕິ​ບານ​ກາງ FBI ໄດ້​ລະ​ບຸ​ຕົວ​ມື​ປືນ​ຢ່າງ​ເປັນ​ທາງ​ການ ຜູ້​ທີ່​ໄດ້​ຍິງ​ສັງ​ຫານ 3 ຄົນ ກໍ​ຄື ທ້າວ​ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ ອາ​ຍຸ 21 ປີ ຊັ້ນ ຮ້ອຍ​ຕີ ໃນ​ກອງ​ທັບ​ອາ​ກາດ​ແຫ່ງຣາ​ຊະ​ອາ​ນາ​ຈັກ​ຊາ​ອຸ​ດີ ຊຶ່ງ​ຜູ້​ກ່ຽວ ເປັນ​ນັກ​ຮຽນ​ການ​ບິນ ທີ່ກອງ​ບິນ​ຂອງ​ກອງ​ທັບ​ເຮືອ ໃນເມືອງ​ເພັນ​ຊາ​ໂຄ​ລາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ FBI ໄດ້​ກ່າວ​ວ່າ ການ​ສືບ​ສວນ​ສອບ​ສວນ ໃນ​ເຫດ​ການ​ດັ່ງ​ກ່າວ ​ທີ່​ໄດ້​ເກີດ​ຂຶ້ນນັ້ນ ແມ່ນ​ຢູ່​ພາຍ​ໃຕ້ “ການ​ສັນ​ນິ​ຖານ” ວ່າ ມັນ​ເປັນ​ການ​ກະ​ທຳ​ຂອງ​ການກໍ່​ການ​ຮ້າຍ ແຕ່​ ມື​ປືນ​ ເປັນ​ໄດ້​ສູງວ່າ ໄດ້​ປະ​ຕິ​ບັດ​ການ​ໂດຍ​ລຳ​ພັງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທັງ​ຫຼາຍ ຍັງ​ຊອກ​ຫາ​ເຫດ​ຈູງ​ໃຈ ທີ່​ພາ​ໃຫ້​ເກີດຄວາມ​ຮ້າຍ​ແຮງ ຊຶ່ງ​ຍັງ​ໄດ້​ເຮັດ​ໃຫ້​ອີກ 8 ຄົນບາດ​ເຈັບ.

ມື​ປືນຄົນ​ດັ່ງ​ກ່າວ ​ຜູ້​ທີ່​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ລະ​ຫວ່າງເກີດເຫດ​ການ​ນັ້ນ ແມ່ນມີ​ລາຍ​ງານມາ​ວ່າ ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ໃນ​ຕົ້ນ​ສັບ​ປະ​ດານີ້ ບ່ອນ​ທີ່​ຜູ້​ກ່ຽ​ວ ໄດ້​ເປີດ​ວີ​ດີ​ໂອ​ ຂອງ​ການ​ຍິງ​ສັງ​ຫານ​ໝູ່ໃນ​ສະ​ຫະ​ລັດ ໃຫ້​ພວກ​ແຂກ​ທີ່​ມາ​ຮ່ວມ​ໃນ​ງານ​ເບິ່ງ ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ. ​ແຂກ​ທີ່​ມາ​ຮ່ວມ​ໃນ​ງານ ຢ່າງ​ໜ້ອຍນຶ່ງ​ຄົນ ຕາມ​ລາຍ​ງານ​ແລ້ວ ໄດ້​ບັນ​ທຶກວີ​ດີ​ໂອ ການ​ຍິງ​ສັງ​ຫານ​ໝູ່​ໃນວັນ​ສຸກນັ້ນ. ພວກ​ນັກ​ຮຽນ​ຊາວ​ຊາ​ອຸ​ດີ ຈຳ​ນວນ​ນຶ່ງ ແມ່ນ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ໄວ້​ເພື່ອ​ການ​ສອບ​ສວນ.

ທ່ານ​ມາກ ແອ​ສ​ເປີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສ​ະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ວ່າ ທ່ານ​ໄດ້​ຊີ້​ນຳ​ໃຫ້​ກອງ​ທັບ​ທຸກ​ເຫຼົ່າ ທົບ​ທວນ​ຄືນ ຂັ້ນ​ຕອນ​ການກວດ​ສອບ ພວກ​ທະ​ຫານ​ຕ່າງ​ຊາດ ແລະ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ ຢູ່​ໃນ​ຄ້າຍ​ທະ​ຫານ​ແຫ່ງ​ຕ່າງໆ ຫຼັງ​ຈາກ​ມີ​ການ​ຍິງ​ສັງ​ຫານ​ຮ້າຍ​ແຮງນັ້ນ.

ພວກ​ຜູ້​ເຄາະ​ຮ້າຍ ກໍ​ຍັງ​ເປັນ​ນັກ​ຮຽນ​ເຊັ່ນ​ກັນ ຢູ່​ທີ່​ໂຮງ​ຮຽນ​ການ​ບິນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG