ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວາງມາດຕະການລົງ​ໂທດ ​ຕໍ່ລູກ​ຊາຍ ປ. ມາດູໂຣ​ ແຫ່ງເວ​ເນ​ຊູ​ເອ​ລາ


ທ່ານ​​ນິ​ໂກ​ລັ​ສ ຫຼື "ນິ​ໂກ​ລັ​ສ​ຊີ​ໂຕ " ມາ​ດູ​ໂຣ ຈູ​ເນຍ (C) ຄຽງ​ຂ້າງປະທານາທິບໍດີນິໂຄລັສ ມາດູໂຣ​ ແຫ່ງເວ​ເນ​ຊູ​ເອ​ລາ ໃນ​ການ​ສວນ​ສະ​ໜາມ​ຂອງ​ເຫຼົ່າ​ທະ​ຫານ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ​ເວ​ເນ​ຊູ​ເອ​ລາ, ວັນທີ 13 ເມ​ສາ 2018.
ທ່ານ​​ນິ​ໂກ​ລັ​ສ ຫຼື "ນິ​ໂກ​ລັ​ສ​ຊີ​ໂຕ " ມາ​ດູ​ໂຣ ຈູ​ເນຍ (C) ຄຽງ​ຂ້າງປະທານາທິບໍດີນິໂຄລັສ ມາດູໂຣ​ ແຫ່ງເວ​ເນ​ຊູ​ເອ​ລາ ໃນ​ການ​ສວນ​ສະ​ໜາມ​ຂອງ​ເຫຼົ່າ​ທະ​ຫານ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ​ເວ​ເນ​ຊູ​ເອ​ລາ, ວັນທີ 13 ເມ​ສາ 2018.

ສະຫະລັດ ໄດ້​ວາງມາດຕະການລົງ​ໂທດ​ຕໍ່ ລູກ​ຊາຍ​ຂອງປະທານາທິບໍດີນິໂຄລັສ
ມາດູໂຣ​ ແຫ່ງເວ​ເນ​ຊູ​ເອ​ລາ ຊຶ່ງ​ແມ່ນ​ບາດ​ກ້າວຫຼ້າ​ສຸດ​ໃນ​ການປະ​ຕິ​ບັດ​ງານຂອງ
ສະຫະລັດ ​ເພື່ອ​ບັງ​ຄັບ​ໃຫ້​ຜູ້​ນຳ​ສັງ​ຄົມ​ນິ​ຍົມ​ທ່ານ​ນີ້ ລົງ​ຈາກ​ຕຳ​ແໜ່ງ.

ກະ​ຊວງ​ການ​ເງິນສະຫະລັດ ໄດ້​ລະ​ບຸ ໃນ​ວັນ​ສຸກວານ​ນີ້ວ່າ ຕົນ​ຈະກັກຊັບ​ສິນໃດ
ຂອງ​ທ່ານນິ​ໂກ​ລັ​ສ ຫຼື "ນິ​ໂກ​ລັ​ສ​ຊີ​ໂຕ " ມາ​ດູ​ໂຣ ຈູ​ເນຍ ທີ່​ມີ​ຢູ່ໃນ​ສະ​ຫະ​ລັດ
ແລະ​ເກືອດຫ້າມ​ຊາວ​ອາ​ເມ​ຣິ​ກັນ ສ່ວນ​ບຸກ​ຄົນ​ໃດ ຫຼື​ບໍ່ ກໍ​ທຸ​ລະ​ກິດ​ໃດ ບໍ່​ໃຫ້​
ປະ​ກອບ​ທຸ​ລະ​ກິດ​ກັບ​ຜູ້ກ່ຽວ.

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນສະຫະລັດ ທ່ານ Steve Mnuchin ໄດ້​ກ່າວ​ໃນ​
ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ປະທານາທິບໍດີ ເວ​ເນ​ຊູ​ເອ​ລາ ແມ່ນ​ກາງ​ຕໍ່ ທ່ານ
“ນິ​ໂກ​ລັ​ສ​ຊີ​ໂຕ ແລະ​ພວກຄົນ​ອື່ນໆທີ່ໃກ້​ຊິດກັບ ລະບອບ​ການ​ປົກ​ຄອງ​
ຜະເດັດການຂອງ​ຜູ້ກ່ຽວ ເພື່ອ​ຮັກສາຊຶ່ງ​ອຳນາດໄວ້ໃນກຳມື ໃນການຮັດກຸມ
ດ້ານ​ເສດ​ຖະ​ກິດ ແລະກົດ​ຂີ່​ຂົ່ມ​ເຫັງ ປະ​ຊາ​ຊົນຊາວ​ເວ​ເນ​ຊູ​ເອ​ລາ.”

ກະ​ຊວງ​ດັ່ງ​ກ່າວ ໄດ້​ກ່າວ​ຫາ ທ່ານ Maduro Jr. ວ່າ ​ໄດ້​ພົວ​ພັນ​ໃນ​ການ​ໂຄ​ສະ​ນາ
ຊວນ​ເຊື່ອ​ແລະ​ການກວດ​ຂັນ​ເລື້ອງ​ສື່, ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກເໝືອງ​ຕ່າງ​ໆ
​ຂອງຊາວ​ເວ​ເນ​ຊູ​ເອ​ລາ ແລະການກວດກາສື່ມວນຊົນ ການຮຽກຜົນປະໂຫຍດ
ຈາກບໍ່ແຫ່ຕ່າງໆຂອງເວເນຊູເອລາ ແລະ​ກົດດັນກອງທັບໃຫ້ສະກັດກັ້ນ ບໍ່ໃຫ້ ​
ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ເຂົ້າ​ມາໃນ​ປະ​ເທດ​.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ ໃນຄະນະລັດຖະບານ ທ່ານນຶ່ງ ໄດ້ກ່າວ​ວ່າ
ສະ​ຫະ​ລັດ ແມ່ນ​ກຳ​ລັງ​ພິຈາລະນາ ​ຈະ​ວາງມາດຕະການລົງ​ໂທດ​ເພີ້ມຕື່ມ​
ຕໍ່ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ ຄົນອື່ນໆ​ນຳດ້ວຍ.

ກ່ອນ​ໜ້າ​ນີ້ ສະ​ຫະ​ລັດ ໄດ້ວາງມາຕະການລົງ​ໂທດ ຕໍ່​ທ່ານ​ມາ​ດູ​ໂຣ ​ເອງ ໃນ​ປີ
2017. ນັບ​ຕັ້ງ​ແຕ່​ທ່ານ​ມາ​ດູ​ໂຣ ໄດ້​ຖືກ​ເລືອກ​ ​ໃນ 2 ປີກ່ອນ, ທ່ານ​ກໍໄດ້​ປະເຊີນ
ກັບ​ວິກິດການ ທາງ​ດ້ານ​ການ​ເມືອງ, ດ້ານ​ມະ​ນຸດ​ສະ​ທຳ ແລະດ້ານ​ເສດ​ຖະ​ກິດ
ເພີ້ມຂຶ້ນນັບມື້ ຊຶ່ງເຕັມໄປດ້ວຍ​ການ​ຂາດ​ເຂີນ​ເຄື່ອງ​ບໍ​ລິ​ໂພກອຸບ​ປະ​ໂພກ​ທີ່​ຈຳ​ເປັນ
ເຊັ່ນເຂົ້າ​ປາອາ​ຫານ​ແລະ​ຢຸກຢາ​ນັ້ນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ວິ​ກິດ​ການໃນເວ​ເນ​ຊູ​ເອ​ລາ ໄດ້​ບັງ​ຄັບ​ໃຫ້​
ປະຊາຊົນ​ຊາວເວ​ເນ​ຊູ​ເອ​ລາ ຈຳນວນຫຼາຍລ້ານຄົນ ໄດ້ພາກັນຫຼົບ​ໜີ​ອອກ​ຈາກ
​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ນັບ​ຕັ້ງ​ແຕ່​ປີ 2015 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG