ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິດທິພົນ ຂອງທ່່ານ ທຣໍາ ໃນລັດໄອໂອວາ ປູພື້ນຖານ ສຳລັບການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລີກັນ


ຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບລີກັນ ແລະ ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຶ້ນເວທີ ໃນງານລ້ຽງຕອນກາງຄືນຂອງກອງປະຊຸມການເລືອກຕັ້ງ ຢູ່ທີ່ເມືອງ ເດີ ມອຍສ໌ (Des Moines), ລັດ ໄອໂອວາ,​ ວັນທີ 15 ມັງກອນ 2024.
ຜູ້ສະໝັກປະທານາທິບໍດີ ຈາກພັກຣີພັບບລີກັນ ແລະ ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຶ້ນເວທີ ໃນງານລ້ຽງຕອນກາງຄືນຂອງກອງປະຊຸມການເລືອກຕັ້ງ ຢູ່ທີ່ເມືອງ ເດີ ມອຍສ໌ (Des Moines), ລັດ ໄອໂອວາ,​ ວັນທີ 15 ມັງກອນ 2024.

ທ່ານ ດໍໂນລ ທຣຳ ​ໃນ​ຕອນ​ກາງ​ຄືນ​ວັນ​ຈັນທີ່​ຜ່ານ​ມາ ​ໄດ້​ຮັບ​ໄຊ​ຊະ​ນະ​ໃນກອງປະຊຸມ​ການ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ​ລັດຂອງພັກຣີພັບລີກັນ ໃນລັດໄອໂອວາ.

ມີພຽງ​ແຕ່ 110,298 ຄົນ, ຫຼື​ໜ້ອຍ​ກວ່າ 15% ຂອງຜູ້​ມີສິດອອກສຽງພັກຣີພັບ​ບລິ​ກັນ 752,000 ຄົນ​ ເຂົ້າຮ່ວມກອງປະຊຸມ​ການ​ເລືອກ​ຕັ້ງ​ ໃນ​ວັນ​ຈັນ​ທີ່ຜ່ານມາ.

ທ່ານ ທຣໍາ ໄດ້ຊະນະດ້ວຍຄະແນນ 56,260 ສຽງ ຫຼື 51 ເປີເຊັນ, ຊຶ່ງເປັນໄຊຊະ ນະທີ່ຫຼາຍທີ່ສຸດ ໃນກອງປະຊຸມການເລືອກຕັ້ງ ໃນປະຫວັດສາດຂອງລັດ.

ຄູ່ແຂ່ງທີ່ໃກ້ຄຽງທີ່ສຸດຂອງອະດີດປະທານາທິບໍດີ, ໃນຄວາມເປັນຈິງແລ້ວ, ບໍ່ໄດ້ມີຄະແນນ ຢູ່ໃກ້ກັນເລີຍ. ຜູ້ປົກຄອງລັດ ຟລໍຣີດາ ທ່ານ ຣອນ ດີແຊນຕິສ ໄດ້ຮັບຄະແນນສຽງ 23,420 ສຽງ ຫຼື 21.2 ເປີເຊັນ, ໃນຂະນະທີ່ ອະດີດຜູ້ປົກ ຄອງລັດຄາໂຣໄລນາ ໃຕ້ ທ່ານນາງ ນິກກີ້ ເຮລີ ໄດ້ຮັບຄະແນນສຽງ 21,085 ສຽງຫຼື 19.1 ເປີເຊັນ. ນັກທຸລະກິດ ທ່ານວິເວັກ ຣາມາສວາມີ ໄດ້ຮັບຄະແນນ ສຽງ 8,449 ສຽງ ຫຼື 7.7 ເປີເຊັນ ແລະໄດ້ໃຊ້ຄໍາປາໄສ ຍອມຮັບຄວາມພ່າຍແພ້ຂອງທ່ານ ເພື່ອປະກາດການອອກຈາກການແຂ່ງຂັນ ແລະ​ໃຫ້​ການ​ສະ​ໜັບ
ສະ​ໜູນ ທ່ານ ທຣໍາ. ບໍ່​ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານ​ອື່ນໃນ​ການ​ແຂ່ງ​ຂັນ​ ໄດ້​ຮັບ​ຄະ​ແນນ​ສຽງ​ແມ່ນແຕ່ 1 ເປີເຊັນ.

ໄຊຊະນະຄັ້ງນີ້ ເຮັດໃຫ້ ທ່ານທຣໍາ ກ້າວໄປສູ່ການເລືອກຕັ້ງຂັ້ນຕົ້ນ ໃນອາທິດຫນ້າ ໃນລັດນິວ ແຮມເຊີ (New Hampshire), ບ່ອນທີ່ ທ່ານນາງເຮລີ ໄດ້ຮວບຮວມຄວາມເຂັ້ມແຂງໃນຄວາມຫວັງວ່າຈະໄດ້ຮັບໄຊຊະນະແບບ​ບໍ່​ຄາດ​ຄິດ ທີ່ອາດຈະພາໃຫ້ມີຄວາມເຂັ້ມແຂງໃຫມ່ ເຂົ້າໃນການໂຄສະນາຫາສຽງຂອງທ່ານນາງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG