ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ທະ​ນາຍ​ຄວາມ ຂອງ ປ. ທ​ຣຳ ຍອມ​ຮັບ​ຜິດ ຕໍ່​ຂໍ້​ຫາ​ໃໝ່


​ທ່ານ​ໄມ​ເກີ​ລ ໂຄ​ເຮັນ ພວມ​ຍ່າງ​ອອກ​ມາ ຈາກ​ສານ​ລັດ​ຖະ​ບານ​ກາງ​ທີ່​ນະ​ຄອນ​ນິວຢອກ. (29 ພະ​ຈິກ 2018)
​ທ່ານ​ໄມ​ເກີ​ລ ໂຄ​ເຮັນ ພວມ​ຍ່າງ​ອອກ​ມາ ຈາກ​ສານ​ລັດ​ຖະ​ບານ​ກາງ​ທີ່​ນະ​ຄອນ​ນິວຢອກ. (29 ພະ​ຈິກ 2018)

ພວກ​ນັກ​ຂ່າວ ​ທີ່​ເດີນ​ທາງ​ໄປ​ນຳ ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳເພື່ອ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ ຂອງ​ກຸ່ມ​ຈີ 20 ທີ່​ປະ​ເທດ​ອາ​ເຈັນ​ຕິ​ນາ ກ່າວວ່າ ທ່ານ​ມີ​ອາ​ລົມ​ບໍ່​ດີແລະເສຍ​ສະ​ມາ​ທິຫຼັງ​ຈາກ​ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ທ່ານທ່ານ​ໄມ​ເກີ​ລ ໂຄ​ເຮັນ ຍອມ​ຮັບ​ຜິດ​ວ່າ ​ໄດ້ໃຫ້​ການ​ເທັດ​ຕໍ່​ລັດ​ຖະ​ສະ​ພາກ່ຽວ​ກັບ​ ການຕໍ່​ລອງ​ທາງ​ດ້ານ​ອະ​ສັງ​ຫາ​ລິມ​ມະ​ຊັບ ຢູ່​ທີ່​ຣັດ​ເຊຍ.

ທ່ານ​ໂຄ​ເຮັ​ນໄດ້​ຍອມ​ຮັບ​ຜິດ ຢູ່​ສານ​ລັດ​ຖະ​ບານ​ກາງ​ທີ່​ນະ​ຄອນ​ນິວຢອກ ໃນ​ວັນພະ​ຫັດ​ວານນີ້​ວ່າ ໄດ້ໃຫ້​ການ​ເທັດ​ຕໍ່​ສະ​ມາ​ຊິກ​ລັດ​ຖະ​ສະ​ພາກ່ຽວ​ກັບ​ກຳ​ນົດ​ເວ​ລາໃນ​ການ​ເຈ​ລະ​ຈາ​ໂອ້​ລົມກັບ​ຣັດ​ເຊຍ ເພື່ອ​ສ້າງ​ຫໍ​ຄອຍ​ທ​ຣຳ ຫຼື Trump tower ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.

ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມັ​ລ​ເລີ ທີ່​ພວມ​ສືບ​ສວນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່ວ່າ ອາດ​ມີ​ການ​ສົມ​ຮູ້​ຮ່ວມ​ຄິດ ລະ​ຫວ່າງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ທ່ານ​ທ​ຣຳ ແລະ​ການ​ແຊກ​ແຊງ​ ຂອງ​ຣັດເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ນັ້ນໄດ້​ຕັ້ງ​ຂໍ້​ຫາ​ຕໍ່​ທ່ານ​ໂຄເຮັນ. ທ່ານ​ໂຄ​ເຮັນ ໃນ​ເວ​ລານີ້ ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ຕິດ​ຄຸກ​ຢູ່​ແລ້ວ ຍ້ອນ​ສໍ້ໂກງ​ທະ​ນາ​ຄານ ແລະ​ກິດ​ຈະ​ກຳ​ຕ່າງໆ​ ທີ່​ພົວ​ພັນ​ກັບ​ທຸ​ລະ​ກິດ​ລົດ​ແທັກ​ຊີ​ຂອງຜູ້​ກ່ຽວ.

Cohen Guilty Plea Signals New Turn in Russia Probe
please wait

No media source currently available

0:00 0:02:55 0:00

ທ່ານ​ໂຄ​ເຮັນ​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ສູງໃນ​ປີ​ກາຍນີ້​ວ່າ ການເຈ​ລະ​ຈາ​ຕໍ່​ລອງ​ລະ​ຫວ່າງ​ອົງ​ການ​ທ​ຣຳແລະ​ຣັດ​ເຊຍ ເພື່ອ​ສ້າງທ​ຣຳທາວ​ເວີ້ທີ່​ນະ​ຄອນຫຼວງ​ມົ​ສ​ກູ ໄດ້​ສິ້ນ​ສຸດ​ລົງ​ ໃນ​ເດືອນ​ມັງ​ກອນ ປີ 2016. ແຕ່​ທີ່​ຈິງ​ແລ້ວ ການ​ເຈ​ລະຈາ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ຈົນ​ເຖິງ​ເດືອນ​ມິ​ຖຸ​ນາຂອງ​ປີ​ດຽວ​ກັນ ຫຼັງ​ຈາກ​ທ່ານ​ທ​ຣຳໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ລົງ​ສະ​ໝັກ​ແຂ່ງ​ຂັນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ.

ນອກນັ້ນ ທ່ານ​ໂຄ​ເຮັນ​ຍັງ​ຍອມ​ຮັບ​ວ່າ ໄດ້​ຕົວະ​ລັດ​ຖະ​ສະ​ພາ ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ໂຄງ​ການ​ມົ​ສ​ກູ ທີ່​ຮວມ​ທັງ​ການ​ຕິດ​ຕໍ່​ຂອງ​ທ່ານ ກັບ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍແລະ​ກ່າວ​ວ່າ ທ່ານ​ບໍ່​ເຄີຍ​ຂໍ​ຮ້ອງ ໃຫ້​ທ່ານ​ທ​ຣຳ​ເດີນ​ທາງ​ໄປ​ນະ​ຄອນ​ມົ​ສ​ກູ​ຕາມລຳ​ພັງ​ພຽງ​ຜູ້​ດຽວ.

ອີງ​ຕາມ​ສຳ​ນວນ​ຟ້ອງ​ແລ້ວ ເພື່ອນ​ສ​ະ​ໜິດ​ຄົນ​ນຶ່ງ​ຂອງ​ທ່ານ​ໂຄ​ເຮັນ ແລະ​ທ້າວເຟ​ລິກ ເຊ​ເຕີ້ ພະ​ນັກ​ງານ​ທີ່​ວ່າ​ຈ້າງ​ພຽງ​ຄັ້ງ​ດຽວ​ ໄດ້​ໂອ້​ລົມ​ກ່ຽວ​ກັບການມອບຫ້ອງ​ພັກ ​ລາ​ຄາ 50 ລ້ານ​ໂດ​ລາໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ຢູ່​ທີ່​ທ​ຣຳ​ທາວ​ເວີ້​ດັ່ງ​ກ່າວ ໃນ​ການ​ວາງ​ແຜນ​ໃຫ້​ພວກ​ຜູ້​ນຳ​ຂອງ​ຣັດ​ເຊຍ​ຈ່າຍ​ຄ່າ​ເຊົ່າ​ລາ​ຄາແພງ ​ເພື່ອ​ພັກ​ເຊົາ​ຢູ່​ທີ່ນັ້ນ.

​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ ໄປ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ ຂອງ​ກຸ່ມ​ຈີ 20 ທີ່​ອາ​ເຈັນ​ຕິ​ນາ. (29 ພະ​ຈິກ 2018)
​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ ໄປ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ ຂອງ​ກຸ່ມ​ຈີ 20 ທີ່​ອາ​ເຈັນ​ຕິ​ນາ. (29 ພະ​ຈິກ 2018)

​ທ່ານ​ໂຄ​ເຮັນກ່າວ​ຕໍ່​ຜູ້​ພິ​ພາກ​ສາ​ວ່າ ທ່ານ​ຕົວ​ຕໍ່​ສະ​ພາ​ຍ້ອນ​ທ່ານ​ຢາກ​ໃຫ້​ມີ​ຄວາມສອດ​ຄ່ອງ ກັບ “ການ​ສົ່ງ​ຂ່າວ​ທາງ​ການ​ເມືອງ” ຂອງ​ທ່ານ​ທ​ຣຳ ແລະ​ມັນ​ກໍ​ເປັນຄວາມ​ປະ​ສົງ​ຂອງ​ທ່ານ ທີ່​ຈະ “ຈົງ​ຮັກ​ພັກ​ດີ” ຕໍ່​ທ່ານ​ທ​ຣຳ.

ແຜນ​ການ​ຂອງ​ທ່ານ​ທ​ຣຳ ທີ່​ຈະ​ສ້າງ​ໂຮງ​ແຮມ-ບ້ານ​ພັກ ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ແມ່ນ​ຢ້ອນ​ຄືນ​ໄປ ເມື່ອ 20 ກວ່າ​ປີ​ຜ່ານ​ມາ​ແລ້ວ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຢືນຢັດ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນ​າ​ຫາ​ສຽງ​ວ່າ ທ່ານ​ບໍ່​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ຣັດ​ເຊຍ ແລະ​ກໍ​ບໍ່​ມີ​ການ​ພົວ​ພັນ​ໃດໆ​ກັບ​ວັງ​ເຄ​ຣັມ​ລິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG