ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ປ. ທ​ຣຳ ໄດ້​ນຳ​ເອົາ​ຂໍ້​ຄວາມ ທີ່​ກ່າວ​ອ້າງ​ເຖິງ ​ຊື່​ຂອງ​ຜູ້ແຈ້ງ​ຄວາມ​ຜິດ ມາ​ລົງ​ໃນ​ທວີດ​ເຕີ້​ຂອງ​ທ່ານ ​ແລ້ວ​ລຶບ​ມັນ​ອອກ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ສະ​ມາ​​ຊິກ​ຂອງ​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ອາ​ທິດ ທີ 3 ທັນວາ​ 2019, ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ສະ​ມາ​​ຊິກ​ຂອງ​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ອາ​ທິດ ທີ 3 ທັນວາ​ 2019, ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ນຳ​ເອົາ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ໃນ​ທວີ​ເຕີ້​ຜ່ານ​ມາ​ແລ້ວ ມາ​ລົງ​ອີກ​ເທື່ອ​ນຶ່ງ ຕໍ່​ມາ​ແລ້ວ​ລຶບ​ມັນ​ອອກ ຊຶ່ງ​ເປັນ​ຂໍ້​ຄວາມທີ່ປາ​ກົດ​ວ່າ ລະ​ບຸ​ຊື່​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ​ທີ່​ປະ​ສົງ​ບໍ່​ອອກ​ຊື່ ຜູ້​ທີ່​ໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ທ່ານ ຊຶ່ງ​ໃນ​ທີ່​ສຸດ​ ໄດ້​ນຳ​ໄປ​ສູ່ ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ ໂດຍ​ສະ​ພາ​ຕ່ຳ​ນັ້ນ.

ບໍ່​ດົນ​ກ່ອນ​ຕອນ​ທ່ຽງຄືນ ວັນ​ສຸກ​ຜ່ານ​ມາ ທ່ານ​ທ​ຣຳ ໄດ້​ນຳ​ເອົາ​ຂໍ້​ຄວາມ​ຈາກ​ທວີ​ເຕີ້ ຂອງ​ຜູ້​ໃຊ້ ​ຊື່ໃນ​ນາມ @Surfermom 77 ມາ​ລົງ​ໃນ​ທວີດ​ເຕີ້​ຂອງ​ທ່ານ ຊຶ່ງ​ເປັນ​ບັນ​ຊີ​ທີ່​ອ້າງວ່າ ເປັນ​ແມ່​ຍິງ​ຊື່​ວ່າ ໂຊ​ເຟຍ ຜູ້​ທີ່​ອາ​ໄສ​ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ. ບັນ​ຊີ​ດັ່ງ​ກ່າວນັ້ນ ສະ​ແດງ​ໃຫ້​ເຫັນໃນ​ບາງ​ສ່ວນ ເປັນ​ການ​ຊີ້​ບອກວ່າ ເປັນ​ລະ​ບົບ​ອັດໂຕ​ໂນ​ມັດ ທີ່​ລວມ​ທັງ​ການ​ເຄື່ອນ​ໄຫວ​ໃນ​ລະ​ດັບ​ສູງ​ທີ່​ຜິດ​ປົກ​ກະ​ຕິ ແລະ​ພາບ​ຖ່າຍຂໍ້​ມູນ​ສ່ວນ​ຕົວ​ຂອງ​ບັນ​ຊີ​ທັງຫຼາຍ ເປັນ​ພາບ​ທີ່ນຳ​ອອກມາ​ຈາກອິນ​ເຕີ​ເນັດ.

ພາຍ​ໃນຕອນ​ເຊົ້າ​ຂອງ​ວັນ​ເສົາ​ວານນີ້ ​ການ​ນຳຂໍ້​ຄວາມ​ລົງ​ດັ່ງ​ກ່າວນັ້ນ ກໍ​ໄດ້​ຖືກ​ລຶບ​ອອກ​ຈາກ​ໜ້າ​ທວີດ​ເຕີ້​ຂອງ​ທ່ານ​ທ​ຣຳ ເຖິງ​ຢ່າງນັ້ນ​ກໍ​ຕາມ ມັນ​ຍັງ​ຖືກ​ພົບ​ເຫັນຢູ່​ໃນ​ວິ​ທີ​ທາງ​ອື່ນ​ໄດ້ ລວມ​ທັງ ຢູ່ໃນ​ເວັບ​ໄຊ້ ​ທີ່ເກັບ​ກຳ​ເອົາ​ທຸກໆ​ຂໍ້​ຄວາມ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ນຳ​ລົງ​ໃນ​ທວີດ​ເຕີ້.

ໃນ​ຂະ​ນະ​ດຽວ​ກັນ ທ່ານ​ທ​ຣຳ ຍັງ​ໄດ້​ພະ​ຍາ​ຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ທີ່​ຈະ​ເປີດ​ເຜີຍຕົວ​ຕົນ​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ຊຶ່ງ​ການ​ນຳ​ເອົາ​ຂໍ້​ຄວາມ​ມາ​ລົງ​ໃນ​ທວີ​ເຕີ້​ອີກ​ເທື່ອ​ນຶ່ງນັ້ນ ກໍ​ເປັນ​ຂີດ​ໝາຍ ຄັ້ງ​ທຳ​ອິດ​ທີ່​ທ່ານ​ໄດ້​ສົ່ງ​ການກ່າວອ້າງ​ເຖິງ​ຊື່​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ໃນ​ໜ້າ​ທວີດ​ເຕີ້​ຂອງ​ທ່ານ​ໂດຍ​ກົງ ທີ່​ມີ​ຜູ້​ຕິດ​ຕາມ​ທ່ານ 68 ລ້ານ​ຄົນ.

ການ​ເປີດ​ເຜີຍ​ຕົວ​ຕົນ​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ຜູ້​ທີ່​ເຮັດ​ວຽກໃນ​ຂະ​ແໜງ​ສືບ​ລັ​ບ ອາດ​ເປັນ​ການ​ລະ​ເມີດ​ຕໍ່​ກົດ​ໝາຍ​ລັດ​ຖ​ງະບານ​ກາງ ທີ່​ອີງ​ຕາມ​ປະ​ຫວັດ​ສາດ​ແລ້ວ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນໂດຍ​ທັງ​ສອງ​ພັກ​ການ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG