ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ຣັດເຊຍ “ຕ້ອງໜີອອກໄປ" ຈາກ
ເວເນຊູເອລາ ລຸນຫຼັງການໄປເຖິງ ເມື່ອບໍ່ດົນນີ້ ຂອງພະນັກງານ ທະຫານຣັດເຊຍ ໃນປະ ເທດດັ່ງກ່າວ.
“ທາງເລືອກທຸກຢ່າງ ແມ່ນຍັງເປີດໄວ້ຢູ່” ດັ່ງທີ່ທ່ານທຣຳໄດ້ເວົ້າໄປຫລາຍເທື່ອ ໃນການ
ຕອບຄຳຖາມຂອງພວກນັກຂ່າວ ໃນວັນພຸດວານນີ້ ກ່ຽວກັບວ່າ ສະຫະລັດ ປະສົງຢາກ
ຈະ “ສົ່ງທະຫານໄປຫລືບໍ່” ເພື່ອຂັບໄລ່ພວກຣັດເຊຍອອກໄປ. ທ່ານ ທຣຳເວົ້າວ່າ ມົສກູ
ຮູ້ດີ ກ່ຽວກັບທ່າທີຂອງສະຫະລັດ.
ທ່ານທຣຳ ໄດ້ເວົ້າກັບພວກນັກຂ່າວ ທີ່ທຳນຽບຂາວ ຢູ່ຄຽງຂ້າງທ່ານນາງ Fabiana
Rosales ພັນລະຍາຂອງຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ທີ່ ປະກາດຕົນເອງວ່າ ເປັນປະທານາທິບໍດີໄລຍະຂ້າມຜ່ານ ທ່ານຮວນ ກົວອີໂດ. ທ່ານນາງໄດ້ໄປຫ້ອງການ
ຮູບໄຂ່ ລຸນຫລັງການພົບປະ ກັບ ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມກ໌ ແພນສ໌
ແລ້ວ.
ທ່ານແພນສ໌ ໄດ້ເວົ້າຢູ່ທາງຂ້າງຂອງທ່ານນາງ Rosales ຢູ່ໃນຫ້ອງ Rosevelt ວ່າ
“ສະຫະລັດ ເບິ່ງເຫັນວ່າ ການໄປມີໜ້າ ຂອງເຮືອບິນທະຫານຣັດເຊຍ ໃນສັບປະດາ
ນີ້ ເປັນການເກາະຜິດ ທີ່ບໍ່ເປັນທີ່ຍິນດີຕ້ອນຮັບ. ພວກເຮົາ ຮຽກຮ້ອງໃຫ້ຣັດເຊຍ ມື້ນີ້
ຈົ່ງຢຸດເຊົາ ທຸກການສະໜັບສະ ໜູນແກ່ລະບອບມາດູໂຣແລະໃຫ້ຢືນຢູ່ກັບທ່ານຮວນ
ກົວອີໂດ ຢືນຢູ່ກັບພວກປະເທດທັງຫຼາຍ ໃນຊີກໂລກນີ້ ແລະຢູ່ທົ່ວໂລກ ຈົນກວ່າເສລີ
ພາບຈະກັບຄືນມາ.”
ຣັດເຊຍໄດ້ປະຕິເສດບໍ່ຮັບຄຳປະກາດຂອງສະຫະລັດ ໂດຍເວົ້າວ່າ ການເຄື່ອນໄຫວ
ຂອງຕົນຢູ່ໃນເວເນຊູເອລາແມ່ນຖືກຕ້ອງຕາມກົດໝາຍ ແລະໄດ້ເຫັນພ້ອມກັບລັດຖະ
ບານທີ່ຖືກຕ້ອງຊອບທຳຂອງລັດຖະບານ ໃນປະເທດອາເມຣິກາໃຕ້ດັ່ງກ່າວ ອີງຕາມ
ລາຍງານຂອງອົງການຂ່າວ RIA. ວັງເຄຣັມລິນບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບລາຍ
ງານຂ່າວທີ່ວ່າ ຕົນໄດ້ສົ່ງທະຫານຣັດເຊຍໄປຍັງປະເທດເວເນຊູເອລາ.
ສະຫະລັດ ພ້ອມດ້ວຍຫລາຍສິບປະເທດ ໄດ້ພາກັນຮັບຮູ້ທ່ານກົວອີໂດ ວ່າເປັນປະທາ
ນາທິບໍດີ ໄລຍະຂ້າມຜ່ານ ຂອງປະເທດ ໃນຂະນະທີ່ຣັດເຊຍ ສະໜັບສະໜູນປະທານາ
ທິບໍດີ ນິໂກລັສ ມາດູໂຣ.
ຄະນະລັດຖະບານຂອງມາດູໂຣ ໄດ້ກ່າວຫາສະຫະລັດວ່າ ທຳລາຍຕາໜ່າງ ສາຍສົ່ງ
ໄຟຟ້າ ລວມທັງ ທຳການໂຈມຕີທາງຄອມພີວເຕີ້ນຳ ຕໍ່ເຂື່ອນໄຟຟ້າທີ່ສຳຄັນຂອງເວເນ
ຊູເອລາ.