TRUMP BRITAIN SCENE SETTER 1ST UPD – 28029699 #7
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ສະຕິີໝາຍເລກນຶ່ງທ່ານນາງ ເມລາເນຍ ທຣຳ ຈະທຳການຢ້ຽມຢາມ ອັງກິດ ຕາມການເຊື້ອເຊີນຢ່າງເປັນທາງການໃນວັນຈັນ ຫາວັນພຸດນີ້.
ມີສິ່ງໃດທີ່ຕ້ອງຮູ້ສຳລັບການຢ້ຽມຢາມຄັ້ງນີ້.
ມັນບໍ່ແມ່ນການຢ້ຽມຢາມ ອັງກິດ ຄັ້ງທຳອິດຂອງທ່ານ ທຣຳ.
ສະນັ້ນເທື່ອນີ້ມັນມີຫຍັງທີ່ພິເສດຫຼາຍແທ້?
ທ່ານ ທຣຳ ໄດ້ເດີນທາງໄປອັງກິດ ໃນເດືອນກໍລະກົດປີ 2018 ໃນການເດີນທາງຢ້ຽມ
ຢາມທາງການ, ເຊິ່ງມີພິທີການ ແລະ ຄວາມຫຼູຫຼາໜ້ອຍກວ່າການເຊື້ອເຊີນຢ້ຽມຢາມ
ຢ່າງເປັນທາງການ. ໃນການເດີນທາງຢ້ຽມຢາມທາງການນັ້ນ, ປະເທດທີ່ເປັນເຈົ້າພາບ
ແມ່ນບໍ່ໄດ້ຮັບຜິດຊອບສຳລັບຄ່າໃຊ້ຈ່າຍຕ່າງໆ.
ການເຊື້ອເຊີນຢ້ຽມຢາມປະເທດຢ່າງເປັນທາງການໂດຍປະມຸກລັດ ແລະ ປົກກະຕິຈະ
ເປັນການເຊື້ອເຊີນຂອງລາຊິນີ ຕາມການແນະນຳຂອງລັດຖະບານຂອງເພິ່ນ. ລາຊິນີ
ເອລິຊາເບັດ ທີສອງ, ໃນຖານະເປັນປະມຸກລັດໃນປັດຈຸບັນນັ້ນ, ຈະເຮັດໜ້າທີ່ເປັນຜູ້
ຕ້ອນຮັບທາງການຂອງທ່ານ ທຣຳ ສຳລັບໄລຍະເວລາການຢ້ຽມຢາມຂອງທ່ານ.
ການເຊື້ອເຊີນຢ້ຽມຢາມປະເທດຢ່າງເປັນທາງການ ໄດ້ຖືກສະເໜີບໍ່ດົນຫຼັງຈາກທ່ານ
ທຣຳ ໄດ້ເຂົ້າດຳລົງຕຳແໜ່ງໃນປີ 2017, ແຕ່ຍ້ອນຄວາມເປັນຫ່ວງຫຼາຍຢ່າງ, ລວມທັງ
ຄວາມປອດໄພ ແມ່ນໄດ້ເຮັດໃຫ້ແຜນການດັ່ງກ່າວນັ້ນຊັກຊ້າ.
ທຳນຽບຂາວໄດ້ກ່າວວ່າ ການເດີນທາງທີ່ໃກ້ຈະມາເຖິງນີ້ ຈະເປັນການເນັ້ນຢ້ຳຄືນ
“ສາຍພົວພັນທີ່ໝັ້ນຄົງ ແລະ ພິເສດລະຫວ່າງ ສະຫະລັດ ແລະ ລາດຊະອານາຈັກ
ອັງກິດ.”
ປະທານາທິບໍດີ ສະຫະລັດ 12 ຄົນແມ່ນໄດ້ເດີນທາງໄປຢ້ຽມຢາມ ອັງກິດ, ແຕ່ມີພຽງ
ສອງທ່ານເທົ່ານັ້ນ ທີ່ໄດ້ຮັບການເຊື້ອເຊີນຢ້ຽມຢາມຢ່າງເປັນທາງການ ເຊິ່ງແມ່ນ ທ່ານ
ຈອຈ໌ ດັບເບິນຢູ ບຸຊ ໃນປີ 2003 ແລະ ທ່ານ ບາຣັກ ໂອບາມາ ໃນປີ 2011.