ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ທ່ານ ດໍໂນລ ທຣໍາ ກຳລັງກຽມເຈລະຈາເພື່ອຍຸຕິສົງຄາມ ຣັດເຊຍ-ຢູເຄຣນ


ທ່ານ ດໍໂນລ ທຣໍາ ປະທານາທິບໍດີ ສະຫະລັັດ ກ່າວຕໍ່ສື່ມວນຊົນ ກຳລັງເຈລະຈາຍຸຕິສົງຄາມຣັດເຊຍ-ຢູເຄຣນ ທີ່ລັດຖະສະພາ ວັນທີ 21 ມັງກອນ 2025
ທ່ານ ດໍໂນລ ທຣໍາ ປະທານາທິບໍດີ ສະຫະລັັດ ກ່າວຕໍ່ສື່ມວນຊົນ ກຳລັງເຈລະຈາຍຸຕິສົງຄາມຣັດເຊຍ-ຢູເຄຣນ ທີ່ລັດຖະສະພາ ວັນທີ 21 ມັງກອນ 2025

ປະທານາທິບໍດີ ດໍໂນລ ທຣໍາ ຂອງສະຫະລັດ ກ່າວກັບນັກຂ່າວ ເມື່ອຕອນບ່າຍຂອງວັນອັງຄານກ່ຽວກັບສົງຄາມ ຣັດເຊຍ-ຢູເຄຣນ, ອັດຕາພາສີຕໍ່ແມັກຊິໂກ, ການາດາ, ຈີນ ແລະ ການດາວໂຫຼດ Tik Tok ໃນໂທລະສັບຂອງທ່ານ.

ທ່ານ ດໍໂນລ ທຣໍາ ກ່າວວ່າ ທ່ານຄາດວ່າຈະໄດ້ໂອ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ “ ໃນໄວ ໆ ນີ້ ” ໃນຂະນະທີ່ທ່ານໄດ້ຮຽກຮ້ອງອີກເທື່ອນຶ່ງ ໃຫ້ມີການຍຸຕິການບຸກໂຈມຕີຂອງຣັດເຊຍ ທີ່ດຳເນີນມາເປັນເວລາສາມປີແລ້ວ.

ທ່ານ ດໍໂນລ ທຣໍາ ປະທານາທິບໍດີຂອງສະຫະລັດ ກ່າວວ່າ “ ເຮົາກຳລັງໂອ້ລົມກັບ ປະທານາທິບໍດີ ທ່ານ ໂວໂລດີມີີຣ໌ ເຊເລນສກີ ຂອງ ຢູເຄຣນ ແລະ ເຮົາຈະໂອ້ລົມກັບປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໃນໄວ ໆ ນີ້. ແລະ ພວກເຮົາຈະເບິ່ງສີ່ງທີ່ມັນເກີດຂື້ນທັງໝົດ. ພວກເຮົາຈະເບິ່ງມັນໃນໄວໆນີ້. ແລະສີ່ງນຶ່ງທີ່ຂ້ອຍຮູ້ສຶກວ່າ ສະຫະພາບຢູໂຣບຄວນຈະຈ່າຍເງິນຫຼາຍກ່ວາທີ່ພວກເຂົາກຳລັງຈ່າຍ, ເພາະວ່າພາຍໃຕ້ການນໍາຂອງ ອະດີດປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຂ້ອຍໝາຍຄວາມວ່າ, ພວກເຮົາຢູ່ໃນນັ້ນ ດ້ວຍເງິນຫຼາຍກ່ວາ 200 ຕື້ກ່ວາໂດລາ. ໃນປັດຈຸບັນມັນມີຜົນກະທົບໃຫ້ເຂົາເຈົ້າຫຼາຍກ່ວາທີ່ສົ່ງຜົນກະທົບຕໍ່ພວກເຂົາ ຫຼາຍກວ່າທີ່ມັນກະທົບຕໍ່ເຮົາ. ພວກເຮົາມີມະຫາສະມຸດຢູ່ລະຫວ່າງນັ້ນ ແມ່ນບໍ່?”

ທ່ານ ດໍໂນລ ທຣໍາ ກ່າວຊ້ຳອີກວ່າ ບັນຫາຂັດແຍ້ງລະຫວ່າງ ຣັດເຊຍ ກັບ ຢູເຄຣນ ຈະບໍ່ເກິດ່ຂຶ້ນເລີຍ ຖ້າຫາກທ່ານໄດ້ເປັນປະທານາທິບໍດີ. ທ່ານ ດໍໂນລ ທຣໍາ ກ່າວວ່າ “ ຣັດເຊຍຈະບໍ່ເຂົ້າໄປໃນຢູເຄຣນເລີຍ” ແລະກ່າວຕໍ່ໄປວ່າ “ຂ້ອຍມີຄວາມເຂົ້າໃຈຫຼາຍກັບ ທ່ານ ປູຕິນ ທີ່ລາວສະຫຼາດ ແລະ ລາວກໍເຂົ້າໃຈ.”

ອ່ານຂ່າວເປັນພາສາອັງກິດ

U.S. President Donald Trump spoke to reporters on Tuesday afternoon about the Russia-Ukraine war; tariffs toward Mexico, Canada and China; and downloading TikTok on his phone.

Trump said that he expects to speak with Russian President Vladimir Putin “very soon” as he once again called for an end game in the nearly three-year-old Russian invasion of Ukraine.

“We're talking to [[Ukraine President Volodymyr]] Zelenskyy. We're going to be talking with President Putin very soon. And we'll see what how it all happens. We're going to look at it very soon. One thing I do feel the European Union should be paying a lot more than they're paying, because under [[former U.S. President Joe]] Biden, I mean, we're in there for $200 billion more. Now it affects them more than it affects us. We have an ocean in between, right?”

Trump repeated that the Russia-Ukraine conflict would have never happened if he had been president. “Russia never would have gone into Ukraine,” Trump said. “I had a very strong understanding with Putin... He is smart. He understands.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG