ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳວ່າ ຣັດເຊຍ ປະສົບ ຜົນສຳເລັດຢ່າງຍິ່ງ ໃນການທຳລາຍ ການເມືອງຂອງ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ໃນຫ້ອງປະຊຸມກໍ້າຕາເວັນອອກຂອງ ທຳນຽບຂາວ. 13 ກຸມພາ, 2018.
ປະທານາທິບໍດີ ດໍໂນລ ທຣຳ ໃນຫ້ອງປະຊຸມກໍ້າຕາເວັນອອກຂອງ ທຳນຽບຂາວ. 13 ກຸມພາ, 2018.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານເຊື່ອວ່າ ຣັດເຊຍ
ໄດ້ປະສົບຜົນສຳເລັດຢ່າງກວ້າງຂວາງໃນການທຳລາຍການເມືອງ ສະຫະລັດ ດ້ວຍ
ການແຊກແຊງຂອງເຂົາເຈົ້າໃນການເລືອກຕັ້ງປີ 2016 ຍ້ອນມັນໄດ້ກໍ່ໃຫ້ເກີດການ
ສືບສວນສອບສວນດົນຫຼາຍເດືອນຕາມມາພາຍຫຼັງ.

ທ່ານ ທຣຳ ໄດ້ກ່່າວໃນຂໍ້ຄວາມທີ່ຂຽນຢູ່ Twitter ວ່າ “ຖ້າມັນແມ່ນເປົ້າໝາຍຂອງ
ຣັດເຊຍ ທີ່ຈະສ້າງຄວາມແຕກແຍກ, ການທຳລາຍ ແລະ ກໍ່ຈະລາຈົນຢູ່ພາຍໃນ
ສະຫະລັດ ນັ້ນແລ້ວ, ດ້ວຍທຸກໆການໃຫ້ປາກຄຳຕໍ່ຄະນະກຳມະການ, ການສືບສວນ
ສອບສວນຕ່າງໆ ແລະ ພັກຣີພັບບລີກັນນັ້ນ, ເຂົາເຈົ້າຄົງຈະປະສົບຄວາມສຳເລັດ
ເໜືອຄວາມຝັນທີ່ຄວບຄຸມບໍ່ໄດ້ຂອງເຂົາເຈົ້າແລ້ວ. ເຂົາເຈົ້າກຳລັງຫົວຂວັນພວກເຮົາ
ຢູ່ ມົສກູ ພຸ້ນ. ຮູ້ໄວ້ແດ່ ອາເມຣິກາ.”

ໃນການຂຽນຂໍ້ຄວາມຫຼາຍຄັ້ງ ໃນຫຼາຍຊົ່ວໂມງ, ຜູ້ນຳສະຫະລັດ ໄດ້ສືບຕໍ່ໂຈມຕີ
ການສອບສວນເລື່ອງການເຊື່ອມໂຍງໃສ່ການໂຄສະນາຫາສຽງຂອງທ່ານ ກັບ ຣັດ
ເຊຍ. ທ່ານ ທຣຳ ຍັງໄດ້ວິຈານທ່ານ H.R. ແມັກມາສເຕີ "McMaster," ເຊິ່ງແມ່ນຜູ້ຊີ້
ນຳດ້ານການຮັກສາຄວາມປອດໄພແຫ່ງຊາດຂອງທ່ານ, ຜູ້ທີ່ໄດ້ກ່າວໃນວັນເສົາທີ່
ຜ່ານມາວ່າ “ມັນບໍ່ມີຫຼັກຖານທີ່ “ບໍ່ສາມາດປ່ຽນແປງໄດ້” ກ່ຽວກັບ ການແຊກແຊງຂອງ
ຣັດເຊຍ ໃນການເລືອກຕັ້ງ, ມື້ນຶ່ງຫຼັງຈາກໄອຍະການພິເສດທ່ານ ໂຣເບີດ ມອລເລີ
"Robert Mueller" ໄດ້ຕັ້ງຂໍ້ກ່າວຫາຕໍ່ຊາວ ຣັດເຊຍ 13 ຄົນ ແລະ ບໍລິສັດ ຣັດເຊຍ
3 ແຫ່ງ ດ້ວຍຂໍ້ກ່າວຫາວ່າ ດຳເນີນການໂຄສະນາ “ຂໍ້ມູນຂັດແຍ້ງ” ທີ່ຜິດກົດໝາຍ
ເພື່ອທຳລາຍການເລືອກຕັ້ງປະທານາທິບໍດີປີ 2016 ແລະ ຊ່ວຍໃຫ້ທ່ານ ທຣຳ ໄດ້ຮັບ
ໄຊຊະນະ.

ທ່ານ ທຣຳ ໄດ້ຂຽນໃນ Twitter ວ່າ “ຂ້າພະເຈົ້າບໍ່ເຄີຍເວົ້າວ່າ ຣັດເຊຍ ບໍ່ໄດ້ແຊກແຊງ
ໃນການເລືອກຕັ້ງ. ຂ້າພະເຈົ້າໄດ້ເວົ້າວ່າ ມັນອາດແມ່ນ ຣັດເຊຍ, ຫຼື ຈີນ ຫຼື ອີກປະເທດ
ນຶ່ງ ຫຼື ກຸ່ມອື່ນໆ, ຫຼືມັນອາດເປັນອັດສະລີຍະທີ່ມີນໍ້າໜັກ 400 ປອນ ນັ່ງຢູ່ເທິງຕຽງ ແລະ
ຫຼິ້ນກັບຄອມພິວເຕີຂອງລາວກໍເປັນໄດ້. ຂ່າວຫຼອກລວງ ກ່ຽວກັບ ຣັດເຊຍ ກໍແມ່ນວ່າ
ການໂຄສະນາຫາສຽງ ຂອງທຣຳ ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ. ມັນບໍ່ເຄີດເກີດຂຶ້ນ
ເລີຍ.”

ທ່ານ ທຣຳ ໄດ້ກ່າວວ່າ ທ່ານ ແມັກມາສເຕີ “ລືມທີ່ຈະເວົ້າວ່າ ຜົນຂອງການເລືອກຕັ້ງປີ
2016 ບໍ່ໄດ້ກະທົບ ຫຼື ປ່ຽນແປງໂດຍພວກ ຣັດເຊຍ ແລະ ວ່າການສົມຮູ້ຮ່ວມຄິດແມ່ນ
ມີພຽງລະຫວ່າງ ຣັດເຊຍ” ແລະ ຄູ່ແຂ່ງພັກເດໂມແຄຣັດຂອງທ່ານ, ອະດີດລັດຖະມົນຕີ
ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລແລຣີ ຄລິນຕັນ, ແລະ ສະມາຊິກພັກເດໂມ
ແຄຮັດຄົນອື່ນໆເທົ່ານັ້ນ. ທ່ານ ທຣຳ ໄດ້ກ່າວວ່າ ທ່ານ ແມັກມາສເຕີ ໄດ້ກວດສອບການ
ໃຫ້ທຶນຈາກພັກເດໂມແຄຣັດ ກ່ຽວກັບ ການຄົ້ນຄວ້າເລື່ອງການຄັດຄ້ານທາງການເມືອງ
ໃນເອກະ ສານທີ່ເປັນບັນຫາສະບັບນຶ່ງ ເຊິ່ງໄດ້ກ່າວຫາທ່ານ ທຣຳວ່າ ເຊື່ອມໂຍງກັບ
ສາຍລັບ ຣັດເຊຍ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG