ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ງົບ​ປະ​ມານ ສົກ​ປີ 2020 ​ຂອງ​ທ່ານ​ທ​ຣຳ ​ຮຽກ​ຮ້ອງ 8 ​ພັນ 6 ​ຮ້ອຍ​ລ້ານ​ໂດ​ລາ ໃສ່​ໂຄງການ ສ້າງ​ກຳ​ແພງ ຊາຍ​ແດນ


ຮ່າງ​ງົບ​ປະ​ມານ​ສະ​ບັບ​ທີ 1 ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຂອງ​ສົກ​ປີ 2020 ຢູ່​ທີ່​ຫ້ອງ​ການ​ບໍ​ລິ​ຫານ​ງົບ​ປະ​ມານ (OMB), ວໍ​ຊີງ​ຕັນ, 11 ມີ​ນາ 2019.
ຮ່າງ​ງົບ​ປະ​ມານ​ສະ​ບັບ​ທີ 1 ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຂອງ​ສົກ​ປີ 2020 ຢູ່​ທີ່​ຫ້ອງ​ການ​ບໍ​ລິ​ຫານ​ງົບ​ປະ​ມານ (OMB), ວໍ​ຊີງ​ຕັນ, 11 ມີ​ນາ 2019.

ທຳ​ນຽບ​ຂາວ ໃນ​ວັນ​ຈັນ​ວານ​ນີ້ ໄດ້ເປີດ​ເຜີຍແຜນ​ການ​ໃຊ້​ຈ່າຍ ​ຂອງ​ລັດ​ຖະ​ບານ​
​ກາງສຳ​ລັບ​ປີ 2020 ຊຶ່ງ​ຕົກ​ເປັນ​ເງິນ​ທັງ​ໝົດ 4 ພັນ 700 ຕື້​ໂດ​ລາ ຊຶ່ງ​ແມ່ນ ​ຮວມທັງ
ການ​ຮຽກ​ຮ້ອງຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ອີກ 8 ​ພັນ 6 ​ຮ້ອຍ​
ລ້ານ​ໂດ​ລາໃສ່​ໂຄງ​ທີ່​ສຳ​ຄັນ​ຂອງ​ທ່ານ​ນັ້ນ ກໍ​ຄື​ການສ້າງ​ກຳ​ແພງຊາຍ​ແດນ​ສະ​ຫະ​ລັດ
ກັບ​ເມັກ​ຊິ​ໂກ ເພື່ອ​ປ້ອງ​ກັນ​ບັນ​ຫາ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດ​ໝາຍ​.

ການ​ຮຽກ​ຮ້ອງ​ສຳ​ລັບ​ງົບ​ປະ​ມານເພື່ອ​ສ້າງ​ກຳ​ແພງ​ຂອງ​ທ່ານ​ທ​ຣຳແມ່ນ​ເປັນ​ລາງ
​ບໍ່​ດີ​ລ່ວງ​ໜ້າ ໃນ​ການ​ຕໍ່​ສູ້​ກັນເທື່ອ​ໃໝ່ກັບ​ລັດ​ຖະ​ສະ​ພາ ກ່ຽວ​ກັບບັນ​ຫາ​ດັ່ງ​ກ່າວ
ໃນໄລ​ຍະ​ຫຼາຍເດືອນຕໍ່​ໜ້າ ໃນ​ຊ່ວງ​ປີ​ທີ 3 ຂອງ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ
​ບໍ​ດີ​ຂອງ​ທ່ານ. ບັນ​ດາ​ສະ​ມາ​ຊິກ​ຄົນ​ສຳ​ຄັນ​ຂອງ​ພັກເດ​ໂມ​ແຄ​ຣັດ ຊຶ່ງ​ເປັນ​ພັກ
ຝ່າຍ​ຄ້ານ ແມ່ນ​ທັນ​ທີ​ປະ​ຕິ​ຍານ​ວ່າ ຈະ​ກີດ​ກັນ​ງົບ​ປະ​ມານ​ສ້າງ​ກຳ​ແພງດັ່ງ​ກ່າວ​ນີ້.

ແຜນ​ການ​ງົບ​ປະ​ມານຂອງ​ທ່ານ​ທ​ຣຳ ຮຽກຮ້ອງ​ໃຫ້​ເພີ້ມ​ການ​ໃຊ້​ຈ່າ​ຍຂ​ອງ​ທຳ​ນຽບ
ຫ້າ​ແຈ 5 ເປີ​ເຊັນ ແລະຕັດ​ການ​ໃຊ​ຈ່າຍ ​ທີ່​ບໍ່​ແມ່ນ​ທາງ​ທະ​ຫານ​ລົງ 5 ເປີ​ເຊັນ
ໃນ​ຂະ​ນະ​ທີ່​ຫລຸດ​ການ​ໃຊ້​ຈ່າຍກ່ຽວ​ກັບ​ໂຄງ​ການ​ທີ່​ໄດ້​ຮັບຄວາມ​ນິ​ຍົມ​ຕ່າງໆເຊັ່ນ
ໂຄງ​ການ​ຮັກ​ສາ​ສຸ​ຂະ​ພາບສຳ​ລັບ​ຊາວ​ອາ​ເມ​ຣິ​ກັນ​ທີ່​ສູງ​ອາ​ຍຸ ແລະ​ພວກ​ທຸກ​ຍາກ.
ການ​ໃຊ້​ຈ່າຍ​ທາງ​ທະ​ຫານ ແມ່ນ​ຈະ​ເພີ້ມ​ຂຶ້ນ​ຈາກ 715 ພັນລ້ານໂດ​ລາ ຂອງ​ປີ​ນີ້ ​
ເປັນ 750 ພັນລ້ານໂດ​ລາ.

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ແຜນ​ການ
​ດັ່ງ​ກ່າວ​ນີ້ ຮຽກ​ຮ້ອງ​ໃຫ້​ຕັດ “ຫຼາຍໆ​ໂຄງ​ການ ທີ່ພວກ​ເຮົາ​ຄິດວ່າ ​ເປັນ​ການ​
ສິ້ນ​ເປື້ອງ​ນັ້ນ.”

ເຖິງ​ຢ່າງ​ນັ້ນ ກໍ​ຕາມ, ​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ແມ່ນ​ທຳ​ນາຍ​ວ່າ ​ຈະ​ຂາດ
ດຸນ​ງົບ​ປະ​ມານ 1 ພັນ 100 ຕື້​ໂດ​ລາ ສຳ​ລັບ​ສົກງົບ​ປະ​ມານ​ສົກທີ່​ຈະ​ເລີ້ມ​ຂຶ້ນ
ໃນ​ເດືອນຕຸ​ລາ​ນີ້ ເມື່ອປຽບ​ທຽບ​ລາຍ​ຈ່າຍ ໃສ່​ກັບ​ລາຍ​ໄດ້​ຈາກ​ພາ​ສີ ແລະ​ຄ່າ​
ທຳ​ນຽມທີ່​ລັດ​ຖະ​ບານ​ໄດ້​ຮັບ​ມາ​ນັ້ນ.

ທ່ານ ຊັກ ຊູ​ເມີ​ຣ໌ (Chuck Schumer) ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ເອີ້ນ​ການ​ຮຽກ​ຮ້ອງ​
ຂອງ​ທ່ານ​ທ​ຣຳ ວ່າ “ເປັນ​ງົບ​ປະ​ມານ​ທີ່​ໜ້າອັບ​ອາຍ.” ແລະ “ສ້າງ​ຄວາມ ເປັນ​ຫ່ວງ
​ຢ່າງ​ຍິ່ງ​ໃຫ້​ແກ່ຊົນ​ຊັ້ນກາງ.”

"ມັນ​ຈະ​ເປັນ​ການ​ສ້າງ​ຊ່ອງ​ຫວ່າງ​ຂອງ​ລາຍ​ຮັບ​ແລະ​ຄວາມ​ຮັ່ງ​ມີລະ​ຫວ່າງ​ປະ​ຊາ​ຊົນ​
ພວກ​ຮັ່ງ​ມີ​ທີ່​ສຸດ​ແລະ​ຜູ້​ຄົນ​ທົ່ວ​ໄປໃຫ້​ກ້​ວາງ​ອອກ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ຊູ​ເມີ​ຣ໌
ໄດ້​ກ່າວ​ໄວ້ ແລະ​ທ່ານ​ຍັງ​ກ່າວ​ຕື່ມອີກວ່າ “​ມັນ​ແມ່ນ​ງົບ​ປະ​ມານ​ທີ່​ຕັດ​ໂຄງ​ການ​ພາຍ​
ໃນປະ​ເທດ ທີ່​ຮວມ​ທັງ​ການລົງ​ທຶນ​ໃສ່ພື້ນ​ຖານ​ໂຄງ​ລ່າງ, ການ​ປຸກ​ບ້ານ​ເຮືອນ,
ການ​ສຶກ​ສາ ແລະ​ສະ​ພາບ​ແວດ​ລ້ອ​ມ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG