ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດຫົວໜ້າ ຍຸດທະສາດ ຂອງ ທຳນຽບຂາວ ຍົກເລີກ ການສຳພາດກັບ ສະພາຕໍ່າ


ອະດີດຫົວໜ້ານັກຍຸດທະສາດ ຂອງທຳນຽບຂາວ ທ່ານ ສຕີຟ ແບນນັອນ ເດີນທາງຮອດລັດຖະສະພາ ແຄັບປິຕອລ ຮິລ ເພື່ອສຳພາດ ໂດຍຄະນະກຳມະການ ສືບລັບ ສະພາຕໍ່າ ໃນການເລືອກຕັ້ງ ສະຫະລັດ ປີ 2016, 16 ມັງກອນ, 2018.
ອະດີດຫົວໜ້ານັກຍຸດທະສາດ ຂອງທຳນຽບຂາວ ທ່ານ ສຕີຟ ແບນນັອນ ເດີນທາງຮອດລັດຖະສະພາ ແຄັບປິຕອລ ຮິລ ເພື່ອສຳພາດ ໂດຍຄະນະກຳມະການ ສືບລັບ ສະພາຕໍ່າ ໃນການເລືອກຕັ້ງ ສະຫະລັດ ປີ 2016, 16 ມັງກອນ, 2018.

ອະດີດຫົວໜ້ານັກຍຸດທະສາດ ຂອງທຳນຽບຂາວ ທ່ານ ສຕີຟ ແບນນັອນ ໄດ້ຍົກ
ເລີກການສຳພາດ ທີ່ຖືກຈັດໄວ້ໃນວັນອັງຄານວານນີ້ກັບຄະນະກຳມະການສືບລັບ
ສະພາຕໍ່າ ກ່ຽວກັບ ເວລາໃນລະຫວ່າງການປະຕິບັດໜ້າທີ່ ເປັນທີ່ປຶກສາຄົນສຳຄັນ
ຂອງປະທານາທິບໍດີ ດໍໂນລ ທຣຳ, ເຖິງແມ່ນວ່າບັນດາສະມາຊິກສະພາໄດ້ໃຊ້ໝາຍ
ເກາະສານຮຽກໃຫ້ທ່ານໄປປາກົດຕົວກໍຕາມ.

ສະມາຊິກສະພາຕໍ່າ ທ່ານ ໄມຄ໌ ໂຄນາເວ, ສັງກັດພັກຣີພັບບລີກັນຈາກລັດ ເທັກຊັສ
ທີ່ນຳໜ້າໃນການສືບສວນສອບສວນ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການ
ເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ໄດ້ກ່າວວ່າ ທ່ານຄາດວ່າ ທ່ານ ແບນ
ນັອນ ຈະໄປປາກົດຕົວເພື່ອຕອບຄຳຖາມ, ແຕ່ທ່ານ ແບນນັອນ ກໍບໍ່ໄດ້ປາກົດຕົວ,
ເຊິ່ງອາດມີສ່ວນມາຈາກຄວາມຂັດແຍ້ງ ທີ່ກຳລັງດຳເນີນຢູ່ຂອງບັນດາສະ ມາຊິກສະ
ພາກັບ ທຳນຽບຂາວ ກ່ຽວກັບຂອບເຂດຂອງຄຳຖາມທີ່ເຂົາ ເຈົ້າຈະຖາມທ່ານ ແບນ
ນັອນ.

ທ່ານ ແບນນັອນ ອາດປະເຊີນກັບຂໍ້ກ່າວຫາດູໝິ່ນສະພາຕໍ່າ ສຳລັບຄວາມບໍ່ສາມາດ
ທີ່ຈະປະຕິບັດຕາມໝາຍສານ, ແຕ່ມັນຍັງບໍ່ມີຄວາມ ຊັດເຈນເທື່ອວ່າ ຄະນະກຳມະ
ການຈະເອົາມາດຕະການໃດໆກັບລາວຫຼືບໍ່.

ສະມາຊິກພັກເດໂມແຄຣັດລະດັບສູງ ໃນຄະນະກຳມະການດັ່ງກ່າວ, ເຊິ່ງແມ່ນສະມາ
ຊິກສະພາຕໍ່າທ່ານ ອາດຳ ຊິຟ (Adam Schiff) ຈາກລັດຄາລິຟໍເນຍ ໄດ້ກ່າວວ່າ
ທະນາຍຄວາມຂອງທ່ານ ແບນນັອນ ໄດ້ກ່າວຕໍ່ຄະນະກຳມະການໃນສັບປະດານີ້ວ່າ
ທຳນຽບຂາວ ໄດ້ສືບຕໍ່ຂັດຂວາງການໃຫ້ປາກຄຳຂອງທ່ານ ແບນນັອນ” ນອກຈາກຄຳ
ຖາມແມ່ນ ຫຼື ບໍ່ແມ່ນ 14 ຂໍ້ ທີ່ຖືກຮັບຮອງລ່ວງໜ້າໂດຍທຳນຽບຂາວ.”

ທ່ານ ຊິຟ ໄດ້ກ່າວວ່າ ຖານະຂອງທຳນຽບຂາວ ກ່ຽວກັບ ການໃຫ້ປາກຄຳຂອງທ່ານ
ແບນນັອນ “ປົກຄຸມບັນຫາຕ່າງໆໃນລະຫວ່າງການປ່ຽນລັດຖະບານໃໝ່” ກ່ອນການ
ເຂົ້າກຳອຳນາດຂອງທ່ານ ທຣຳ ເມື່ອນຶ່ງປີທີ່ຜ່ານມາ, ການເຮັດໜ້າທີ່ 7 ເດືອນໃນທຳ
ນຽບຂາວຂອງທ່ານ ແບນນັອນ, ແລະ ການສື່ສານກັນຂອງທ່ານກັບທ່ານ ທຣຳ ນັບ
ຕັ້ງແຕ່ໄດ້ອອກຈາກການປະຕິບັດໜ້າທີ່ໃຫ້ລັດຖະບານ ໃນເດືອນສິງຫາທີ່ຜ່ານມາ,
“ເຖິງແມ່ນວ່າທ່ານປະທານາທິບໍດີ ຈະຍັງບໍ່ໄດ້ຮຽກໃຊ້ສິດທິພິເສດ” ເພື່ອຫ້າມການ
ໃຫ້ປາກຄຳຂອງທ່ານ ແບນນັອນ ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG