ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວາງມາດຕະການລົງໂທດ ຕໍ່ບັນດາເຈົ້າໜ້າທີ່ ICC ທີ່ສອບສວນ ຂໍ້ກ່າວຫາ ຕໍ່ເຈົ້າໜ້າທີ່ ສຫລ ວ່າ ກະທຳຄວາມຜິດ ໃນອັຟການິສຖານ


ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລຽມ ບາ ກ່າວຖະແຫລງ ຂະນະທີ່ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ຟັງຢູ່ ໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ກ່ຽວກັບຄຳສັ່ງຝ່າຍບໍລິຫານຂອງ ປ. ທຣຳ ຕໍ່ ICC ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 11 ມິຖຸນາ 2020.
ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລຽມ ບາ ກ່າວຖະແຫລງ ຂະນະທີ່ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ຟັງຢູ່ ໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ກ່ຽວກັບຄຳສັ່ງຝ່າຍບໍລິຫານຂອງ ປ. ທຣຳ ຕໍ່ ICC ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 11 ມິຖຸນາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນພະຫັດວານນີ້ ໄດ້ວາງມາດຕະການລົງໂທດ ກ່ຽວກັບການເດີນທາງແລະກັກຊັບສິນຕໍ່ບັນດາເຈົ້າໜ້າທີ່ຂອງສານອາຍາສາກົນ ຫຼື ICC ໃນການພະຍາຍາມ ທີ່ຈະເອົາຜິດກັບພວກເຂົາເຈົ້າ ສຳລັບການສືບສວນສອບສວນ ກ່ຽວກັບຂໍ້ກ່າວຫາການກະທຳຜິດຂອງທະຫານສະຫະລັດແລະພວກເຈົ້າໜ້າທີ່ສືບລັບທີ່ກຳລັງຕໍ່ສູ້ຕໍ່ຕ້ານການກໍ່ການຮ້າຍ ຢູ່ໃນອັຟການິສຖານ ຕະຫຼອດໄລຍະ 18 ປີຜ່ານມານັ້ນ.

ທ່ານທຣຳ ໄດ້ປະກາດພາວະສຸກເສີນແຫ່ງຊາດ ໂດຍເອີ້ນການສືບສວນສອບສວນຂອງ ICC ທີ່ຕັ້ງຢູ່ນະຄອນ The Hague ວ່າ “ເປັນໄພຂົ່ມຂູ່ແບບຜິດປົກກະຕິ ແລະບໍ່ທຳມະດາ ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະນະໂຍບາຍການຕ່າງປະເທດຂອງສະຫະລັດ.”

ຄຳສັງຂອງທ່ານທຣຳ ຈະຫ້າມບັນດາເຈົ້າໜ້າທີ່ ຂອງ ICC ທີ່ບໍ່ໄດ້ລະບຸຊື່ຈໍາ ນວນນຶ່ງ ບໍ່ໃຫ້ເຂົ້າມາໃນສະຫະລັດ ແລະຄຳສັ່ງນີ້ ຈະບໍ່ໃຫ້ພວກເຂົາເຈົ້າເຮັດທຸລະກຳທາງດ້ານການເງິນແລະຊື້ຂາຍຊັບສິນໃດໆຢູ່ໃນສະຫະລັດ.

ທັງທ່ານທຣຳ ແລະບັນດາທີ່ປຶກສາຂັ້ນສູງຂອງທ່ານ ຕ່າງກໍໄດ້ເນັ້ນໜັກວ່າ ສະ ຫະລັດ ບໍ່ມີສ່ວນກ່ຽວຂ້ອງກັບສົນທິສັນຍາໂຣມ ທີ່ໄດ້ກໍ່ຕັ້ງ ICC ແລະຈະບໍ່ອະນຸຍາດໃຫ້ອົງການຈັດຕັ້ງສາກົນນີ້ ສືບສວນແລະດຳເນີນຄະດີທະຫານ ແລະ ພະນັກງານສືບລັບ ຂອງອາເມຣິກາ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາ ໄດ້ກ່າວໃນກອງປະຊຸມຖະແຫຼງ ຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ວ່າ ສະຫະລັດ “ມີຄວາມເປັນຫ່ວງວ່າມະ ຫາອຳນາດຕ່າງປະເທດເຊັ່ນ ຣັດເຊຍ ກຳລັງໝຸນໃຊ້” ການສືບສວນສອບສວນ ຂອງ ICC ໃນຂໍ້ຫາການກະທໍາຜິດ ຂອງສະຫະລັດ ເພື່ອສ້າງຄວາມເສຍຫາຍໃຫ້ແກ່ຊື່ສຽງຂອງອາເມຣິກາໃນໂລກ.

ICC ໄດ້ເລີ້ມຕົ້ນການສອບສວນຂອງຕົນໃນຂໍ້ກ່າວຫາທີ່ວ່າ ສະຫະລັດ ກໍ່ອາຊະຍາກຳສົງຄາມ ແລະອາຊະກໍາຕ້ານມະນຸດຊາດ ໃນປີ 2017 ແລະໄດ້ກ່າວວ່າ ເມື່ອປີກາຍນີ້ ຕົນໄດ້ຮັບຄຳຮ້ອງປະມານ 700 ສະບັບ ຈາກພວກຜູ້ເຄາະຮ້າຍທີ່ໄດ້ກ່າວອ້າງນັ້ນ.

ທ່ານທຣຳ ໃນຄຳສັ່ງຂອງທ່ານ ໄດ້ກ່າວວ່າ ICC ໄດ້ “ໃຊ້ສິດທີ່ບໍ່ຖືກຕ້ອງກ່ຽວກັບສິດອຳນາດຕໍ່ບຸຄະລາກອນຂອງສະຫະລັດ ແລະບັນດາພັນທະມິດບາງສ່ວນຂອງຕົນ” ຊຶ່ງທ່ານໄດ້ກ່າວຕື່ມອີກວ່າ “ເປັນໄພຂົ່ມຂູ່ຕໍ່ປະເດັນໃນປັດຈຸບັນແລະ ໃນອະດີດ ຂອງລັດຖະບານສະຫະລັດ ແລະບັນດາເຈົ້າໜ້າທີ່ພັນທະມິດ ທີ່ຈະຖືກຮາວີ ລະເມີດ ແລະອາດເປັນໄປໄດ້ວ່າ ຈະຖືກຈັບກຸມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG