ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທຣຳ ກ່າວວ່າ ການລົງໂທດ ຣັດເຊຍ ຈະມີຜົນບັງຄັບ ຕໍ່ໄປ ແຕ່ອາດຈະບໍ່ດົນ


ປະທານາທິບໍດີທີ່ຖືກເລືອກໃໝ່ ຂອງສະຫະລັດ ທ່ານ Donald Trump ລະຫວ່າງການເດີນທາງ ໄປຂອບໃຈ ອາເມຣິກາ ທີ່ເມືອງ Cincinnati ລັດໂອຮາຍໂອ. (1 ທັນວາ 2016)​
ປະທານາທິບໍດີທີ່ຖືກເລືອກໃໝ່ ຂອງສະຫະລັດ ທ່ານ Donald Trump ລະຫວ່າງການເດີນທາງ ໄປຂອບໃຈ ອາເມຣິກາ ທີ່ເມືອງ Cincinnati ລັດໂອຮາຍໂອ. (1 ທັນວາ 2016)​

ປະທານາທິບໍດີ​ທີ່​ໄດ້​ຮັບ​ເລື​ອກ​ໃໝ່​ ຂອງ​ສະຫະລັດ ກ່າວ​ວ່າ ທ່ານ​ຈະ​ບໍ່​ຍົກ​ເລີກ​ ການ​ລົງ​ໂທດ​ຕໍ່ຣັດ​ເຊຍໂດຍ​ລັດຖະບານປະທານາທິບໍດີໂອ​ບາ​ມາແຕ່​ການ​ລົງໂທດ​ນີ້ອາດ​ຈະຮັກ ສາ​ໄວ້ບໍ່​ດົນ.

​ໃນ​ການ​ໃຫ້​ສຳພາດ​ແກ່​ໜັງສືພິມ Wall Street Journal ທີ່​ພິມ​ເຜີຍ​ແຜ່​ໂດຍທາງ​ເວັບ​ໄຊ​ຂອງ​ໜັງສືພິມ​ດັ່ງກ່າວ ທ່ານ Donald Trump ​ເວົ້າວ່າ ທ່ານ​ຈະ ຮັກສາ​ການ​ລົງ​ໂທດ​ໄວ້ “ຢ່າງ​ນ້ອຍ ​ກໍ​ໃນ​ຊົ່ວ​ໄລຍະ​ເວລາ​ນຶ່ງ” ​ແຕ່​ອາດ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ເຫຼົ່ານີ້ຖ້າຫາກຣັດ​ເຊຍຊ່ອຍ ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍ ​ແລະ​ຊ່ອຍ​ໃນ​ການ​ບັນລຸ​ເປົ້າໝາຍ​ອື່ນໆ​ ທີ່​ມີ​ຄວາມ​ສຳຄັນ​ຕໍ່​ສະຫະລັດ. ທ່ານ​ກ່າວຕໍ່​ ໜັງສືພິມ​ສະບັບ​ນີ້ ຕື່ມ​ວ່າ “ຖ້າ​ທ່ານ​ຫາກ​ດຳ​ເນີນ​ການ​ໄປ​ດ້ວຍ​ດີ ແລະ​ຖ້າ​ຣັດ​ເຊຍ ຫາກ​ຊ່ອຍ​ພວກ​ເຮົາ​ອີ​ຫຼີ ​ເປັນ​ຫຍັງ​ພວກ​ເຮົາຈຶ່ງ​ຈະ​ຕ້ອງ​ລົງ​ໂທດຖ້າ​ຜູ້​ໃດ​ຜູ້​ນຶ່ງຫາກ​ຊ່ອຍ​ເຮົາ​ຢ່າງ​ຫຼວງຫຼາຍ.”

ນາຍພົນໂທl Michael Flynn ທີ່ຕຶກອາຄານ ບ່ອນທ່ານທຣຳພັກເຊົາ ໃນນະຄອນນິວຢອກ
ນາຍພົນໂທl Michael Flynn ທີ່ຕຶກອາຄານ ບ່ອນທ່ານທຣຳພັກເຊົາ ໃນນະຄອນນິວຢອກ

ເວລາ​ໃດ​ ທ່ານ​ສາບານ​ໂຕ​ເຂົ້າຮັບ​ໜ້າ​ທີ່​ແລ້ວ ທ່ານ Trump ກ່າວຕື່ມ​ວ່າ ທ່ານ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຊຶ່ງ ທ່ານ​ກ່າວ​ຕໍ່ Wall Street Journal ວ່າ “ຂ້າພະ​ເຈົ້າ ​ເຂົ້າ​ໃຈ​ວ່າ ພວກ​ເຂົາ​ເຈົ້າຢາກຈະ​ພົບ​ພໍ້ ​ແລະ​ນັ້ນກໍ​ແນ່ນອນ​ຢູ່​ແລ້ວ ບໍ່​ມີ​ບັນຫາ​ຫຍັງ​ສຳລັບ​ຂ້າພະ​ເຈົ້າ.”

​ໃນ​ເຫດການ​ອີກ​ດ້ານ​ນຶ່ງ​ນັ້ນລາຍ​ງານ​ຂ່າວ​ຂອງ​ໜັງສືພິມ Washington Post ​ແຈ້ງວ່າ ຣັດ​ເຊຍ​ໄດ້​ເຊື້ອ​ເຊີນ​ລັດ​ຖະບານ​ຂອງ​ທ່ານ Trump ​ໃຫ້ເຂົ້າຮ່ວມ​ກອງປະຊຸມ​ສັນຕິພາບ ​ຊີ​ເຣຍ ຊຶ່ງ​ຈະ​ຈັດ​ຂຶ້ນ ທີ່ເມືອງ Astana ນະຄອນຫລວງ​ຂອງ Kazakhstan ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ທ່ານ Trump ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ. ໜັງສືພິມ Washington Post ກ່າວ​ວ່າ ທ່ານ Sergey Kislyak ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ປະຈຳ​ວໍ​ຊິງ​ຕັນ ​ໄດ້​ທຳ​ການ​ເຊື້ອ​ເຊີນ ​ໃນເດືອນ​ແລ້ວນີ້ ​ໂດຍໄດ້​ໂທລະ​ສັບ​ໂອ້​ລົມ​ກັບ​ທ່ານ Michael Flynn ຜູ້​ທີ່​ຈະ​ເປັນ​ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ Trump. ລັດ​ຖະບານ​ທ່ານ​ໂອ​ບາ ​ມາ ບໍ່​ໄດ້ ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ມີ​ລາຍ​ງານ​ວ່່າ ທ່ານ Flynn ​ໄດ້​ທຳ​ການ​ໂອ້​ລົມ​ທາງ​ໂທລະສັບ​ຫຼາຍຄັ້ງກັບ​ທ່ານ Kislyak ​ເມື່ອ​ວັນ​ທີ 29 ທັນວາ ຊຶ່ງ​ເປັນ​ມື້ດຽວ​ກັນ​ກັບ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ສັ່ງເນລະ​ເທດ​ນັກ​ການ​ທູດຣັດ​ເຊຽ 35 ຄົນ​ແລະ​ທຳ​ການ​ລົງ​ໂທດ​ອື່ນໆ ອີກ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ອັນ​ທີ່​ປາກົດ​ວ່າ ​ເປັນຄວາມ​ພະຍາຍາມ​ເພື່ອ​ໃຊ້​ອິດທິພົນ​ຊັກ​ຈູງ​ການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ​ສະຫະລັດ​ໃນ​ປີ​ກາຍ​ນີ້.

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະລັດກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ລັດຖະບານ ທ່ານ​ໂອ​ບາ​ມາ​ຮູ້​ເລື່ອງດີ ​ກ່ຽວ​ກັບ​ການ​ໂທລະສັບ​ໂອ້​ລົມ ​ແລະ​ການ​ຕິດ​ຕໍ່​ທີ່​ມີ​ຂຶ້ນ​ເລື້ອຍໆລະຫວ່າງ​ທ່ານ Flynn ​ແລະ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ອີງ​ຕາມ​ອົງ ການ​ຂ່າວ​ເອພີ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG