ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດບາດຂອງທ່ານທຣໍາ ໃນການເມືອງພັກຣີພັບບລິກັນ ຂອງ ສຫລ ຍັງບໍ່ແນ່ນອນ ພາຍຫລັງທີ່ທ່ານຖືກຕັດສິນວ່າ ບໍ່ມີຄວາມຜິດ ໃນການຟ້ອງຮ້ອງແລ້ວ


ສະມາຊິກສະພາສູງ John Barrasso ຈາກລັດວາຍໂອມິງ (ຊ້າຍ) ແລະສະມາຊິກສະພາສູງ John Thune ຈາກລັດດາໂກຕາໃຕ້ ຢືນຢູ່ກັບທ່ານທຣໍາ, ທ່ານ Pence, ສະມາຊິກສະພາສູງ Roy Blunt ແລະທ່ານ Mitch McConnell, ຜູ້ນໍາສຽງສ່ວນຫລາຍຈາກສະພາສູງ (ໃນເວລານັ້ນ) ຢູ່ໃນຫໍລັດຖະສະພາສະຫະລັດ (ພາບຖ່າຍໃນວັນທີ 9 ມັງກອນ, 2019)
ສະມາຊິກສະພາສູງ John Barrasso ຈາກລັດວາຍໂອມິງ (ຊ້າຍ) ແລະສະມາຊິກສະພາສູງ John Thune ຈາກລັດດາໂກຕາໃຕ້ ຢືນຢູ່ກັບທ່ານທຣໍາ, ທ່ານ Pence, ສະມາຊິກສະພາສູງ Roy Blunt ແລະທ່ານ Mitch McConnell, ຜູ້ນໍາສຽງສ່ວນຫລາຍຈາກສະພາສູງ (ໃນເວລານັ້ນ) ຢູ່ໃນຫໍລັດຖະສະພາສະຫະລັດ (ພາບຖ່າຍໃນວັນທີ 9 ມັງກອນ, 2019)

ຄວາມໂຊກດີທາງດ້ານການເມືອງຂອງອະດີດປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ໃນປັດຈຸບັນ ຍັງເປັນຄຳຖາມທີ່ບໍ່ທັນໄດ້ປິດລົງເທື່ອ, ເຖິງແມ່ນວ່າຫລັງຈາກສະພາສູງໄດ້ພົບວ່າທ່ານບໍ່ມີຄວາມຜິດຕາມຂໍ້ກ່າວຫາທີ່ເວົ້າວ່າ ທ່ານໄດ້ຍຸຍົງໃຫ້ມີການຈາລະຈົນໃນເດືອນແລ້ວນີ້ ໂດຍຮຽກຮ້ອງ ໃຫ້ຜູ້ສະໜັບສະ ໜູນຂອງທ່ານຫຼາຍຮ້ອຍຄົນ ໄປປະເຊີນໜ້າກັບບັນດາສະມາຊິກສະພາ ທີ່ຫໍລັດ ຖະສະຫະລັດ ໃນຂະນະທີ່ພວກເພິ່ນກໍາລັງຢັ້ງຢືນການເສຍໄຊໃນການເລືອກຕັ້ງຂອງທ່ານໃຫ້ແກ່ທ່ານ ໂຈ ໄບເດັນທີ່ມາຈາກພັກເດໂມແຄຣັດຢູ່ ນັ້ນກໍຕາມ.

ໃນຊ່ວງເວລາ ທີ່ສະພາສູງໄດ້ລົງຄະແນນສຽງ 57 ຕໍ່ 43 ໃນວັນເສົາຜ່ານມາເພື່ອຕັດສິນລົງໂທດທ່ານທຣໍາ ແຕ່ວ່າບໍ່ໄດ້ຮັບຄະແນນສຽງ ສູງເຖິງ 67 ຄະ ແນນ ເພື່ອໃຫ້ພຽງພໍຕາມກໍານົດທີ່ຈະເຮັດເຊັ່ນນັ້ນໄດ້, ອະດີດປະທານາທິບໍດີ ກ່າວວ່າທ່ານຍັງບໍ່ໄດ້ເລີກລາໄປຈາກຊີວິດທາງການເມືອງເທື່ອ. ທ່ານທຣໍາ ບໍ່ໄດ້ໃຫ້ຄຳເຫັນຢ່າງເຈາະຈົງແຕ່ຢ່າງໃດວ່າ ທ່ານອາດຈະພະຍາຍາມ ລົງແຂ່ງ ຂັນເອົາຕຳແໜ່ງປະທານາທິບໍດີອີກນຶ່ງສະໄໝໃນປີ 2024 ຫລືບໍ່ ດັ່ງທີ່ທ່ານເຄີຍສະແດງອອກວ່າ ທ່ານອາດຈະລົງແຂ່ງຂັນ ເອົາຕຳແໜ່ງອີກນຶ່ງສະໄໝ ໃນຕອນທີ່ທ່ານລົງຈາກຕຳແໜ່ງໄປ ໃນເດືອນແລ້ວນີ້. ສະມາຊິກສະພາຕໍ່າໄດ້ ຟ້ອງຮ້ອງທ່ານທຣໍາ ໃນເດືອນມັງກອນຜ່ານມາ ໃນຂໍ້ກ່າວຫາກະທົງດຽວ ຄື "ການຍຸຍົງໃຫ້ເກີດການຈາລະຈົນ."

ທ່ານ ທຣໍາເອີ້ນຄະດີຟ້ອງຮ້ອງຕໍ່ທ່ານວ່າ “ເປັນການຫາຈັບຜິດທີ່ຍິ່ງໃຫຍ່ທີ່ສຸດອີກໄລຍະນຶ່ງໃນປະຫວັດສາດຂອງປະເທດເຮົາ. ບໍ່ມີປະທານາທິບໍດີຄົນໃດເລີຍ ທີ່ຕ້ອງໄດ້ຜ່ານຜ່າສິ່ງທີ່ເປັນແບບນີ້."

ທ່ານກ່າວຕື່ມວ່າ "ຊ່ວງເວລາແຫ່ງການເຄື່ອນໄຫວທີ່ເປັນປະຫວັດການ, ຄວາມຮັກຊາດ ແລະສວຍງາມຂອງພວກເຮົາເ ພື່ອເຮັດໃຫ້ອາເມຣິກາດີຍິ່ງຄືນອີກເທື່ອ ນຶ່ງຫລື America Great Again Great ຫາກໍ່ເລີ້ມຕົ້ນຂຶ້ນ. ໃນຫຼາຍເດືອນຂ້າງໜ້ານີ້, ຂ້າພະເຈົ້າມີຫຼາຍສິ່ງຫລາຍຢ່າງທີ່ຈະແບ່ງປັນໃຫ້ທ່ານຮູ້ຈັກ, ແລະຂ້າພະ ເຈົ້າຫວັງວ່າ ຈະສືບຕໍ່ການເດີນທາງທີ່ດີຢ່າງບໍ່ໜ້າເຊື່ອຂອງພວກເຮົາຮ່ວມກັນ ເພື່ອບັນລຸຄວາມຍິ່ງໃຫຍ່ຂອງອາເມຣິກາ ເພື່ອປະຊາຊົນຂອງພວກເຮົາທຸກຄົນ."

ນຶ່ງໃນບັນດາຜູ້ສະໜັບສະໜູນທ່ານ ຈາກພັກຣີພັບບລີກັນ ທີ່ຈົງຮັກພັກດີຕໍ່ທ່ານ ທີ່ສຸດ ຄືສະມາຊິກສະພາສູງ ລິນຊີ ແກຣມ (Lindsey Graham) ຈາກລັດຄາໂລໄຣນາໃຕ້ ໄດ້ກ່າວຕໍ່ລາຍການໂທລະພາບ "Fox News Sunday" ວ່າ ທ່ານໄດ້ໂອ້ລົມກັບອະດີດຜູ້ນຳສະຫະລັດ ພາຍຫລັງທີ່ການຕັດສິນຄະດີຟ້ອງ ຮ້ອງໃນສະພາສູງໄດ້ສິ້ນສຸດລົງ. ທ່ານກ່າວວ່າ ທ່ານ ທຣໍາ “ພ້ອມແລ້ວທີ່ຈະກ້າວໄປສູ່ການສ້າງຕັ້ງພັກ” ເພື່ອພະຍາຍາມທີ່ຈະຊິງເອົາການຄວບຄຸມ ທັງສະ ພາສູງ ແລະສະພາຕໍ່າມາຈາກພັກເດໂມແຄຣັດໃຫ້ໄດ້ ໃນການເລືອກຕັ້ງປີ 2022 ຊຶ່ງເປັນໄລຍະເຄິ່ງນຶ່ງຂອງສະໄໝທໍາອິດທີ່ມີ 4 ປີ ຂອງທ່ານໄບເດັນໃນທຳນຽບຂາວ.
ທ່ານແກຣມ ກ່າວວ່າ "ຖ້າທ່ານຕ້ອງການທີ່ຈະຊະນະ ທ່ານຕ້ອງເຮັດວຽກຮ່ວມກັບປະທານາທິບໍດີທຣໍາ." ທ່ານກ່າວເພີ້ມອີກວ່າ “ຂະບວນການເຄື່ອນໄຫວຂອງທ່ານທຣໍາ ແມ່ນມີຊີວິດຊີວາ ແລະເປັນໄປໄດ້ດີ. ກຳລັງແຮງທີ່ມີພະລັງທີ່ສຸດໃນພັກຣີພັບບລິກັນ ກໍຄື ທ່ານ ດໍໂນລ ທຣໍາ.”

ແຕ່ຜູ້ປົກຄອງລັດແມຣີແລນ, ທ່ານ ແລຣີ ໂຮແກນ (Larry Hogan), ຜູ້ຕໍາໜິ ທ່ານປະທານາທິບໍດີ ທີ່ມາຈາກພັກຣີພັບບລີກັນ ກ່າວຕໍ່ອົງການຂ່າວ CNN ວ່າ ໂດຍທີ່ມີການເສຍໄຊໃນການເລືອກຕັ້ງຂອງທ່ານ ທຣໍາ ແລະການສິ້ນສຸດລົງ ທີ່ ມີການໂຕ້ແຍ້ງກັນຂອງການເປັນປະທານາທິບໍດີຂອງທ່ານ, "ພວກເຮົາຈະມີການສູ້ລົບທີ່ແທ້ຈິງ ຕໍ່ຈິດວິນຍານຂອງພັກຣີພັບບລິກັນ ໃນອີກສອງສາມປີຂ້າງໜ້," ຊຶ່ງເປັນການຕັ້ງຄຳຖາມວ່າ ພັກຣີພັບບລີກັນ “ຈະເປັນພັກທີ່ບໍ່ສາມາດຍາດ ເອົາໄຊຊະນະ ໃນການເລືອກຕັ້ງລະດັບຊາດໄດ້ແທ້ບໍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG