ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trump ປັບປ່ຽນທ່າທີ ກ່ຽວກັບ ການແທ້ງລູກ ຫຼັງຈາກ ເກີດການວິພາກວິຈານ ຢ່າງແຮງ ຈາກຫຼາຍຝ່າຍ


ຜູ້ສະໝັກ ເປັນປະທານາທິບໍດີ ທ່ານ Donald Trump ສັງກັດ ພັກຣີພັບບລີກັນ ກ່າວຖະແຫລງ ຢູ່ທີ່ເມືອງ Palm Beach ຂອງລັດ Florida, ເມື່ອວັນທີ 20 ມີນາ 2016.
ຜູ້ສະໝັກ ເປັນປະທານາທິບໍດີ ທ່ານ Donald Trump ສັງກັດ ພັກຣີພັບບລີກັນ ກ່າວຖະແຫລງ ຢູ່ທີ່ເມືອງ Palm Beach ຂອງລັດ Florida, ເມື່ອວັນທີ 20 ມີນາ 2016.

ຜູ້ນຳໜ້າໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ
ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ຖືກປະນາມ
ຢ່າງແຮງຈາກ​ຫຼາຍໆ​ຝ່າຍ​ ໃນ​ການ​ທີ່ທ່ານ​ໄດ້ຮຽກຮ້ອງໃຫ້ລົງ
ໂທດພວກແມ່ຍິງຜູ້ ທີ່​ເຮັດແທ້ງລູກ ຖ້າການກະທຳແມ່ນໄດ້ຖືກ
ຫ້າມໃນສະຫະລັດ.

ສອງສາມຊົ່ວໂມງຕໍ່ມາ, ທ່ານໄດ້ປ່ຽນ​ແປງ​ທ່າ​ທີ​ຂອງ​ທ່ານໃໝ່,
ໂດຍອອກຖະແຫຼງການສະບັບໜຶ່ງ ກ່າວວ່າ ການຫ້າມດັ່ງກ່າວ
ຈະລົງໂທດ ແຕ່ພຽງຜູ້ທີ່ໄດ້ດຳເນີນການດັ່ງກ່າວ, ບໍ່ແມ່ນແມ່ຍິງ
ທີ່ໄປ​ເຮັດແທ້ງລູກ. ທ່ານໄດ້ກ່າວວ່າ “ແມ່ຍິງແມ່ນຜູ້ເຄາະຮ້າຍ ໃນກໍລະນີນີ້, ເຊັ່ນດຽວກັນ
ກັບຊີວິດຂອງຄົນທີ່ຢູ່ໃນທ້ອງຂອງລາວ.”

ການ​ຢືນຢັນ​ຂອງທ່ານ Trump ທີ່ວ່າແມ່ຍິງຄວນຖືກລົງໂທດ​ໃນການທຳແທ້ງລູກ, ເຊິ່ງ
ມີຂຶ້ນໃນລະຫວ່າງການໃຫ້ສຳພາດ ກັບໂທລະພາບ MSNBC ໃນວັນພຸດວານນີ້, ຊຶ່ງໄດ້
ກໍ່ໃຫ້ເກີດ ການວິຈານຢ່າງກວ້າງຂວາງ ໃນທັງສອງພັກການເມືອງ ກ່ຽວກັບ ບັນຫາທີ່ສ້າງ
ຄວາມແຕກແຍກນັ້ນ.

ຄູ່ແຂ່ງຂອງທ່ານ Trump, ສະມາຊິກສະພາສູງລັດ Texas ທ່ານ Ted Cruz ໄດ້ກ່າວວ່າ
ຄຳ​ເວົ້າ​ໃນ ຕອນທຳອິດໄດ້ສະແດງໃຫ້ເຫັນ ການຂາດຄວາມຮູ້ທາງດ້ານ ນະໂຍບາຍຂອງ
ທ່ານ Trump. ທ່ານກ່າວວ່າ “ອີກຄັ້ງໜຶ່ງທ່ານ Donald Trump ກໍໄດ້ສະແດງໃຫ້ເຫັນ
ວ່າ ລາວບໍ່ໄດ້ຄິດຢ່າງຈິງຈັງ ກ່ຽວກັບ ບັນຫາຕ່າງໆ, ແລະ ລາວຈະເວົ້າທຸກໆຢ່າງເພື່ອ​
ໃຫ້​ໄດ້​ຮັບຄວາມສົນໃຈ.”

ຜູ້ລົງສະໝັກແຂ່ງຂັນອີກ​ຄົນ​ໜຶ່ງຂອງພັກຣີພັບບລີກັນ, ຜູ້​ປົກຄອງລັດ Ohio ທ່ານ John
Kasich ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ມັນເປັນຄຳ​ຕອບທີ່ເໝາະສົມ. ມັນເປັນສະຖາ
ນະການທີ່ຍາກພໍ ແທນທີ່ຈະພະ ຍາຍາມລົງໂທດຄົນບາງຄົນ.

ທັງທ່ານ Cruz ແລະ ທ່ານ Kasich ຕ່າງ​ກໍຄັດຄ້ານ​ກ່ຽວ​ກັບສິດທິໃນການ​ເຮັດແທ້ງລູກ.

ຜູ້ນຳໜ້າໃນການແຂ່ງຂັນຈາກພັກ ເດໂມແຄຣັດ, ອະດີດລັດຖະມົນຕີການຕ່າງປະເທດ
ທ່ານນາງ Hilary Clinton ໄດ້ສົ່ງ​ຂໍ້ຄວາມ​ກ່ຽວ​ກັບປະຕິກິລິຍາຂອງທ່ານນາງ ຜ່ານ​ທາງ
Tweeter ວ່າ “ພຽງແຕ່ຕອນທີ່ທ່ານຄິດວ່າມັນຈະບໍ່ສາມາດຮ້າຍແຮງ​ໄປກວ່ານີ້. ເປັນຕາຢ້ານ ແລະ ເປັນຕາສົນໃຈ.”

ສ່ວນ​ຜູ້​ສະໝັກ​ອີກ​ຄົນ​ນຶ່ງ​ຂອງພັກເດໂມແຄຣັດຂອງທ່ານນາງ ແລະ ເປັນຜູ້ສະໜັບສະໜູນ
ສິດທິ ທາງດ້ານກົດໝາຍຂອງແມ່ຍິງ ທ່ານ Bernie Sanders ໄດ້ເວົ້າ ເຖິງສະຖານະ ຂອງ
ທ່ານ Trump ຢ່າງລຽບງ່າຍວ່າ “ເປັນຕາອັບອາຍຂາຍໜ້າ.”

US Politics
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG