ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຳ​ນຽບ​ຂາວ ພະ​ຍາ​ຍາມ ສົ່ງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ ທີ່ບໍ່​ມີ​ໜັງ​ສື ໄປຫາ​ບັນ​ດາ​ເມືອງ ​ທີ່​ປົກ​ປ້ອງ​ຄົນເຂົາ​ເຈົ້າ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ໂຕະ​ມົນ ກ່ຽວ​ກັບ ເມືອງ​ທີ່​ປົກ​ປ້ອງ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ກັບ​ເຈົ້າ​ໜ້າ​ທີ່​ບັງ​ຄັບໃຊ້​ກົດ​ໝາຍ​ຢູ່​ທຳ​ນຽບ​ຂາວ. 20 ມີ​ນາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ໂຕະ​ມົນ ກ່ຽວ​ກັບ ເມືອງ​ທີ່​ປົກ​ປ້ອງ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ກັບ​ເຈົ້າ​ໜ້າ​ທີ່​ບັງ​ຄັບໃຊ້​ກົດ​ໝາຍ​ຢູ່​ທຳ​ນຽບ​ຂາວ. 20 ມີ​ນາ, 2018.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຕອນ​ແລງວັນ​ເສົາ​ທີ່​ຜ່ານ​ມາ​ໃນທວິ​ດ​ເຕີ​ວ່າ, “ພັກ​ເດ​ໂມ​ແຄ​ຣັດ ຕ້ອງປ່ຽນກົດໝາຍຄົນເຂົ້າເມືອງໄວໆ.

ທຳ​ນຽບ​ຂາວ​ ໃນ​ວັນ​ອາ​ທິດ​ວານນີ້, ໄດ້​ກ່າວ​ຢ້ຳ ​ຄຳ​ເວົ້າ​ທີ່​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ
ໄດ້ເວົ້າວ່າ ໃຫ້ການສົ່ງພວກຍົກຍ້າຍຖິ່ນຖານໄປເມືອງທີ່ປົກປ້ອງພວກຄົນເຂົ້າເມືອງ
ຜິດກົດໝາຍໃນ ສະຫະລັດ ມີຄວາມເປັນໄປໄດ້ຄືເກົ່າ ເຖິງແມ່ນວ່າ ອົງການຕ່າງໆ
ຂອງລັດຖະບານໄດ້ກ່າວວ່າ ມັນບໍ່ສາມາດປະຕິບັດໄດ້ ແລະ ບໍ່ມີເງິນທີ່ຈະເຮັດກໍຕາມ.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ຊາ​ຣາ ຮັກ​ຄາ​ບີ ແຊນ​ເດີ​ສ໌ ໄດ້​ກ່າວ​ຕໍ່​ລາຍ​ການ​ຂ່າວ
ວັນອາທິດຂອງໂທລະພາບ ຟັອກສ໌ ວ່າ “ແນ່ນອນພວກເຮົາກຳລັງຫາທາງເລືອກທຸກ
ຢ່າງ ຕາບໃດທີ່ພັກເດໂມແຄຣັດ ປະຕິເສດທີ່ຈະຮັບຮູ້ວິກິດການຢູ່ເຂດຊາຍແດນ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຕອນ​ແລງວັນ​ເສົາ​ທີ່​ຜ່ານ​ມາ​ໃນທວິ​ດ​ເຕີ​ວ່າ, “ພັກ​ເດ​ໂມ​ແຄ​ຣັດ
ຕ້ອງປ່ຽນກົດໝາຍຄົນເຂົ້າເມືອງໄວໆ. ຖ້າບໍ່ເຊັ່ນນັ້ນ, ພວກເມືອງທີ່ປົກປ້ອງເຂົາເຈົ້າ
ຕ້ອງໄດ້ດຳເນີນການໃນທັນທີ ເພື່ອເບິ່ງແຍງພວກຄົນເຂົ້າເມືອງຜິດກົດໝາຍນັ້ນ ແລະ
ນີ້ຈະລວມມີພວກສະມາຊິກແກັງນັກເລງ, ພວກຄ້າຢາເສບຕິດ, ພວກຄ້າມະນຸດ, ແລະ
ພວກອາຊະຍາກອນທຸກຮູບແບບ, ຂະໜາດ ແລະ ປະເພດ. ຕ້ອງປ່ຽນກົດໝາຍດຽວ
ນີ້.”

ຫຼາຍ​ຮ້ອຍ​ຕົວ​ເມືອງ​ໃນ ສະ​ຫະ​ລັດ, ລວມ​ທັງ​ລັດ​ຄາ​ລິ​ຟໍ​ເນຍ, ເຊິ່ງ​ແມ່ນ​ລັດ​ທີ່​ແອ​ອັດ​ທີ່
ສຸດໃນ ສະຫະລັດ, ທີ່ໄດ້ປະກາດຕົນເອງວ່າເປັນບ່ອນຫຼົບລີ້ສຳລັບຜູ້ຍົກຍ້າຍຖິ່ນຖານ
ຜູ້ທີ່ໄດ້ຂ້າມຜ່ານເຂດຊາຍແດນພາກໃຕ້ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຢ່າງຜິດ
ກົດໝາຍນັ້ນ, ໄດ້ປະຕິເສດ ທີ່ຈະຊ່ວຍບັນດາເຈົ້າໜ້າທີ່ຄົນເຂົ້າເມືອງ ສະຫະລັດ ຕິດ
ຕາມພວກຄົນເຂົ້າເມືອງ ສະນັ້ນເຂົາເຈົ້າຈຶ່ງຖືກ​ເນ​ລະ​ເທດ. ບັນ​ດາ​ເຈົ້າ​ໜ້າ​ທີ່​ເຂດ​ຊາຍ
ແດນ ສະຫະລັດ ໄດ້ຈັບຜູ້ຍົກຍ້າຍຖິ່ນຖານທີ່ບໍ່ມີໜັງສືຫຼາຍກວ່າ 100,000 ຄົນ, ສ່ວນ
ໃຫຍ່ມາຈາກປະເທດ ກົວເຕມາລາ, ຮອນດູຣັສ ແລະ ແອລ ຊາລວາດໍ, ຢູ່ເຂດຊາຍ
ແດນໃນເດືອນມີນາ, ເຊິ່ງແມ່ນຈຳນວນເກືອບສອງເທົ່າທຽບໃສ່ເດືອນດຽວກັນໃນປີ
2018.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ມີ​ສິດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ ທີ່​ຈະ
ຈັບພວກຄົນເຂົ້າເມືອງຜິດກົດໝາຍສົ່ງໄປເມືອງທີ່ປົກປ້ອງເຂົາເຈົ້າທັງຫຼາຍ. ພວກເຮົາ
ຮຽກຮ້ອງໃຫ້ເຂົາເຈົ້າຖືກເບິ່ງຢ່າງເອົາຈິງເອົາຈັງໃນລະດັບ​ສູ​ງສຸດ ໂດຍ​ສະ​ເພາະ​ແມ່ນ​
ລັດ ຄາລິຟໍເນຍ, ເຊິ່ງເປັນທີ່ຮູ້ຈັກກັນດີສຳລັບການບໍລິຫານທີ່ບົກຜ່ອງ ແລະ ມີພາສີ
ສູງ.

ຜູ້​ປົກ​ຄອງ​ລັດ​ວໍ​ຊິງ​ຕັນ ທ່ານ ເຈ ອິນ​ສ​ລີ ໄດ້​ກ່າວ​ໃນ​ລາຍ​ການ “Meet The Press”
ຂອງໂທລະພາບ NBC ວ່າ ໃນລັດຂອງທ່ານ ທ່ານຍິນດີຕ້ອນຮັບຄົນຜູ້ທີ່ລໍຖ້າການ
ໃຫ້ປາກຄຳຂໍລີ້ໄພຂອງເຂົາເຈົ້າຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG