ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄອ​ຍະ​ການ​ ພິ​ເສດ ຢາກຮູ້ວ່າ ທ. Flynn ໄດ້​ຮັບ​ເງິນ​ແບບ​ລັບໆ ຈາກ​ລັດຖະບານ​ເທີ​ກີ ຫຼືບໍ່


ທ. Michael Flynn ອະດີດ​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງແຫ່ງຊາດ ​ຂອງ​ທ່ານ​ທຣໍາ ໄດ້ໄປເຖິງທໍານຽບຂາວ ໃນວັນທີ 13 ກຸມພາ, 2017.
ທ. Michael Flynn ອະດີດ​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງແຫ່ງຊາດ ​ຂອງ​ທ່ານ​ທຣໍາ ໄດ້ໄປເຖິງທໍານຽບຂາວ ໃນວັນທີ 13 ກຸມພາ, 2017.

ໄອ​ຍະ​ການ​ພິ​ເສດ Robert Mueller ກໍາລັງ​ສອບຖາມ​ພວກ​ພິຍານວ່າ Michael
Flynn ອະດີດ​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ຂອງ​ທ່ານ​ທຣໍາ ​ໄດ້​ຮັບ​ເງິນ​ແບບ​ລັບໆ
ຈາກ​ລັດຖະບານ​ເທີ​ກີ ຫລືບໍ່ ​ໃນ​ຊ່ວງ​ຫລາຍ​ໆ ເດືອນ ​ກ່ອນ​ທີ່ການ​ຫາ​ສຽງ​ເລືອກ
​ຕັ້ງປະທານາທິບໍດີ​ປີ 2016 ຈະ​ສິ້ນສຸດ​ລົງນັ້ນ ອີງ​ຕາມ​ຂ່າວ​ຂອງໜັງສື​ພິມ New
York Times
.

ໜັງສື​ພິມ New York Times ​ລາຍ​ງານ​ວ່າ​ທ່ານ Mueller ເມື່ອໝໍ່ໆມານີ້​ ໄດ້​ຂໍ​
ໃຫ້​ທໍານຽບຂາວສົ່ງເອກະສານ​ທີ່​ກ່ຽວຂ້ອງ​ກັບ​ທ່ານ Flynn ​ໃຫ້, ​ຊຶ່ງ​ເປັນ​ເທື່ອທໍາ
​ອິດທີ່ຮູ້​ກັນວ່າ ທີ​ມງານ​ຂອງ​ທ່ານ Mueller ຂໍ​ໃຫ້​ທໍານຽບຂາວ​ເອົາບັນທຶກ​ຕ່າງໆ
ມາ​ມອບ​ໃຫ້. ໜັງສື​ພິມ​ດັ່ງກ່າວ​ເວົ້າວ່າ ການ​ຂໍ​ເອົາ​ເອກະສານ ບໍ່​ແມ່ນໝາຍສານ
​ທີ່​ເປັນ​ທາງ​ການ.

ທ່ານ Flynn ​ເຄີຍ​ເປັນ​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງ​ຂອງ​ທ່ານ​ທຣໍາ​ໄດ້ພຽງ​ແຕ່ 24
ມື້​ເທົ່າ​ນັ້ນ ​ແຕ່ທ່ານກໍ​ໄດ້​ກາຍມາ​ເປັນ​ຜູ້​ສໍາຄັນ ​ຢູ່ໃຈກາງ​ຂອງ​ການ​ສືບສວນທີ່​ກວດ​
ເບິ່ງ​ວ່າ ​ໄດ້​ມີ​ການ​ຮ່ວມມື​ກັນລະຫວ່າງຣັດ​ເຊຍ ​ແລະ​ຄະນະ​ໂຄສະນາ​ຫາ​ສຽງຂອງ​
ປະທານາທິບໍດີ​ທຣໍາ ຫລືບໍ່.

ໜັງສື​ພິມ New York Times ລາຍ​ງານ​ວ່າ ພວກໄອ​ຍະ​ການ​ໄດ້​ສືບສວນການ
​ເຮັດ​ທຸລະ​ກິດ​ຂອງ​ທ່ານ Flynn ກັບ​ນັກທຸລະກິດ​ອາ​ເມ​ຣິກັນ​ເຊື້ອສາຍເທີ​ກີ ທີ່​ເຮັດ
​ວຽກກັບທ່ານ Flynn ​ໃນ​ປີ​ກາຍ​ນີ້ ​ແລະ​ພະຍາຍາມຈະ​ຕັດສິນ​ວ່າລັດຖະບານເທີ​ກີ
​ເປັນ​ຜູ້​ຢູ່​ເບື້ອງຫລັງ​ ຂອງ​ການ​ຈ່າຍ​ເງິນ​ ໃຫ້​ທ່ານ Flynn ຫລືບໍ່.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Mueller ​ໄດ້​ຕັ້ງຄະນະ​ຕຸລາການຂຶ້ນ ຊຶ່ງໝາຍຄວາມ​ວ່າ
ການ​ສືບສວນ​ຂອງ​ທ່ານ​ເບິ່ງການ​ແຊກ​ແຊງ​ຂອງຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ​
ແມ່ນ​ກໍາລັງຂະຫຍາຍ​ໂຕ​ອອກ. ພວກ​ນັກ​ສອບ​ສວນ ​ແລະ​ໄອ​ຍະ​ການໄດ້ໃຊ້​ຄະນະ
ຕຸລາການ​ເພື່ອ​ກວດ​ເບິ່ງ​ຫລັກ​ຖານ, ສອບ​ຖາມ​ແບບ​ຂຸ້ນ​ຂ້ຽວ ​ແລະ​ກວດກາ​ເອກະ
ສານ ​ເພື່ອ​ເບິ່ງ​ວ່າ​ໄດ້​ມີ​ການກະທໍາ​ຜິດ​ທາງ​ອາຍາ​ຫລືບໍ່.

ໜັງສື​ພິມ The Wall Street Journal, ທີ່ເປັນ​ຜູ້​ທໍາ​ອິດ​ທີ່​ລາຍ​ງານ​ຂ່າວ​ກ່ຽວກັບ
​ການ​ໃຊ້​ຄະນະ​ຕຸລາການນັ້ນ ​ເວົ້າວ່າ ຄະນະ​ດັ່ງກ່າວ​ໄດ້​ເລີ້ມ​ລົງມືເຮັດວຽກ​ຂອງ​ຕົນ​
ແລ້ວ ​ໃນ​ຊຸມ​ອາທິດ ຫລັງໆນີ້ ​ແລະ​ອາດ​ຈະ​ສືບຕໍ່​ເຮັດໄປ​ເປັນ​ເວ​ລາ​ຫລາຍ​ເດືອນ.

ທ່ານ​ທຣໍາ ​ໄດ້​ປະຕິ​ເສດ​ມາ​ໂດຍ​ຕະຫລອດວ່າ ​ບໍ່ມີ​ການ​ຮ່ວມ​ມື​ກັນ​ໃດໆລະຫວ່າງ
ຄະນະ​ຫາ​ສຽງ​ໃຫ້ທ່ານກັບຣັດ​ເຊຍ ​ແລະ​ໄດ້​ເອີ້ນການ​ສືບສວນ​ຂອງ​ທ່ານ Mueller
ວ່າ​ເປັນ "ການ​ຊອກ​ຫາ​ຈັບ​ຜິດ."

ທ່ານ Mueller, ອະດີດ​ຫົວໜ້າອົງການ FBI ​ໄດ້​ມາຮັບຜິດຊອບ​ການ​ສືບສວນ​ກ່ຽວ
ກັບຣັດ​ເຊຍ ​ພາຍຫລັງ​ທີ່​ທ່ານ​ທຣໍາ​ໄດ້​ປົດ James Comey ຫົວໜ້າ FBI ອອກ
ຈາກ​ຕຳ​ແໜ່​ງ ​ໃນ​ເດືອນ​ພຶ​ສະພາ​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG