ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິດ​ທິ​ພົນ​ດ້ານ​ການ​ເມືອງ ​ຂອງ​ທ່ານ ທ​ຣຳ ໃນ​ພັກ​ ຣີ​ພັບ​ບ​ລີ​ກັນ ປະ​ເຊີນ​ກັບ​ການ​ທົດ​ສອບ​ອີກ​ຄັ້ງ​ນຶ່ງ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າ​ວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ການ​ດຳ​ເນີນ​ການ​ດ້ານ​ການ​ເມືອງ​ຫົວ​ອະ​ນຸ​ລັກ​ນິ​ຍົມ 2022 (CPAC) ໃນ​ເມືອງ​ອໍ​ແລນ​ໂດ, ລັດ​ຟ​ລໍ​ຣິ​ດາ, 26 ກຸມ​ພາ, 2022.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າ​ວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ການ​ດຳ​ເນີນ​ການ​ດ້ານ​ການ​ເມືອງ​ຫົວ​ອະ​ນຸ​ລັກ​ນິ​ຍົມ 2022 (CPAC) ໃນ​ເມືອງ​ອໍ​ແລນ​ໂດ, ລັດ​ຟ​ລໍ​ຣິ​ດາ, 26 ກຸມ​ພາ, 2022.

ການ​ຄອບ​ງຳ​ທາ​ງ​ການ​ເມືອງ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ​ ທ​ຣຳ ໃນການ​ເມືອງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ 16 ເດືອນຫຼັງ​ຈາກ​ທ່ານ​ໄດ້​ອອກ​ຈາກ​ຕຳ​ແໜ່ງ​ ແມ່ນ​ໄດ້​ຖືກ​ທົດ​ສອບ​ອີ​ກ​ຄັ້ງ​ນຶ່ງ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ຂະ​ນະ​ທີ່​ ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ທ່ານ​ເລືອກໄດ້​ປະ​ເຊີນ​ໜ້າ ​ກັບ​ຄູ່​ແຂ່ງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ຢູ່​ບັນ​ດາ​ລັດ​ທີ່​ສຳ​ຄັນ.

ມີ​ຫ້າ​ລັດ​ທີ່​ໄດ້​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ແລະເດ​ໂມ​ແຄ​ຣັດ, ແຕ່​ບັນ​ດາ​ນັກ​ວິ​ເຄາະ​ການ​ເມືອງ​ ແມ່ນ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ ໃນ​ໂຊກ​ລາບ​ຂອງ​ທ່ານທ​ຣຳ ​ຢູ່​ສອງ​ລັດຄື​ລັດ​ເພັນ​ຊິ​ລ​ເວ​ເນ​ຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ສະ​ຫະ​ລັດ, ເຊິ່ງ​ທ່ານ​ທ​ຣຳ​ໄດ້​ຜ່າຍ​ແພ້​ ໃນ​ການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ຄືນ​ ໃນ​ປີ 2020 ຫຼັງ​ຈາກ​ໄດ້​ຊະ​ນະ​ຢູ່​ທີ່​ນັ້ນ​ໃນ​ປີ 2016, ແລະລັດ​ຄາ​ໂຣ​ໄລ​ນາ​ເໜືອ, ເຊິ່ງ​ທ່ານ​ທ​ຣຳ​ໄດ້​ຊະ​ນະ​ໃນ​ປີ 2016 ແລະ ສອງ​ປີ​ທີ່​ຜ່ານ​ມາ.

ໃນ​ການ​ແຂ່ງ​ຂັນ​ນຶ່ງ​ທີ່​ສຳ​ຄັນ​ຢູ່​ລັດ​ເພັນ​ຊິ​ລ​ເວ​ເນຍ, ເຊິ່ງ​ແມ່ນ​ສູ​ສີ​ກັນ​ໂພດມາ​ຈົນ​ຮອດ​ເຊົ້າ​ວັນ​ພຸດມື້ນີ້, ທ່ານ​ທ​ຣຳ ໄດ້​ຮັບ​ຮອງ​ດາ​ລາ​ແພດ​ໝໍ ລາຍ​ການໂທ​ລະ​ພາບ ທ່ານ ເມ​ເມັດ ອອ​ສ (Mehmet Oz) ໃຫ້​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ໃນ​ສະ​ພາ​ສູງ​ຂອງ​ພັກ ​ໃນ​ການ​ເລືອກ​ຕັ້ງ​ເດືອນ​ພະ​ຈິກ ສຳ​ລັ​ບ​ຕຳ​ແໜ່ງ​ຫວ່າງ​ຂອງ​ສະ​ມາ​ຊິກ​ສ​ະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ກຳ​ລັງ​ຈະ​ອອກ​ບຳ​ນານ ທ່ານ ແພັດ ທູ​ມີ (Pat Toomey).

ທ່ານ ອອ​ສ, ຜູ້​ທີ່​ຖື​ສອງ​ສັນ​ຊາດ​ຄື ເທີ​ກີ ແລະ ອາ​ເມ​ຣິ​ກັນ​ນັ້ນ, ຈະ​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທີ່​ເປັນ​ຊາວ​ມຸ​ສ​ລິມ​ຄົນ​ທຳ​ອິດ. ແຕ່​ທ່ານ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ແຂ່ງ​ຂັນ​ທີ່​ຍາກ​ຈາກ​ທ່ານ ເດ​ວິດ ແມັກ​ຄໍ​ມິກ (David McCormick), ອະ​ດີດ​ຜູ້​ບໍ​ລິ​ຫານກອງ​ທຶນ​ເພື່ອ​ການ​ລົງ​ທຶນ ແລ​ະ ເລ​ຂາທິ​ການ​ຂອງ​ກະ​ຊວງ​ການ​ເງິນ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ກິດ​ຈະ​ການ​ສາ​ກົນ​ໃນ​ລະ​ຫວ່າງ​ລັດ​ຖະ​ບານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈອຣ​ຈ໌ ດັບ​ເບິນ​ຢູ ບູ​ຊ, ພ້ອມ​ກັບ​ຈາກ​ທ່ານ​ນາງ ແຄ​ທີ ບາ​ເນັດ (Kathy Barnette), ຜູ້​ບັນ​ຍາຍ​ຫົວ​ອະ​ນຸ​ລັກ​ນິ​ຍົມ ແລະ ນັກ​ຂຽນ​ທີ່​ໄດ້ຮັບ​ການ​ສະ​ໜັບ​ສະ​ໜູນ​ຫຼາຍ​ຂຶ້ນ​ໃນ​ການ​ໄດ້​ຮັບ​ຄະ​ແນນ​ເລືອກ​ຕັ້ງ​ໃນ​ການ​ແຂ່ງ​ຂັນ​ນັ້ນ.

ກຸ່ມ ສະ​ໂມ​ສອນ​ເພື່ອ​ການ​ເຕີບ​ໂຕ ຫຼື Club for Growth, ເຊິ່ງ​ແມ່ນ​ກຸ່ມ​ຕໍ່​ຕ້ານ​ພາ​ສີ​ແຫ່ງ​ຊາດ​ທີ່​ມັກ​ຈະ​ເຂົ້າ​ຂ້າງ​ກັບ​ຜູ້​ທີ່​ຖືກ​ເລືອກ​ຂອງ​ທ່ານ​ທ​ຣຳ​ນັ້ນ, ໄດ້​ໃຊ້​ເງິນ 2 ລ້ານ​ໂດ​ລາ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທາງ​ໂທ​ລະ​ພາບ​ສຳ​ລັບ​ທ່ານນາງ ບາ​ເນັດ, ເຮັດ​ໃຫ້​ທ່າ​ນ​ນາງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງວ່ອງ​ໄວ​ໃນ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ພັກ​ຣີ​ພັບ​ບ​ລີ​ກັນ​.

ແຕ່​ທ່ານ​ທ​ຣຳ​ແມ່ນ​ໄດ້​ຮັບ​ຮູ້, ໂດຍ​ໄດ້​ກ່າວ​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ທ່ານ​ນາງ “ຈະ​ບໍ່​ມີ​ວັນ​ສາ​ມາດ​ໄດ້​ຊະ​ນະ” ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກັບ​ຜູ້​ຖືກ​ສະ​ເໜີ​ຊື່​ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ​, ຮອງ​ຜູ້​ປົກ​ຄອງ​ລັດ​ເພັນ​ຊິ​ລ​ເວ​ເນຍ ທ່ານ ຈອນ ເຟັດ​ເທີ​ແມນ (John Fetterman), ຜູ້​ທີ່​ໄດ້​ເອີ້ນ​ຕົນ​ເອງວ່າ “ເປັນ​ພຽງ​ຜູ້​ຊາຍ​ຄົນ​ນຶ່ງ” ໃນ​ຂະ​ນະ​ທີ່​ທ່ານ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເຄື່ອງ​ນຸ່ງ​ທີ່​ທ່ານ​ມັກ​ຄື ໂສ້ງ​ຂາສັ້ນ ແລະ ເສື້ອ​ກັນ​ໜາວ​ມີ​ໝວກ.

ດ້ວຍ​ຄວາມ​ສູງ 2.3 ແມັດ, ທ່ານ​ແມ່ນ​ໂດດ​ເດັ່ນ​ກວ່າ​ໝູ່​ໃນ​ຝູງ​ຄົນ​. ທ່ານເຟັດ​ເທີ​ແມນ ໄດ້​ຢຸດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຊົ່ວ​ຄາວ​ເມື່ອບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ເວ​ລາ​ທີ່​ທ່ານ​ເປັນ​ໂຣກ​ເສັ້ນ​ເລືອດ​ອຸດ​ຕັນ ແຕ່​ເວົ້າ​ວ່າ​ທ່ານບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ການຮັບ​ຮູ້ ແລະ ​ເຂົ້າ​ໃຈ ແລະ ກຳ​ລັງ​ຟື້ນ​ຕົວ. ທ່ານ ເຟັດ​ເທີ​ແມນ​ໄດ້​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ທ່ານ​ເມື່ອ​ວັນ​ອັງ​ຄານ​ວານນີ້​ດ້ວຍ​ຄະ​ແນນ​ທີ່​ຫ່າງຫຼາຍ.

ທ່ານ​ທ​ຣຳ, ໃນ​ຂະ​ນະ​ທີ່​ໄດ້​ໂຈມ​ຕີ​ທ່ານ​ນາງບາ​ເນັດນັ້ນ, ໄດ້​ໂຕ້​ແຍ້ງວ່າ ທ່ານ ອອ​ສ “ແມ່ນ​ພຽງ​ຄົນ​ດຽວ” ຜູ້​ທີ່​ສາ​ມາດ​ເອົາ​ຊະ​ນະ​ທ່ານເຟັດ​ເທີ​ແມນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG