ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ທ່ານ ດໍໂນລ ທຣໍາ ຟື້ນຟູແຜນການຊື້ ເກາະ ກຣີນແລນ ຫຼັງແນ່ໃສ່​ການຍຶດຄອງປານາມາ


ທິວ​ທັດ​ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ອາ​ກາດ Thule, ຖານ​ທັບ​ເໜືອ​ສຸດ​ຂອງ​ກອງ​ທັບ​ອາ​ກາດ​ສະ​ຫະ​ລັດ, ໃນ​ເກາະ Greenland, ວັນ​ທີ 8 ຕຸ​ລາ 2019.
ທິວ​ທັດ​ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ອາ​ກາດ Thule, ຖານ​ທັບ​ເໜືອ​ສຸດ​ຂອງ​ກອງ​ທັບ​ອາ​ກາດ​ສະ​ຫະ​ລັດ, ໃນ​ເກາະ Greenland, ວັນ​ທີ 8 ຕຸ​ລາ 2019.

ວ່າທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໄດ້ຟື້ນຟູແຜນການທີ່ເຄີຍວາງເອົາໄວ້ໃນສະໄໝ ທີ່ຂຶ້ນເປັນຜູ້ນໍາສະຫະລັດຄັ້ງທຳອິດ ສຳລັບການການຊື້ເກາະ ກຣີນແລນ ຈາກປະ​ເທດ ເດັນມາກ. ຫຼັງຂົ່ມຂູ່ວ່າຈະຢຶດຄອງປະ​ເທດ ປານາມາ ຄືນມາເປັນຂອງສະຫະລັດອີກຄັ້ງ. ຂໍ້ສະເໜີນີ້ເປັນການເພີ່ມຄວາມຂັດແຍ້ງກັບບັນດາປະເທດພັນທະມິດອາເມຣິກາ ກ່ອນທີ່ ທ່ານ ດໍໂນລ ທຣໍາ ຈະກັບຄືນເຂົ້າມາທໍານຽບຂາວໃນວັນທີ 20 ມັງກອນປີໜ້າ.

ທ່ານ ດໍໂນລ ທຣໍາ ກ່າວໃນວັນອາທິດທີ່​ຜ່ານ​ມາ ຫຼັງຈາກໄດ້ແຕ່ງຕັ້ງທູດສະຫະລັດ ປະຈຳ ເດັນມາກ ວ່າການຊື້ເກາະ ກຣີນແລນ “ເປັນສ່ວນສຳຄັນສຳລັບຄວາມໝັ້ນຄົງ ແລະ ເສລີ ພາບຂອງໂລກ. ສະຫະລັດ ຮູ້ສຶກວ່າການເປັນເຈົ້າຂອງ ແລະ ການຄວບຄຸມ ກຣີນແລນ ແມ່ນ ມີຄວາມຈຳເປັນຢ່າງແທ້ຈິງ.”

ກຣີນແລນ ມີປະຊາກອນ 56,000 ຄົນ ແລະ ມີຊື່ສຽງດ້ານການປະມົງແລະພະລັງງານ ສະອາດ. ນອກຈາກນີ້ຍັງເປັນຖານທັບ Thule ຂອງສະຫະລັດ ຊຶ່ງເປັນຖານທັບ ທະຫານອາເມຣິກາ ທາງເໜືອທີ່ສຸດໃນໂລກ ແລະເປັນຈຸດສຸມຂອງສະຫະລັດ ມາເປັນ ເວລາດົນນານັບແຕ່ອະດີດ.

ຫວນຄືນສູ່ປີ 1946 ຫຼັງຈາກສົງຄາມໂລກຄັ້ງທີສອງ ປະທານາ​ທິ​ບໍ​ດີ Harry Truman ຂອງສະຫະລັດໃນເວລານັ້ນໄດ້ຮ້ອງຂໍໃຫ້ຊື້ ເກາະ ກຣີນແລນ ສຳລັບເງິນ 100 ລ້ານໂດລາ ແຕ່ຖືກປະຕິເສດໂດຍ ເດັນມາກ.

ໃນປີ 2019 ທ່ານ ດໍໂນລ ທຣໍາ ໄດ້ສະແດງຄວາມສົນໃຈຊື້ເກາະນີ້ແຕ່ຖືກປະຕິເສດໂດຍ ລັດຖະບານ ກຣີນແລນ ກ່ອນລັດຖະບານ ກຣີນແລນ ຈະອອກຖະແຫຼງການໂດຍກ່າວວ່າ “ກຣີນແລນບໍ່ແມ່ນສໍາລັບການຂາຍ” ເຮັດໃຫ້ ທ່ານ ດໍໂນລ ທຣໍາ ຍົກເລີກແຜນການທີ່ ຈະໄປຢ້ຽມຢາມ ເດັນມາກ ໃນປີດຽວກັນ.

ແລະເວລານີ້ຜູ້ນໍາລັດຖະບານ ກຣີນແລນ ໄດ້ຢືນຢັນຄໍາເວົ້າເຫຼົ່ານີ້ຫຼັງຈາກ ທ່ານ ທຣໍາ ໄດ້ຟື້ນຟູຂໍ້ຮຽກຮ້ອງນີ້ອີກຄັ້ງ. ການຟື້ນຟູການຊື້ ເກາະ ກຣີນແລນ ຂອງ ທ່ານ ທຣໍາ ມັນມີຂຶ້ນຫຼັງຈາກທີ່ທ່ານ ໄດ້ຂູ່ວ່າຈະຍຶດຄືນ ຄອງປານາມາ ຫາກບໍ່ມີການແກ້ໄຂບັນຫາ ຄ່າທຳນຽມທີ່ສູງຂຶ້ນ ທີ່ເຮືອສີນຄ້າຂອງ ສະຫະລັດ ແລ່ນຜ່ານຄອງດັ່ງກ່າວ.

ທ່ານ ທຣໍາ ໄດ້ກ່າວໃນສື່ສັງຄົມອ໋ອນລາຍ Truth Social ວ່າ “ ເຮືອແລະການຄ້າຂອງ ພວກເຮົາໄດ້ຖືກປະຕິບັດຢ່າງບໍ່ຍຸຕິທຳແລະໃນທາງທີ່ບໍ່ຍຸຕິທຳ. ທ່ານກ່າວວ່າ “ຄ່າທຳນຽມ ທີ່ ປານາມາ ຄິດຄ່າທຳນຽມແມ່ນເປັນເລື່ອງຕະລົກແທ້ໆ.” ທ່ານກ່າວຕື່ມວ່າ “ພວກເຂົາ ກຳລັງເອົາປະໂຫຍດຈາກອາເມຣິກາ” ມັນຕ້ອງຖືກຢຸດທັນທີ.

ທ່ານ ທຣໍາ ຍັງເວົ້າວ່າ ຖ້າ ປານາມາ ບໍ່ສາມາດຮັບປະກັນຄວາມປອດໄພ, ປະສິດທິພາບ ແລະ ຄວາມໜ້າເຊື່ອຖືຂອງຄອງແຫ່ງນີ້ໄດ້ “ສະຫະລັດ ຈະຂໍນໍາຄອງປານາມາກັບຄືນມາ ເປັນຂອງເຮົາເອງຢ່າງສົມບູນໂດຍບໍ່ມີຂໍ້ສົງໄສ.”

ຄອງປານາມາໄດ້ຂຸດສຳເລັດໂດຍສະຫະລັດໃນປີ 1949 ແລະ ຖືກ​ສົ່ງກັບຄືນສູ່ ປານາມາ ພາຍໃຕ້ສົນທິສັນຍາປີ 1977 ທີ່ລົງນາມໂດຍອະດີດປະທານາທິບໍດີ Jimmy Carter ແລະ ປານາມາໄດ້ຄວບຄອງຢ່າງສົມບູນໃນປີ 1999.

ກ່ຽວກັບເລື່ອງນີ້ ປະທານາທິບໍດີ ປານາມາ ທ່ານ ໂຈເຊ ຣາອູລ ມູລີໂນ ໄດ້ຕອບຕໍ່ທ່າ ທີຂອງ ທ່ານ ດໍໂນລ ທຣໍາ ໃນວີດີໂອທີ່ກ່າວວ່າ “ທຸກ ໆ ຕາແມັດຂອງຄອງເປັນຂອງ ປານາມາ ແລະຈະເປັນເຊັ່ນນັ້ນຕະຫຼອດໄປ.” ແຕ່ ທ່ານ ທຣໍາ ຕອບກັບຜ່ານສື່ສັງຄົມ ອ໋ອນລາຍຂອງຕົນວ່າ ດຽວກໍ່ຮູ້ກັນ.

ຍິ່ງໄປກ່ວານັນ ອົງການຂ່າວເອພີ ລາຍງານວ່າ ທ່ານ ທຣໍາ ເຄີຍແນະນໍາໃຫ້ ການາດາ ເປັນລັດທີ 51 ຂອງ ອາເມຣິກາ ແລະ ເອີ້ນນາຍຍົກລັດຖະມົນຕີ ທ່ານ ຈັສຕິນ ທຣູໂດ ວ່າ “ຜູ້ປົກຄອງ” ຂອງ “ ລັດທີ່ຍິ່ງໃຫຍ່ຂອງການາດາ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG