ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເອົາມາດຕະການ ຕອບໂຕ້ ຫລັງຈາກ ລັດຖະສະພາ ສຫລ ອະນຸມັດ ການລົງໂທດ


 ສະຖານທູດສະຫະລັດ ໃນນະຄອນມົສກູ.
ສະຖານທູດສະຫະລັດ ໃນນະຄອນມົສກູ.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ດໍ​ໂນ​ລ ​ທຣໍາ ໄດ້​ໃຫ້ການ​ອະນຸມັດ ຕໍ່ການ​ລົງ​
ໂ​ທດ​ສະບັບໃໝ່ ຂອງ​ລັດຖະສະພາຕໍ່ຣັດ​ເຊຍ ​ແລະ​ທ່ານ​ມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ເຊັນ
​ຮ່າງ​ກົດໝາຍ​ດັ່ງກ່າວ.

ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ສຸກ​ວານ​ນີ້ ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ ປະທາ​ນາທິ​ບໍດີ
​ໄດ້​ທົບ​ທວນ​ເບິ່ງ​ຮ່າງ​ກົດໝາຍສະບັບຫລ້າ​ສຸດ ທີ່ທຳ​ການ​ລົງ​ໂທດເພີ້​ມ​ເຕີມ​ຕໍ່ ​ອຸດ​ສາ​
ຫະກຳຣັດ​ເຊຍໃນ​ຂອບ​ເຂດກວ້າງຂວາງ. ຮ່າງ​ກົດໝາຍນີ້​ຍັງ​ເຮັດ​ໃຫ້​ລັດຖະສະພາ​ມີ​ຄວາມສາມາດທີ່​ຈະ​ຂັດຂວາງ​ບໍ່​ໃຫ້​ປະທານາທິບໍດີ ຍົກ​ເລີກ​ການ​ລົງ​ໂທດຕໍ່ຣັດ​ເຊຍ.

ລັດຖະບານ​ປະທານາທິບໍດີ​ທຣໍາ ​ໄດ້​ຄັດຄ້ານ​ຕໍ່​ມາດຕະການ​ລົງ​ໂທດ​ທີ່​ແນ່​ໃສ່​ຣັດ​ເຊຍ
​ຍ້ອນ​ການກ່າວ​ຫາວ່າຣັດ​ເຊຍ ​ແຊກ​ແຊງ​ການ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທາ ນາທິບໍດີ​ສະຫະລັດປີ​ກາຍ​ນີ້. ທຳນຽບຂາວ​ໄດ້​ໂຕ້​ຖຽງ​ວ່າ​ ​ຕົນຕ້ອງການຄວາມ​ສາມາດ​ໃນ​ການ
​ຕໍ່​ລອງ ​ເພື່ອ​ຈະ​ປັບປຸງຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ. ​ແຕ່​ວ່າ​ຫລັງ​ຈາກໄດ້​ມີການ
​ສືບສວນ​ເປັນ​ເວລາຫລາຍ​ເດືອນກ່ຽວ​ກັບການ​ຕິດ​ຕໍ່ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ
​ແລະ​ສະມາຊິກ ໃນ​ຄະນະໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ​ແລ້ວ ​ກໍໄດ້​ມີ​ການ​ສະໜັບ
ສະໜູນ ຢ່າງ​ກວ້າງຂວາງ ຈາກ​ທັງ​ສອງ​ພັກ​ການ​ເມືອງ ຢູ່ໃນທັ​ງ​ສອງ​ສະພາຂອງ
​ສະຫະລັດ ​ເພື່ອ​ໃຫ້​ເອົາ​ມາດ​ຕະການທີ່​ເຄັ່ງ​ຄັດ​ຫລາຍ​ຂຶ້ນ​ກວ່າ​ເກົ່າ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ (ຂວາ) 8ພົບປະກັບ ປະທານາທິບໍດີຣັດເຊຍ Vladimir Putin ທີ່ກອງປະຊຸມສຸດຍອດ G-20 ທີ່ນະຄອນ Hamburg.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ (ຂວາ) 8ພົບປະກັບ ປະທານາທິບໍດີຣັດເຊຍ Vladimir Putin ທີ່ກອງປະຊຸມສຸດຍອດ G-20 ທີ່ນະຄອນ Hamburg.

ຣັດ​ເຊຍ​ໄດ້​ຕອບ​ໂຕ້ແລ້ວ ດ້ວຍ​ມາດຕະການ​ລົງ​ໂທດສະບັບ​ໃໝ່ ທີ່​ແນ​ໃສ່​ການ​ປະຕິບັດ
ງານ​ສະຫະລັດ​ຢູ່​ໃນ​ປະ​ເທດດັ່ງກ່າວ. ມົສກູ​ກ່າວ​ວ່າ ວໍ​ຊິງ​ຕັນຕ້ອງ​ຫລຸດ​ຈຳນວນ​ນັກ​ການ
​ທູດ ​ແລະ​ພະນັກງານ​ດ້ານ​ເທັກນິກທີ່​ປະຕິບັດ​ງານ​ຢູ່ໃນຣັດ​ເຊຍລົງ​ມາເປັນ 445 ຄົນ
ພາຍໃນວັນ​ທີ 1 ​ກັນ​ຍາ​ຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນຈໍ​ານວນ​ທີ່​ເທົ່າກັນ ກັບ​ພວກນັກ​ການ​ທູດຣັດ​ເຊຍແລະ​ພະ​ນັກ​ງານ​ດ້ານ​ເທັກ​ນິກທີ່​ມົສກູກ່າວວ່າ ​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ສະຫະລັດ. ບໍ່
ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ຈະ​ມີເຈົ້າໜ້າ​ທີ່ອາ​ເມຣີກັນ​ຫລາຍ​ປານ​ໃດ ​ທີ່​ຈະ​ໄດ້​ຮັບ​ຜົນ​ກະ
ທົບ ອາດ​ເປັນໄປ​ໄດ້​ຫລາຍ​ຮ້ອຍ​ຄົນ.

ລົດຄັນນຶ່ງທີ່ຕິດປ້າຍການທູດ ກຳລັງອອກມາຈາກສະຖານທີ່ໃກ້ກັບ Glen Cove, New York, Long Island.
ລົດຄັນນຶ່ງທີ່ຕິດປ້າຍການທູດ ກຳລັງອອກມາຈາກສະຖານທີ່ໃກ້ກັບ Glen Cove, New York, Long Island.

​ນອກ​ຈາ​ກການ​ຫລຸດ​ພະ​ນັກ​ງານ​ການ​ທູ​ດສະຫະລັດ​ແລ້ວ ຣັດ​ເຊຍ​ຍັງ​ກ່າວ​ວ່າ ຕົນ​ຈະ​ກີດ​
ກັ້ນ​ບໍ່​ໃຫ້ສະຖານທູດ​ສະຫະລັດ ​ຢູ່​ໃນຣັດ​ເຊຍ ​ເຂົ້າ​ໄປ​ຫາບ່ອນ​ເກັບ​ເຄື່ອງ​ຕ່າງໆ​ຢູ່​ໃນ​
ມົສກູ ​ແລະ​ສະຖານ​ທີ່​ພັກຜ່ອນ​ໃນ​ເມືອງ Serebryany Bor.

ສະມາຊິກສະພາຕໍ່າ ທ່ານ Ed Royce ສັງກັດພັກຣີພັບບລິກັນ ຈາກລັດ California ກຳລັງຟັງ ກອງປະຊຸມນັກຂ່າວ ທີ່ລັດຖະສະພາ.
ສະມາຊິກສະພາຕໍ່າ ທ່ານ Ed Royce ສັງກັດພັກຣີພັບບລິກັນ ຈາກລັດ California ກຳລັງຟັງ ກອງປະຊຸມນັກຂ່າວ ທີ່ລັດຖະສະພາ.

ກະຊວງຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ “ພວກ​ເຮົາ​ຍັງ​ຂໍ​ສະຫງວນ​ສິດທິ​ທີ່​ຈະ​ເອົາ​ມາດ​ຕະການອື່ນໆ ອີງ​ຕາມ​ຫລັກການ​ແລກປ່ຽນ ທີ່​ອາດ​ຈະ​ເປັນ​ຜົນ​ກະທົບ​ຕໍ່​ຜົນ​ປະ​ໂຫຍ​ດ
ຂອງ​ສະຫະລັດ.”

ປະ​ທາ​ນາ​ທິບໍດີ Putin ​ໄດ້ອະນຸມັດກ່ຽວ​ກັບ​ການ​ຕັດສິນ​ໃຈດັ່ງກ່າວນີ້​ແລ້ວ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG