ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານປະທານາທິບໍດີ ທຣຳ ກ່າວທີ່ ອົງການ ຊີໄອເອ ວ່າ “ຂ້າພະເຈົ້າ ສະໜັບສະໜູນ ພວກທ່ານ ຢ່າງເຕັມສ່ວນ”


ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໄດ້ກ່າວຄຳປາໄສ ຢູ່ກອງບັນຊາການ CIA ທີ່ຄຸ້ມ ແລງເລ ລັດ ເວີຈິເນຍ, ວັນທີ 21 ມັງກອນ 2017.
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໄດ້ກ່າວຄຳປາໄສ ຢູ່ກອງບັນຊາການ CIA ທີ່ຄຸ້ມ ແລງເລ ລັດ ເວີຈິເນຍ, ວັນທີ 21 ມັງກອນ 2017.

ປະທານາທິບໍດີ ທ່ານດໍໂນລ ທຣຳ ຜູ້ທີ່ຕ້ອງຕິຢ່າງແຮງ ວົງການສືບລັບ ຂອງ
ສະຫະລັດ ໄດ້ບອກພວກພະນັກງານ ໃນອົງການສືບລັບ ຊີໄອເອ ໃນວັນເສົາ
ວານນີ້ ວ່າ “ຂ້າພະເຈົ້າສະໜັບສະໜູນພວກທ່ານຢ່າງເຕັມສ່ວນ.”

ໃນວັນເສົາວານນີ້ ທ່ານ ທຣຳ ໄດ້ກ່າວຄຳປາໄສ ຢູ່ກອງບັນຊາການທີ່ຄຸ້ມ ແລງເລ
ລັດ ເວີຈິເນຍ ອັນເປັນມື້ທຳອິດ ທີ່ເຂົ້າປະຈຳໜ້າທີ່ ເປັນປະທານາທິບໍດີ ເຕັມມື້
ໃນມື້ວານນີ້.

ປະທານາທິບໍດີ ທ່ານດໍໂນລ ທຣຳ ຕິດຕາມດ້ວຍ ຫົວໜ້າອຳນວຍການ ອົງການ CIA ທີ່ໄດ້ຖືກແຕ່ງຕັ້ງ ທ່ານ Mike Pompeo, ຊ້າຍ, ຄອຍຖ້າ ເພື່ອທີ່ຈະກ່າວຖະແຫລງ ຢູທີ່ອົງການສືບລັບ ໃນຄຸ້ມ Langley ຂອງລັດ Virginia, ວັນທີ 21 ມັງກອນ 2017.
ປະທານາທິບໍດີ ທ່ານດໍໂນລ ທຣຳ ຕິດຕາມດ້ວຍ ຫົວໜ້າອຳນວຍການ ອົງການ CIA ທີ່ໄດ້ຖືກແຕ່ງຕັ້ງ ທ່ານ Mike Pompeo, ຊ້າຍ, ຄອຍຖ້າ ເພື່ອທີ່ຈະກ່າວຖະແຫລງ ຢູທີ່ອົງການສືບລັບ ໃນຄຸ້ມ Langley ຂອງລັດ Virginia, ວັນທີ 21 ມັງກອນ 2017.

ທ່ານຜູ້ນຳທີ່ຫາກໍສາບານໂຕ ເຂົ້າຮັບຕໍ່າແໜ່ງໃໝ່ໆ ໄດ້ເວົ້າອອກມາ ແລ້ວກໍພາໃຫ້ ຄົນຫົວອອກມາວ່າ “ຂ້າພະເຈົ້າຮູ້ວ່າ ບາງທີ ບາງຄັ້ງ ທ່ານອາດຈະບໍ່ໄດ້ຮັບການ ໜູນຫຼັງ ທີ່ທ່ານຕ້ອງການພໍ ແຕ່ບັດນີ້ ທ່ານຈະໄດ້ຮັບຢ່າງໃຫຽ່. ບາງທີ ພວກທ່ານ ອາດຈະເວົ້າຊໍ້າວ່າ ທ່ານພໍແລ້ວ ກະລຸນາ ຢ່າສະນັບສະໜູນຫຼາຍ.”

ພວກເຈົ້າໜ້າທີ່ ຊີໄອເອ ກ່າວວ່າ ມີພະນັກງານ ຊີໄອເອ ເຂົ້າຮ່ວມຟັງຄວາມເຫັນ ດັ່ງກ່າວຂອງປະທານາທິບໍດີ ປະມານ 4 ຮ້ອຍຄົນ.

ທ່ານໄດ້ເວົ້າຢ່າງຈະແຈ້ງວ່າ ການຕໍ່ສູ້ກັບພວກລັດ ອິສລາມ ຫຼື ໄອຊິສ ແມ່ນເປັນ ບຸຣິມະສິດ ແລະວິທີຂອງອາເມຣິກາ ຈະເພີ່ມວຽກງານຂຶ້ນ ໃນລັດຖະບານ ຂອງ
ທ່ານຕື່ມ.

“ພວກເຮົາໄດ້ຕໍ່ສູ້ກັບສົງຄາມດັ່ງກ່າວນີ້ມາຍາວນານກວ່າສົງຄາມໃດໆ ທີ່ພວກ
ເຮົາໄດ້ຕໍ່ສູ້ມາ. ພວກເຮົາບໍ່ໄດ້ໃຊ້ຄວາມສາມາດທີ່ແທ້ຈິງ ຂອງພວກເຮົາທີ່ມີຢູ່ ພວກເຮົາໄດ້ຢັບຢັ້ງມັນໄວ້. ພວກເຮົາຈຳເປັນຈະຕ້ອງໄດ້ປັດເຂ່ຍພວກໄອຊິສ
ອອກໄປ. ພວກເຮົາຕ້ອງໄດ້ປັດເຂ່ຍ ພວກໄອຊິສ
ທ່ານ ທຣຳ ກ່າວວ່າ ການໃຊ້
ຊື່ຫຽໍ້ ຂອງກຸ່ມຫົວຮຸນແຮງດັ່ງກ່າວ ແມ່ນເປັນສິ່ງທີ່ບໍ່ມີທາງເລືອກ.

ຕາມການສັນນິຖານຂອງພວກນັກວິເຄາະແລ້ວແມ່ນວ່າ ມັນເປັນທີ່ຈະແຈ້ງແລ້ວ
ວ່າ ການຢ້ຽມສະຖານທີ່ດັ່ງກ່າວນີ້ ແມ່ນເປັນເລື່ອງທີ່ຕ້ອງໄດ້ກະທຳ ເພື່ອສ້າງສາຍ
ພົວພັນທີ່ດີ ແລະພົບປະກັບພວກເຈົ້າໜ້າທີ່ຂັ້ນສູງ ດ້ານການຮັກສາຄວາມປອດໄພ.

ຂໍ້ຄວາມຂອງ ທ່ານປະທານາທິບໍດີ ທຣຳ ທີ່ຂຽນລົງຜ່ານທາງ Twitter

Trump Addresses Intelligence Community at CIA Headquarters
please wait

No media source currently available

0:00 0:15:35 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG