ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ສົ່ງຕໍ່ ທາງທະວີດເຕີ້ ພາບວີດີໂອ ທີ່ກໍ່ໃຫ້ເກີດ ຄວາມໂມໂຫ


ປະທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ທຳນຽບຂາວ ເຊິ່ງທ່ານ ໄດ້ກໍ່ໃຫ້ເກີດເລື່ອງນອງນັນ ຢູ່ທັງພາຍໃນປະເທດ ແລະ ນອກປະເທດ ໂດຍການສົ່ງຕໍ່ທາງທະວີດເຕີ້ ວີດີໂອ ຕໍ່ຕ້ານຊາວມຸສລິມ ທີ່ກໍ່ໃຫ້ເກີດຄວາມໂມໂຫໂທໂສ 3 ເລື່ອງ.
ປະທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ທຳນຽບຂາວ ເຊິ່ງທ່ານ ໄດ້ກໍ່ໃຫ້ເກີດເລື່ອງນອງນັນ ຢູ່ທັງພາຍໃນປະເທດ ແລະ ນອກປະເທດ ໂດຍການສົ່ງຕໍ່ທາງທະວີດເຕີ້ ວີດີໂອ ຕໍ່ຕ້ານຊາວມຸສລິມ ທີ່ກໍ່ໃຫ້ເກີດຄວາມໂມໂຫໂທໂສ 3 ເລື່ອງ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ນຳເອົາພາບວີດີໂອ ຕໍ່ຕ້ານຊາວມຸສລິມ ທີ່ກໍ່ໃຫ້ເກີດ
ຄວາມໂມໂຫໂທໂສ 3 ເລື່ອງ ລົງຕໍ່ທາງທະວີດເຕີ ເຊິ່ງພວກວີດີໂອດັ່ງກ່າວ ໄດ້ຖືກນຳ
ອອກເຜີຍແຜ່ ໂດຍນັກການເມືອງຝ່າຍຂວາຈັດຂອງອັງກິດ ທີ່ໄດ້ກະຕຸ້ນໃຫ້ເກີດການ
ວິພາກວິຈານ ການບໍ່ຍອມຮັບ ແລະຢ້ານວ່າ ຈະເກີດການຕອບໂຕ້ຄືນ ໃນທາງບໍ່ດີ ຕໍ່
ຊາວອາເມຣິກັນທີ່ເປັນມຸສລິມ.

ພວກວີດີໂອທັງຫຼາຍ ເຊິ່ງນຶ່ງໃນນັ້ນ ໄດ້ລະບຸໂຕຜູ້ໂຈມຕີຄົນນຶ່ງວ່າເປັນຄົນມຸສລິມ ຢ່າງ
ຜິດພາດນັ້ນ ໄດ້ປາກົດ ຢູ່ໃນບັນຊີທະວີດເຕີ້ ຂອງທ່ານນາງເຈດາ ແຟຣນເຊັ້ນ ຮອງຫົວ
ໜ້າພັກທີນຶ່ງຂອງອັງກິດ ທີ່ຕໍ່ຕ້ານພວກອົບພະຍົບ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີ້ສ໌ ໂອ້ລົມ ກັບບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນຫ້ອງ ຖະແຫລງຂ່າວ ເບຣດີ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ພະຈິກ 2017.
ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີ້ສ໌ ໂອ້ລົມ ກັບບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນຫ້ອງ ຖະແຫລງຂ່າວ ເບຣດີ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ພະຈິກ 2017.

ໂຄສົກ ທຳນຽບຂາວ ໄດ້ກ່າວວ່າ ທ່ານບໍ່ຮູ້ວ່າ ທ່ານທຣຳ ໄດ້ພົບເຫັນພວກວີດີໂອ ທາງ ອິນເຕີເນັດແນວໃດ ແຕ່ນຶ່ງໃນນັ້ນ ໄດ້ຖືກນຳລົງຕໍ່ທາງທະວີດເຕີ້ກ່ອນໜ້ານີ້ ໂດຍຜູ້ດຳ
ເນີນລາຍການສົນທະນາ ທີ່ນິຍົມແນວທາງດັ່ງເດີມ ເຊິ່ງປະທານາທິບໍດີນິຍົມຊົມຊອບ.

ທ່ານທຣຳ ໄດ້ນຳເອົາວີດີໂອດັ່ງກ່າວ ລົງຕໍ່ໄປໃນທະວີດເຕີ້ຂອງທ່ານ ເມື່ອຕອນເຊົ້າ
ວັນພຸດວານນີ້ ທ່າມກາງການຂຽນຂໍ້ຄວາມລົງ ໃນທະວີດເຕີ້ ກັບໄປກັບມາ ກ່ຽວກັບ
ເລື່ອງຕ່າງໆ ຈາກເກົາຫຼີເໜືອ ແລະເສດຖະກິດສະຫະລັດ ຈົນຮອດການໄລ່ນັກຂ່າວ
ທີ່ມີຊື່ສຽງ ອອກການ ຜູ້ທີ່ຖືກກ່າວຫາວ່າ ມີການປະພຶດລວນລາມທາງເພດ. ໃນເມື່ອ
ຖືກຖາມໂດຍນັກຂ່າວວ່າ ມັນສຳຄັນຫຼືບໍ່ ຄັນພວກວີດີໂອເຫຼົ່ານັ້ນອາດຈະເປັນເລື່ອງ
ປອມ ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີ້ສ໌ ໄດ້ກ່າວວ່າ ຈຸດປະ
ສົງຂອງທ່ານທຣຳກໍແມ່ນເພື່ອຢາກຍົກໃຫ້ເຫັນບັນຫາເລື່ອງຄວາມເປັນຫ່ວງໃນດ້ານ
ຄວາມໝັ້ນຄົງ.


ທ່ານນາງ ແຊນເດີ້ສ໌ ໄດ້ກ່າວວ່າ “ໄພຂົ່ມຂູ່ ແມ່ນເລື່ອງແທ້ ແລະ ອັນນັ້ນ ເປັນສິ່ງ
ທີ່ ປະທານາທິບໍດີ ຈະເວົ້າເຖິງ ກໍແມ່ນວ່າ ຄວາມຈຳເປັນສຳລັບ ຄວາມໝັ້ນຄົງ
ແຫ່ງຊາດ ຄວາມຈຳເປັນສຳລັບໃຊ້ຈ່າຍ ດ້ານການທະຫານ ແລະສິ່ງເຫຼົ່ານັ້ນ
ແມ່ນເລື່ອງແທ້ຈິງແທ້ໆ ບໍ່ມີຫຍັງເລີຍທີ່ວ່າເປັນເລື່ອງປອມ ກ່ຽວກັບອັນນັ້ນ.”

ທ່ານນາງກ່າວຕໍ່ໄປວ່າ “ມັນເປັນເລື່ອງທີ່ສຳຄັນທີ່ຈະເວົ້າ ກ່ຽວກັບ....ໄພຂົ່ມຂູ່
ຕໍ່ຄວາມໝັ້ນຄົງແຫ່ງຊາດ.”

ໃນເວລາບໍ່ດົນຫລັງຈາກນັ້ນ ໂຄສົກຂອງທ່ານທຣຳ ທ່ານ ຣາຈ໌ ຊາຫ໌ ໄດ້ສະເໜີແນະ
ວ່າ ການນຳເອົາວີດີໂອລົງຕໍ່ຂອງປະທານາທິບໍດີນັ້ນ ແມ່ນວິທີທາງຂອງທ່ານທີ່ຈະດຶງ
ດູດເອົາຄວາມສົນໃຈ ຂອງມະຫາຊົນ ໄປຫາເລື່ອງບັນຫາຄົນເຂົ້າເມືອງ.

ທ່ານຊາຫ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຫຼາຍໆຄົນ ຢາກໃຫ້ເພັ່ງເລັງໃສ່ພວກວີດີໂອ.
ພວກເຮົາຢາກຈະສຸມໃສ່ເລື່ອງບັນຫາຕ່າງໆ ມັນແມ່ນເລື່ອງ ກ່ຽວກັບຄວາມປອດໄພ.
ມັນແມ່ນເລື່ອງ ກ່ຽວກັບການຮັບປະກັນວ່າ ພວກບຸກຄົນຕ່າງໆ ທີ່ເຂົ້າມາໃນ ສະຫະ
ລັດ ຈະບໍ່ເປັນໄພຕໍ່ມະຫາຊົນ ຫຼື ເປັນໄພຂົ່ມຂູ່ກໍ່ການຮ້າຍ.”

Trump Retweets
please wait
Embed

No media source currently available

0:00 0:01:58 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG