ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຖອນການອະນຸມັດ ດ້ານຄວາມ ປອດໄພ ຂອງອະດີດ ຜູ້ອໍານວຍການ ຊີໄອເອ


ທ່ານ ຈອນ ເບຣນແນນ (John Brennan) ອະດີດຜູ້ອໍານວຍ
ການອົງການການສືບລັບ CIA ກ່າວຄໍາປາໄສ ຢູ່ກອງປະຊຸມນຶ່ງ ທີ່ທໍານຽບຂາວ ໃນວັນທີ 2 ພຶດສະພາ 2011.
ທ່ານ ຈອນ ເບຣນແນນ (John Brennan) ອະດີດຜູ້ອໍານວຍ ການອົງການການສືບລັບ CIA ກ່າວຄໍາປາໄສ ຢູ່ກອງປະຊຸມນຶ່ງ ທີ່ທໍານຽບຂາວ ໃນວັນທີ 2 ພຶດສະພາ 2011.

ການອະນຸມັດດ້ານຄວາມປອດໄພ ຫລື security clearance ຂອງອະດີດຜູ້ອໍານວຍ
ການອົງການການສືບລັບ CIA ຖືກຖອນ ໂດຍທ່ານ ດໍໂນລ ທຣໍາ ປະທານາທິບໍດີ
ສະຫະລັດ ໃນວັນພຸດວານນີ້ ໂດຍທີ່ທ່ານກ່າວຢູ່ໃນຄໍາຖະແຫຼງ ສະບັບນຶ່ງວ່າ ທ່ານ
ຈອນ ເບຣນແນນ (John Brennan) ໄດ້ກໍ່ໃຫ້ເກີດ "ຄວາມແຕກແຍກກັນ ແລະ
ຄວາມໂກລາຫົນວຸ້ນວາຍ" ສໍາລັບເລື້ອງທີ່ກ່ຽວຂ້ອງກັບລັດຖະບານຂອງທ່ານ.

ການອະນຸມັດດ້ານຄວາມປອດໄພຂອງອະດີດເຈົ້າໜ້າທີ່ຄົນອື່ນໆ ກໍກໍາລັງ ຢູ່ໃນ ຂັ້ນ
ຕອນການທົບທວນຄືນ ຊຶ່ງໃນນັ້ນລວມມີ ການອະນຸມັດດ້ານຄວາມປອດໄພຂອງທ່ານ
ເຈມສ໌ ແຄລບເປີ (James Clapper) ອະດີດຜູ້ອໍານວຍການ ອົງ ການສືບລັບແຫ່ງ
ຊາດຂອງສະຫະລັດ ແລະທ່ານ ເຈມສ໌ ໂຄມີ ອະດີດຜູ້ອຳນວຍການອົງການສັນຕິບານ
ກາງຫຼື FBI, ທ່ານນາງ ຊູແຊນ ໄຣສ໌, ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ
ຂອງລັດຖະບານທ່ານໂອບາມາ, ທ່ານ ໄມໂຄ ເຮເດັນ ອະດີດຜູ້ອຳນວຍການອົງການ
ຄວາມໝັ້ນຄົງແຫ່ງຊາດ ແລະ ທ່ານນາງ ຊາລີ ເຢດສ໌ ອະດີດຮອງລັດຖະມົນຕີກະ
ຊວງຍຸຕິທໍາ.


"ການອະນຸມັດດ້ານຄວາມປອດໄພ ຫລື security clearance ສໍາລັບພວກ ທີ່ຍັງມີ
ຢູ່ນັ້ນອາດຈະຖືກຖອນ ແລະສໍາລັບພວກທີ່ເຊົາໄດ້ຮັບການອະນຸມັດດ້ານຄວາມປອດ
ໄພແລ້ວນັ້ນ ກໍອາດຈະບໍ່ສາມາດຂໍຕໍ່ອາຍຸຄືນໄດ້," ນັ້ນຄືຄໍາເວົ້າຂອງທ່ານນາງ ຊາຣາ
ແຊນເດີສ໌, ໂຄສົກປະຈໍາທໍານຽບຂາວທີ່ກ່າວຕໍ່ພວກນັກ ຂ່າວໃນວັນພຸດວານນີ້ ໃນຂະ
ນະທີ່ຕາງໜ້າໃຫ້ແກ່ທ່ານປະທານາທິບໍດີ ອ່ານຖະແຫລງການ ໃຫ້ພວກເຂົາເຈົ້າຟັງ.

ໃນການຕອບຄໍາຖາມຂອງພວກນັກຂ່າວນັ້ນ ທ່ານນາງ ແຊນເດີສ໌ ໄດ້ປະຕິເສດວ່າ
ການທີ່ທ່ານເບຣນແນນ ແລະຄົນອື່ນໆ ຖືກຖອນການອະນຸມັດດ້ານຄວາມປອດໄພ
ນັ້ນ ເປັນຍ້ອນວ່າ ພວກເຂົາເຈົ້າຕໍານິທ່ານທຣໍາ.

ຢູ່ໃນຖະແຫລງການຂອງທ່ານນັ້ນ ປະທານາທິບໍດີ ກ່າວຫາທ່ານເບຣນແນນວ່າ
"ມີການປະພຶດ ແລະປະຕິບັດງານທີ່ບໍ່ດີ" ຊຶ່ງ "ໄດ້ຖືກທົດສອບເບິ່ງແລ້ວ ແລະເຫັນວ່າ
ເກີນຂອບເຂດທີ່ຈະໄດ້ຮັບການໃຫ້ກຽດທາງດ້ານວິຊາການໃດໆ ນັ້ນຫລາຍ." ໃນ
ຄຳຖະແຫລງການນັ້ນ ຍັງມີການກ່າວຫາທ່ານເບຣນແນນວ່າ "ມີປະຫວັດທີ່ເປັນຄົນ
ບໍ່ມີຄວາມທ່ຽງທໍາ ແລະຂາດຄວາມໜ້າເຊື່ອຖື."

ທ່ານ ເຈມສ໌ ໂຄມີ ອະດີດຜູ້ອຳນວຍການອົງການສັນຕິບານ ກາງຫຼື FBI (ຊ້າຍ) ແລະ ທ່ານເຈມສ໌ ແຄລບເປີ (ກາງ) ອະດີດຜູ້ອໍານວຍການ ອົງການສືບລັບແຫ່ງຊາດຂອງ ສຫລ, ແລະທ່ານ ທ່ານ ຈອນ ເບຣນແນນ (John Brennan) ອະດີດຜູ້ອໍານວຍ ການອົງການການສືບລັບ CIA
ທ່ານ ເຈມສ໌ ໂຄມີ ອະດີດຜູ້ອຳນວຍການອົງການສັນຕິບານ ກາງຫຼື FBI (ຊ້າຍ) ແລະ ທ່ານເຈມສ໌ ແຄລບເປີ (ກາງ) ອະດີດຜູ້ອໍານວຍການ ອົງການສືບລັບແຫ່ງຊາດຂອງ ສຫລ, ແລະທ່ານ ທ່ານ ຈອນ ເບຣນແນນ (John Brennan) ອະດີດຜູ້ອໍານວຍ ການອົງການການສືບລັບ CIA

​ທ່ານເບຣນແນນເປັນຄົນທີ່ມັກວິພາກວິຈານ ແລະເວົ້າຢ່າງເປີດແປນຕໍ່ການປະພຶດ ຂອງປະທານາທິບໍດີຫລາຍທີ່ສຸດ, ຕົວຢ່າງເຊັ່ນ ທ່ານເອີ້ນການປະຕິບັດງານຂອງ
ທ່ານ ທຣໍາ ຢູ່ກອງປະຊຸມຖະແຫລງການຮ່ວມກັບປະທານາທິບໍດີ ວລາເມຍ ປູຕິນ
ຂອງຣັດເຊຍໃນປະເທດຟິນແລນນັ້ນວ່າ "ອັນນີ້ບໍ່ມີຫຍັງຫລາຍເກີນໄປກວ່າການ
ຂາຍຊາດ."

ໃນການຂຽນລົງໃນທວີດເທີນັ້ນ ທ່ານເບຣນແນນໄດ້ພັນລະນາການກະທໍາຂອງທ່ານ
ທຣໍາ ໃນວັນພຸດວານນີ້ວ່າ ເປັນສ່ວນນຶ່ງຂອງການດໍາເນີນຄວາມພະຍາຍາມທີ່ກວ້າງ
ກວ່ານັ້ນ "ເພື່ອກົດຂີ່ສິດເສລີພາບໃນການປາກເວົ້າ ແລະລົງໂທດພວກທີ່ຕໍານິ ວິຈານ
ທ່ານ." ທ່ານກ່າວເພີ້ມອີກວ່າ "ການເຮັດເຊັ່ນນັ້ນ ຄວນເປັນເລື້ອງທີ່ໜ້າເປັນຫ່ວງ
ສໍາລັບຄົນອາເມຣິກັນທັງຊາດ ລວມທັງ ພວກນັກວິຊາ ການດ້ານສືບລັບກ່ຽວກັບຜົນ
ທີ່ຈະຕິດຕາມມາຂອງການປາກເວົ້າຢ່າງເປີດເຜີຍ."

ທ່ານເບຣນແນນ ທີ່ໄດ້ເຮັດວຽກໃຫ້ອົງການ CIA ເປັນເວລາ 25 ປີນັ້ນ ສະ ຫລຸບວ່າ:
"ຫລັກວິໄນຂອງຂ້າພະເຈົ້າມີຄ່າຫລາຍກວ່າການອະນຸມັດດ້ານຄວາມປອດໄພນັ້ນ
ຫລາຍ. ຂ້າພະເຈົ້າຈະບໍ່ຍອມເຊົາເວົ້າດອກ."

ທ່ານ ໄມໂຄ ເຮເດັນ ອະດີດຜູ້ອຳນວຍການອົງການ ຄວາມໝັ້ນຄົງແຫ່ງຊາດ
ທ່ານ ໄມໂຄ ເຮເດັນ ອະດີດຜູ້ອຳນວຍການອົງການ ຄວາມໝັ້ນຄົງແຫ່ງຊາດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG