ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ວ່າ ທ່ານຢາກໃຫ້ ກົມໄປສະນີ ໄວຂຶ້ນ ໃນຂະນະທີ່ ພັກເດໂມແຄຣັດ ຈະລົງຄະແນນສຽງ ກ່ຽວກັບງົບປະມານ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນຂະນະທີ່ ທ່ານຍ່າງໄປຂຶ້ນເຮືອບິນເຮລິຄັອບເຕີ Marine One ຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ, ວັນທີ 17 ສິງຫາ 2020.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນຂະນະທີ່ ທ່ານຍ່າງໄປຂຶ້ນເຮືອບິນເຮລິຄັອບເຕີ Marine One ຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ, ວັນທີ 17 ສິງຫາ 2020.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນຈັນວານນີ້ ວ່າ ທ່ານຢາກໃຫ້ “ເລັ່ງລັດ” ການສົ່ງຈົດໝາຍຂອງສະຫະລັດ ເຖິງແມ່ນວ່າພັກຝ່າຍຄ້ານເດໂມແຄຣັດ ກຳລັງວາງແຜນທີ່ລົງຄະແນນສຽງໃນອາທິດນີ້ ເພື່ອຫລຸດຜ່ອນການປ່ຽນແປງຢູ່ທີ່ກົມໄປສະນີ ຊຶ່ງພວກເຂົາເຈົ້າອ້າງວ່າ ຈະຍັບຍັ້ງໃນຂັ້ນຕອນຂອງການຄາດໝາຍວ່າ ບັດຄະແນນສຽງສົ່ງທາງໄປສະນີທີ່ຈະເພີ້ມຫຼາຍຂຶ້ນໃນການເລືອກຕັ້ງປະທານາທິບໍດີແຫ່ງຊາດ ໃນເດືອນພະຈິກນີ້.

“ຂ້າພະເຈົ້າໄດ້ຊຸກຍູ້ໃຫ້ໝົດທຸກຄົນເລັ່ງລັດສົ່ງຈົດໝາຍ ບໍ່ແມ່ນສົ່ງຈົດໝາຍໃຫ້ຊ້າລົງ” ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ດ້ານນອກທຳນຽບຂາວ ກ່ອນທີ່ທ່ານຈະອອກເດີນທາງໄປປາກົດຕົວຢູ່ທີ່ການໂຄສະນາຫາສຽງ ໃນລັດມິນເນໂຊຕາ ແລະວິສຄອນຊິນ ທາງພາກຕາເວັນຕົກຕອນກາງຂອງປະເທດ.

ທ່ານທຣຳ ໄດ້ກ່າວເມື່ອອາທິດແລ້ວນີ້ ວ່າ ທ່ານຄັດຄ້ານເງິນງົບປະມານຊຸດໃໝ່ 28 ພັນລ້ານໂດລາ ສໍາລັບອົງການໄປສະນີ ຊຶ່ງພາກສ່ວນນຶ່ງຂອງເງິນດັ່ງກ່າວຈະໃຊ້ຈ່າຍສຳລັບການເກັບກຳແລະການຈັດການນຳບັດລົງຄະແນນສຽງທີ່ສົ່ງມາທາງໄປສະນີ ຊຶ່ງຄາດໝາຍວ່າຈະລັ່ງໄຫລເຂົ້າມາຫຼາຍລ້ານສະບັບ ຈາກພວກມີສິດອອກສຽງ ຜູ້ທີ່ຢ້ານຫຼາຍທີ່ຈະໄປໜ່ວຍເລືອກຕັ້ງແຫ່ງຕ່າງໆໃນລະຫວ່າງການລະບາດລະດັບໂລກຂອງໄວຣັສໂຄໂຣນາ. ເປັນເວລາຫຼາຍເດືອນ ທ່ານທຣຳ ໄດ້ກ່າວອ້າງໂດຍປາສະຈາກຫລັກຖານວ່າ ລັດທັງຫຼາຍທີ່ສົ່ງບັດລົງຄະແນນສຽງທາງໄປສະນີ ໃຫ້ແກ່ພວກມີສິດອອກສຽງ ຈະນຳໄປສູ່ການເລືອກຕັ້ງທີ່ສໍ້ໂກງແລະການລົງຄະແນນສຽງທີ່ຫລອກລວງ ຕໍ່ຕ້ານທ່ານ.

ທ່ານໄດ້ອອກມາປົກປ້ອງ ຜູ້ທີ່ທ່ານໄດ້ແຕ່ງຕັ້ງຄົນນຶ່ງ ໃຫ້ເປັນຜູ້ອຳນວຍການໃຫຍ່ກົມໄປສະນີ ທ່ານລູອິສ ເດີໂຈຍ ແລະເປັນຜູ້ບໍລິຈາກໃຫຍ່ແກ່ການໂຄສະ ນາຫາສຽງຂອງພັກຣີພັບບລີກັນ ສຳລັບການເອົາບາດກ້າວທີ່ສຳຄັນໃນການຫລຸດຜ່ອນຄ່າໃຊ້ຈ່າຍຢູ່ກົມໄປສະນີ ແລະປັບປຸງຜົນງານຂອງກົມດັ່ງກ່າວນັ້ນ.

“ຂ້າພະເຈົ້າພຽງເຮັດໃຫ້ມັນດີ” ທ່ານທຣໍາໄດ້ກ່າວຕໍ່ອົງການຂ່າວ Fox News ໃນການໃຫ້ສຳພາດ. ທ່ານກ່າວອີກວ່າ “ພວກເຮົາມີຜູ້ທີ່ເກັ່ງຫຼາຍແທ້ໆໃນດ້ານທຸລະກິດ ທີ່ບໍລິຫານມັນ ແລະຂ້າພະເຈົ້າຢາກເຮັດ - ຂ້າພະເຈົ້າເວົ້າຫຼິ້ນວ່າ ແຕ່ມັນແມ່ນຄວາມຈິງ - ຂ້າພະເຈົ້າຢາກເຮັດໃຫ້ກົມໄປສະນີ ຍິ່ງໃຫຍ່ອີກເທື່ອນຶ່ງ ໂອເຄ?”

ທ່ານທຣຳ ກ່າວຕື່ມວ່າ “ມັນໄດ້ບໍລິຫານໄປຢ່າງຂີ້ລ້າຍ ແລະພວກເຮົາຈະເຮັດໃຫ້ມັນດີ. ດຽວນີ້ ສິ່ງທີ່ຂ້າພະເຈົ້າໄດ້ສະເໜີທີ່ຈະເຮັດນັ້ນເບາະ?ປ່ອຍໃຫ້ມັນສືບຕໍ່ບໍລິຫານໄປຢ່າງບໍ່ດີເບາະ? ສະນັ້ນແລ້ວ ຖ້າເຈົ້າແປງມັນ ພວກເຂົາກໍກ່າວວ່າ ‘ໂອ້ ລາວກຳລັງເຂົາໄປແຊກແຊງໃນການເລືອກຕັ້ງ’ ບໍ່, ພວກເຮົາບໍ່ໄດ້ແຊກແຊງ.”

ປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ໃນວັນອາທິດຜ່ານມາ ໄດ້ເອີ້ນບັນດາສະມາຊິກສະພາຕ່ຳ ທີ່ພັກເດໂມແຄຣັດຄວບຄຸມຢູ່ນັ້ນ ກັບຄືນມາຈາກການພັກລະດູຮ້ອນ ເພື່ອລົງຄະແນນສຽງ ກ່ຽວກັບງົບປະມານຂອງກົມໄປສະນີ ແລະການຟື້ນຟູ ການປ່ຽນແປງທີ່ທ່ານເດີໂຈຍ ໄດ້ຈັດຕັ້ງໄປນັ້ນ ຊຶ່ງພວກເພິ່ນອ້າງວ່າ ເປັນໄປໄດ້ທີ່ຈະເຮັດໃຫ້ການສົ່ງບັດຄະແນນສຽງທາງໄປສະນີ ຈະບໍ່ໄປເຖິງຫ້ອງການເລືອກຕັ້ງໃນທົ່ວປະເທດ ທີ່ຈະຖືກນັບຕາມກຳນົດເວລາ ໃນການເລືອກຕັ້ງໃນວັນທີ 3 ເດືອນພະຈິກນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG