ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຍອມຮັບວ່າ ປະທານາທິບໍດີ ໂອບາມາ ເກີດຢູ່ໃນສະຫະລັດ


ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ກ່າວທີ່ການໂຄສະນາຫາສຽງທີ່ໂຮງຮຽນ Laconia Middle.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ກ່າວທີ່ການໂຄສະນາຫາສຽງທີ່ໂຮງຮຽນ Laconia Middle.

ຜູ້​ສະ​ໜັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ ທ່ານ Donald Trump ຫຼື​ຢ່າງ​ນ້ອຍ​ ກໍ​ຄະນະໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ໄດ້​ຍອມຮັບ​ໃນ​ວັນ​ພະຫັດ​ນີ້​ວ່າ ທ່ານ​ເຊື່ອ​ວ່າ ປະທາ
ນາທິບໍດີບາຣັກ ​ໂອ​ບາ​ມາ​ເກີດ​ຢູ່​ໃນ​ສະຫະລັດ​ແທ້ໆຫຼັງ​ຈາກ​ທີ່​ໄດ້​ມີ​ຄຳ​ຖາມ​ກ່ຽວ​ກັບເລື້ອງ
ສັນຊາດ​ອາ​ເມຣິກັນ​ຂອງ​ປະທານາທິບໍດີ ມາ​ເປັນ​ເວລາ​ຫຼາຍໆ​ປີ.

​ຄະນະໂຄສະນາ​ຫາ​ສຽງ​ຂອງທ່ານ Trump ​ໄດ້​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ໂດຍໃຫ້​ຄຳ​ຊົມ​ເຊີຍ​ຕໍ່​ທ່ານ Trump ທີ່​ໄດ້​ບັງຄັບ​ໃຫ້​ທ່ານ ​ໂອ​ບາ​ມາ ຕ້ອງ​ອອກ​ມາເຜີຍ​ແຜ່ໃບ​ຊະ​ຕາ​ຂອງ​ທ່ານ ຊຶ່ງ​ເຮັດ​ໃຫ້​ເປັນ​ການ​ປິດ​ສາກ​ລົງ​ ຂອງ​ຂ່າວ​ນອງ ກ່ຽວ​ກັບ​ເລື້ອງ​ນີ້ ​ໃນ​ຊ່ວງ​ໄລຍະ​ທີ່​ທ່ານ​ໂອ​ບາ​ມາ ຍັງດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີຢູ່​ນັ້ນ.​

​ທ່ານ Jason Miller ໂຄສົກຂອງ​ຄະນະໂຄສະນາ​ຫາ​ສຽງໄດ້​ກ່າວ​ວ່າ “ມັນ​ເປັນ​ການ​ ຖຽງ​ບໍ່​ຂຶ້ນ ທີ່ທ່ານ Donald J. Trump ​ແມ່ນ​ໃກ້​ກວ່າ ທີ່​ສາມາດ​ນຳ​ເອົາ​ເລື້ອງ​ໃບ​ຊະ ​ຕາ​ຂອງ ປະທານາທິບໍດີ​ ໂອ​ບາ​ມາ ​ເມື່ອ​ຄົນ​ອື່ນໆ​ນັ້ນ ບໍ່​ສາມາດ, ທ່ານ Trump ​ເຊື່ອ​ວ່າ ປະທານາ ທິບໍດີ​ສະຫະລັດ ແມ່ນ​ເກີດ​ຢູ່​ໃນ​ສະຫະລັດ​.”

​ໃນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ທ່ານນາງ Clinton ຢູ່​ບ່ອນໂຄສະນາ​ຫາ​ສຽງຄັ້ງ​ທຳ​ອິດຫຼັງ​ຈາກ​ທີ່​ທ່ານ​ນາງ ​ໄດ້​ເປັນ​ໂຣກປອດ​ບວມ ​ແລະ​ບັງຄັບ​ໃຫ້​ທ່ານ​ນາງອອກ​ຈາກ​ພິທີ​ໄວ້ອາ​ໄລໃຫ້​ພວກ​ເຄາະ​ຮ້າຍ ​ເມື່ອ​ວັນ​ທີ 11 ກັນຍາ ​ໃນ​ວັນ​ອາທິ​ດຜ່ານ​ມາ​ນີ້ ຍ້ອນ​ບັນ ຫາສຸຂະພາບ​ຂອງ​ທ່ານ​ນາງໄດ້ໂຈມ​ຕີທ່ານ Trump ​ໃນ​ການ​ໃຫ້​ຄວາມ​ສະໜັບສະນຸນ​ຕໍ່​ອັນ​ທີ່​ເອີ້ນ ວ່າ
“ຂະ​ບວນການ​ທີ່​ເຊື່ອ​ວ່າ​ ປະທານາທິບໍດີ​ໂອ​ບາ​ມາ​ບໍ່​ໄດ້​ເກີດ​ຢູ່​ໃນ​ສະຫະລັດ.”

Clinton Resumes Campaign After Health Break
please wait

No media source currently available

0:00 0:02:27 0:00

ທ່ານ​ນາງ​ ກ່າວ​ອ້າງເຖິງ​ລາຍ​ງານ​ຂອງ​ໜັງສືພິມ Washington Post ​ໄດ້​ພິມ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ວານ​ນີ້ ​ຊຶ່ງ​ທ່ານ Trump ​ໄດ້ປະຕິ​ເສດ​ທີ່​ຈະກ່າວວ່າ ​ທ່ານ​ເຊື່ອ​ວ່າ ທ່ານ​ໂອ​ບາ​ມາ ແມ່ນ​ເກີດ​ຢູ່​ໃນ​ສະຫະລັດຫຼືບໍ່​ ​ແລະ​ວ່າ ທ່ານ​ບໍ່​ຈະ​ກ່າວ​ເຖິງ​ເລື້ອງ​ນີ້​ອີກ​ຕໍ່​ໄປ​ແລ້ວ.”

ທ່ານນາງ Clinton ຊັກ​ຊວນ ​ໃຫ້​ພວກ​ມາ​ປ່ອນ​ບັດ ຊ່ອຍ​ກັນຢຸດ​ທ່ານ Trump ​ແລະ​ໃນ​ອັນ​ທີ່​ທາງ​ນາງ​ເອີ້ນ​ວ່າ ​ເປັນຄວາມ​ຫົວ​ດື້​ຂອງ​ທ່ານ ​ໃນການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກ​ຈະ​ມາ​ເຖິງ​ນີ້.

​ໃນ​ຂະນະ​ທີ່​ທ່ານ Trump ​ໄດ້​ມີ​ຄຳ​ຖາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບຄວາມຖືກຕ້ອງ​ຊອບ​ທຳ ​ໃນ​ການ​ເປັນ​ປະທານາທິບໍດີ​ຂອງທ່ານ​ໂອ​ບາ​ມາ ​ໃນ​ຮອບ 8 ປີ ທີ່​ຜ່ານ​ມານີ້ແລະ​ກໍ່​ໃຫ້​ເກີດ​ມີ​ຄວາມ​ສົງ​ໄສໃນ​ທິດ​ສະ​ດີ​ສົມຮູ້ຮ່ວມ​ຄິດ ກ່ຽວ​ກັບ​ໃບ​ຊະ​ຕາ​ຂອງ​ທ່ານ​ນັ້ນວ່າ ​ເປັນ​ຂອງ​ແທ້ຫຼື​ບໍ່ ທ່ານ Miller ​ໄດ້​ຖິ້ມ​ໂທດ​ໃສ່​ທ່ານ​ນາງ Clinton ທີ່​ໄດ້​ນຳ​ເອົາ​ຄຳ​ຖາມ​ນີ້ ​ຂຶ້ນ​ມາ​ຖາມກ່ອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG