ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂຄ​ເຮັນ ແລະ ທ. ແຊດ​ເທີ ນັກ​ທຸ​ລະ​ກິດ ທີ່​ເກີດ​ຢູ່​ຣັດ​ເຊຍ ຈະ​ກັບ​ມາ​ໃຫ້​ການ ຢູ່​ລັດ​ຖະ​ສະ​ພາ ສ​ຫລ ​ອີກ ໃນ​ໄວໆ ​ນີ້


ທ່ານ ໄມ​ເຄິ​ລ ໂຄ​ເຮັນ, ອະ​ດີດ​ທະ​ນາຍຄວາມ​ຂອງ ປ. ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ແບບ​ສັ້ນໆ ພາຍ​ຫລັງ​ທ່ານ​ຈົບການ​ໃຫ້​ຄຳ ສຳ​ພາດ​ແບບ​ປິດ​ລັບ ໃນ​ວັນ​ທີ 28 ກຸມ​ພາ, 2019 ຢູ່​ຫ້ອງ​ການ​ລັດ​ຖະ​ສະ​ພາ​ ໃນນະ​ຄອນວໍຊິງ​ຕັນ
ທ່ານ ໄມ​ເຄິ​ລ ໂຄ​ເຮັນ, ອະ​ດີດ​ທະ​ນາຍຄວາມ​ຂອງ ປ. ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ແບບ​ສັ້ນໆ ພາຍ​ຫລັງ​ທ່ານ​ຈົບການ​ໃຫ້​ຄຳ ສຳ​ພາດ​ແບບ​ປິດ​ລັບ ໃນ​ວັນ​ທີ 28 ກຸມ​ພາ, 2019 ຢູ່​ຫ້ອງ​ການ​ລັດ​ຖະ​ສະ​ພາ​ ໃນນະ​ຄອນວໍຊິງ​ຕັນ

ທ່ານ ໄມ​ເຄິ​ລ ໂຄ​ເຮັນ (Michael Cohen), ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່ຖືກ​ສຳ​ພາດ​ແບບ​ປິດ​ລັບ ເປັນ​ເວ​ລາ​ນານກວ່າ 7 ຊົ່ວ​ໂມງໂດຍ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ​ໃນ​ວັນ​ພະ​ຫັດ​ວານນີ້ ຈະ​ໄດ້​ກັບ​ຄືນ​ມາ​ຍັງ​ຫ້ອງ​ການລັດ​ຖະ​ສະ​ພາ​ອີກ ໃນ​ວັນ​ທີ 6 ມີ​ນາ ເພື່ອ​ໃຫ້ການໃຫ້​ສຸດ​.

​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ທ່ານ ອາ​ດາມ ຊີ​ຟ (Adam Schiff) ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈາກ​ລັດ​ຄາ​ລິ​ຟໍ​ເນຍ​ປະ​ກາດ​ວ່າ ທ່ານ​ໂຄ​ເຮັນ ຈະ​ກັບ​ຄືນ​ມາ​ອີກ ແລະ​ທ່ານ ເຟ​ລິກ​ສ໌ ແຊດ​ເທີ (Felix Sater), ນັກ​ທຸ​ລະ​ກິດ​ທີ່​ເກີດ​ຢູ່​ຣັດ​ເຊຍ ​ທີ່​ເຮັດ​ວຽກ ​ກ່ຽວ​ກັບໂຄງ​ການ​ສ້າງ​ຕຶກ​ຂອງ​ທ່ານທ​ຣຳ ຢູ່​ໃນ​ມົ​ສ​ກູ ນຳ​ກັນ​ກັບ​ທ່ານໂຄ​ເຮັນກໍ​ຈະ​ເຂົ້າ​ມາເຊັ່ນ​ກັນ.

ທ່ານແຊດ​ເທີ ໄດ້ສ້າງຄວາມ​ສົນ​ໃຈໃຫ້ແກ່​ພວກ​ນັກຂ່າວ​ ຍ້ອນ​ວ່າ​ທ່ານມີການ​ພົວພັນ​ ກັບ​ທ່ານ​ທ​ຣຳ ແລະ​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບ​ການ​ສະ​ເໜີ​ໂຄງ​ການ ສ້າງ​ຕຶກນັ້ນ. ໜັງ​ສື​ພິມ New York Times ລາຍ​ງານ​ໃນ​ເດືອນ​ສິງ​ຫາ 2017 ຜ່ານ​ມາວ່າ ທ່ານ ແຊດ​ເທີ ໄດ້​ອ້າງ​ເຖິງ​ສາຍ​ພົວ​ພັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ​ຂອງ​ຣັດ​ເຊຍຢູ່​ໃນ​ອີ​ເມ​ລ ​ທີ່​ຂຽນ​ຫາ​ທ່ານໂຄ​ເຮັນ ແລະ​ເວົ້າ​ວ່າ ທຸ​ລະ​ກິດ​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ​ດັ່ງ​ກ່າວ ຈະ​ຊ່ວຍ​ເຮັດ​ໃຫ້​ທ່ານ​ທ​ຣຳໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

​ປະ​ທາ​ນາ​ທິ​ບໍ​ດີທີ່​ຖືກ​ເລືອກ​ຕັ້ງ ທ​ຣຳ ກັບ ທ. ດໍ​ໂນ​ລ ທ​ຣຳ ຈູ​ເນຍ, ​ລູກ​ຊາຍ​ຂອງ​ທ່ານເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ຕຶກ​ຂອງ​ທ່ານ​ທ​ຣຳ (Trump Tower ) ໃນ​ນະ​ຄອນ​ນີວຢອກ ໃນ​ຂະ​ນະ​ທີ່​ທ່ານ Allen Weisselberg, ຫົວ​ໜ້າ​ພະ​ນັກ​ງານ​ການ​ເງິນ​ຂອງ ຄອບ​ຄົວ​ທ​ຣຳກຳ​ລັງ​ຢືນເບິ່ງ​ຢູ່​ທາງ​ຫລັງ
​ປະ​ທາ​ນາ​ທິ​ບໍ​ດີທີ່​ຖືກ​ເລືອກ​ຕັ້ງ ທ​ຣຳ ກັບ ທ. ດໍ​ໂນ​ລ ທ​ຣຳ ຈູ​ເນຍ, ​ລູກ​ຊາຍ​ຂອງ​ທ່ານເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ຕຶກ​ຂອງ​ທ່ານ​ທ​ຣຳ (Trump Tower ) ໃນ​ນະ​ຄອນ​ນີວຢອກ ໃນ​ຂະ​ນະ​ທີ່​ທ່ານ Allen Weisselberg, ຫົວ​ໜ້າ​ພະ​ນັກ​ງານ​ການ​ເງິນ​ຂອງ ຄອບ​ຄົວ​ທ​ຣຳກຳ​ລັງ​ຢືນເບິ່ງ​ຢູ່​ທາງ​ຫລັງ

ທ່ານ ແຊດ​ເທີ​ຂຽນ​ວ່າ "ເດັກຊາຍ​ຂອງ​ພວກ​ເຮົາ ສາ​ມາດທີ່​ຈະ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາໄດ້ ແລະ​ພວກ​ເຮົາ​ສາ​ມາດ ​ເຮັດ​ໃຫ້​ມັນເປັນ​ໄປ​ໄດ້." ທ່ານ​ຂຽນ​ຕໍ່​ໄປ​ວ່າ "ຂ້ອຍ​ຈະ​ເຮັດ​ໃຫ້​ຄົນ​ຢູ່​ໃນ​ທີມ​ງານ​ຂອງ​ທ່ານ ປູ​ຕິນ​ເຊື່ອ​ໃນ​ເລື້ອງນີ້​ໃຫ້​ໄດ້, ຂ້ອຍ​ຈະ​ເປັນ​ຄົນ​ຈັດ​ການຄວບ​ຄຸມ​ຂັ້ນ​ຕອນ​ອັນນີ້."

ທ່ານ ຊີ​ຟ (Schiff) ກ່າວ​ວ່າ ການ​ສຳ​ພາດ​ແບບບໍ່​ເປີດ​ເຜີຍ​ກັບ​ທ່ານ​ໂຄ​ເຮັນ ມີ​ຜົນ​ດີ​ຫລາຍ. ທ່ານ​ເວົ້າ​ວ່າ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາສາ​ມາດ​ທີ່​ຈະ "ເຈາະ​ຈິ້ມ" ບັນ​ຫາ​ທີ່​ຢູ່​ໃນ​ການ​ສືບ​ສວນນັ້ນ “ໄດ້ຢ່າງ​ລະ​ອຽດ​ຫລາຍ.”

ການ​ສຳ​ພາດ​ແບບປິດ​ລັບຄາດ​ກັນ​ວ່າໄດ້​ເພັ່ງ​ເລັງ​ໃສ່​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສືບ​ສວນ​ຂອງ​ຄະ​ນ​ະ​ກຳ​ມະ​ການໃນ​ເລື້ອງ​ການ​ແຊກ​ແຊງຂອງ​ຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີປີ 2016 ແລະ​ການ​ພົວ​ພັນ​ລະ​ຫວ່າງຣັດ​ເຊຍ​ກັບ ພັກ​ພວກ​ຂອງ​ທ່ານ​ທ​ຣຳ.

ຄວາມກ້າວ​ໜ້າທີ່​ມີ​ຂຶ້ນ​ໃນ​ວັນ​ພະ​ຫັດ​ວານນີ້ ແມ່ນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ການ​ໃຫ້​ການ​ຢ່າງ​ເປີດ​ເຜີຍຂອງ​ທ່ານໂຄ​ເຮັນໃນມື້​ກ່ອນນັ້ນ ຊຶ່ງ​ທ່ານ​ໄດ້​ເອີ້ນ​ອະ​ດີດ​ນາຍ​ຂອງ​ທ່ານ​ວ່າ "ເປັນ​ຄົນ​ຈຳ​ແນກ​ຜີວ​ພັນ, ຫລອກ​ລວງ ແລະ​ສໍ້​ໂກງ."

ທ່ານ ທ​ຣຳ ໄດ້​ຕອບ​ໂຕ້​ຄືນແບບ​ໂກດ​ແຄ້ນ ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ຜ່ານ​ທາງ​ໂທ​ລະ​ພາບຂອງ​ສຳ​ນັກ​ຂ່າວ Fox News ໃນ​ຄ່ຳ​ຄືນ​ຂອງວັນ​ພະ​ຫັດ​ວານນີ້, ໂດຍ​ໄດ້​ເອີ້ນ​ການ​ໃຫ້​ຄຳ​ໃຫ້​ການ​ຂອງ​ທ່ານໂຄ​ເຮັນວ່າ "ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ
ຄວາມບໍ່​ຊື່​ສັດ ຢ່າງ​ໜ້າ​ລັງ​ກຽດ​ຂະ​ໜາດ​ເລີຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG