ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​ບັນດາ ທະນາຍຄວາມ ຂອງ ປ. ທຣຳ ແນະນຳ ບໍ່ໃຫ້ທ່ານ ພົບກັບ ໄອຍະການ ພິເສດ


ປະທານາທິບໍດີດໍໂນລ ທຣຳ ໃນຂະນະທີ່ນັ່ງຮັບຟັງກອງປະຊຸມ ກ່ຽວກັບພວກໂຕນໜີເກົາຫຼີເໜືອ ບ່ອນທີ່ີທ່ານໂອ້ລົມກັບພວກ
ນັກຂ່າວ ກ່ຽວກັບວ່າ ຈະອະນຸຍາດໃຫ້ເປີດເຜີຍຂໍ້ຄວາມລັບ
ຂອງບົດບາດ ອົງການສັນຕິບານກາງສະຫະລັດ ຫຼື FBI ກ່ຽວກັບຣັດເຊຍ ທີ່ທຳນຽບຂາວ, 2 ກຸມພາ 2018.
ປະທານາທິບໍດີດໍໂນລ ທຣຳ ໃນຂະນະທີ່ນັ່ງຮັບຟັງກອງປະຊຸມ ກ່ຽວກັບພວກໂຕນໜີເກົາຫຼີເໜືອ ບ່ອນທີ່ີທ່ານໂອ້ລົມກັບພວກ ນັກຂ່າວ ກ່ຽວກັບວ່າ ຈະອະນຸຍາດໃຫ້ເປີດເຜີຍຂໍ້ຄວາມລັບ ຂອງບົດບາດ ອົງການສັນຕິບານກາງສະຫະລັດ ຫຼື FBI ກ່ຽວກັບຣັດເຊຍ ທີ່ທຳນຽບຂາວ, 2 ກຸມພາ 2018.

ບັນດາທະນາຍຄວາມຂອງປະທານາທິບໍດີດໍໂນລ ທຣຳ ໄດ້ເເນະນຳໃຫ້ທ່ານ ບໍ່ໃຫ້ຕົກລົງ
ທີ່ຈະໄປປາກົດຕົວ ໃຫ້ສຳພາດກັບໄອຍະການພິເສດ ທ່ານໂຣເບີຣ໌ດ ມັລເລີ (Robert
Muller) ອີງຕາມລາຍງານຂອງໜັງສືພິມ New York Times ໃນວັນຈັນວານນີ້.

ຄະນະຂອງທ່ານມັລເລີໄດ້ໂອ້ລົມຫຼາຍໆຄັ້ງກັບພວກເຈົ້າໜ້າທີ່ທຳນຽບຂາວແລະບຸກຄົນ
ອື່ນໆທີ່ພົວພັນກັບຄະນະໂຄສະນາຫາສຽງຂອງທ່ານທຣຳໃນການແຂ່ງຂັນເປັນປະທານາ
ທິບໍດີນັ້ນອັນເປັນພາກສ່ວນນຶ່ງຂອງການສືບສວນ ກ່ຽວກັບການທີ່ຣັດເຊຍອາດເຂົ້າມາ
ແຊກແຊງ ໃນ ການເລືອກຕັ້ງປະທານາທິບໍດີ ປີ 2016 ແລະທ່ານທຣຳ ໄດ້ຂັດຂວາງ
ຂະບວນວການຍຸຕິທຳ ໂດຍໄດ້ປົດທ່ານເຈມສ໌ ໂຄມີ (James Comey) ຜູ້ອຳນວຍ
ການຂອງອົງການສັນຕິບານກາງຫຼື FBI ຂອງສະຫະລັດ ຫລືບໍ່.

ໜັງສືພິມ Times ກ່າວວ່າ ອີງຕາມ ເຈົ້າໜ້າທີ່ 4 ທ່ານ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ
ນີ້, ບັນດາທະນາຍຄວາມຂອງທ່ານທຣຳ ໄດ້ເປັນຫ່ວງ ກ່ຽວກັບວ່າ ທ່ານປະທານາທິບໍດີ
ຈະໃຫ້ການຜິດ ຫຼືເວົ້າແບບບໍ່ກົງກັນ ແລະເປັນການເປີດໂອກາດໃຫ້ທ່ານ ທີ່ອາດຈະຖືກ
ຂໍ້ຫາໃຫ້ການເທັດຕໍ່ຄະນະສືບສວນຂອງລັດຖະບານກາງ. ລາຍງານຍັງໄດ້ກ່າວເພີ່ມຕື່ມ
ອີກວ່າ ບັນດາທະນາຍຄວາມເຊື່ອວ່າ ທ່ານມັລເລີ ບໍ່ຄວນຈະໄດ້ຮັບອະນຸຍາດຢ່າງຖືກ
ຕ້ອງຕາມກົດໝາຍ ທີ່ຈະຖາມປະທານາທິບໍດີ ກ່ຽວກັບບາງແງ່ມຸມຂອງການສືບສວນ.

ທ່ານທຣຳ ໄດ້ສະແດງໃຫ້ເຫັນວ່າ ທ່ານຈະເຂົ້າຮ່ວມໃນການໃຫ້ສຳພາດ ຕໍ່ໄອຍະການ
ພິ ເສດ ໃນຂະນະທີ່ມີຄຳຖາມທີ່ວ່າ ເປັນຫຍັງຂັ້ນຕອນທີ່ວ່ານີ້ ແມ່ນຈຳເປັນ ໃນຂະນະທີ່
ທ່ານໄດ້ປະຕິເສດຕໍ່ການສົມຮູ້ຮ່ວມຄິດໃດໆ ລະຫວ່າງຄະນະໂຄສະນາຫາສຽງຂອງ
ທ່ານກັບຣັດເຊຍ ແລະໄດ້ກ່າວຕື່ມວ່າ ທ່ານບໍ່ໄດ້ຂັດຂວາງຂະບວນການຍຸຕິທຳ ໂດຍທີ່
ໄດ້ປົດທ່ານ ໂຄມີ ອອກຈາກຕຳແໜ່ງນັ້ນ.

ທ່ານມັລເລີ ອາດຈະຮຽກຕົວທ່ານທຣຳ ດ້ວຍໝາຍເກາະຈາກສານ ຖ້າຫາກວ່າ ທ່ານບໍ່
ຕົກ ລົງຕໍ່ການຂໍຮ້ອງ ໃຫ້ໄປໃຫ້ການຕໍ່ຄະນະສືບສວນນັ້ນ. ໜັງສືພິມ Times ໄດ້ກ່າວວ່າ
ບັນ ດາທະນາຍຄວາມຂອງທ່ານທຣຳ ເຊື່ອວ່າ ທ່ານມັລເລີ ອາດຈະບໍ່ເອົາບາດກ້າວທີ່ວ່າ
ນີ້ແລະ ຈະຕໍ່ສູ້ທາງກົດໝາຍກັບທຳນຽບຂາວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG