ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະສົບການຂອງທ່ານ Trump ບໍ່ເໝືອນກັບຜູ້ລົງແຂ່ງຂັນເປັນປະທານາທິບໍດີ ທ່ານອື່ນໆ


ທ່ານ Donald Trump ສັງກັດພັກ Republican ກ່າວໃນ ຫໍປະຊຸມ National Anthem, 25 ພຶດສະພາ, 2016.
ທ່ານ Donald Trump ສັງກັດພັກ Republican ກ່າວໃນ ຫໍປະຊຸມ National Anthem, 25 ພຶດສະພາ, 2016.

ມັນຍັງມີເສັ້ນທາງຫຼາຍໆເສັ້ນທີ່ເຄີຍໄດ້ຜ່ານມາແລ້ວ ທີ່ນຳໄປສູ່ການເປັນປະທານາທິບໍດີ ສະຫະລັດ ຊຶ່ງ ທ່ານນາງ Hillary Clinton ໄດ້ເຄີຍຜ່ານມາແລ້ວ ແລະທ່ານ Donald Trump ນັ້ນ ຍັງບໍ່ເຄີຍຜ່ານເທື່ອ.

ທ່ານ Trump ຍັງບໍ່ທັນເຄີຍດຳລົງຕຳແໜ່ງເປັນຮອງປະທານາທີບໍດີມາກ່ອນ ເປັນຜູ້ຖືກ ເລືອກ ເປັນສະມາຊິກສະພາສູງ ຫຼື ສະພາຕ່ຳ ຫຼື ເປັນຜູ້ປົກຄອງລັດໃດໆ ໃນ 50 ລັດ. ທັງໝົດ 43 ທ່ານ ຂອງປະທານາທິບໍດີສະຫະລັດ ຊຶ່ງ 37 ທ່ານແມ່ນຢ່າງນ້ອຍ ເຄີຍຜ່ານ ການດຳລົງຕຳແໜ່ງ ນຶ່ງໃນຫຼາຍໆຕຳແໜ່ງສູງທີ່ວ່ານີ້ ກ່ອນທີ່ຈະຂຶ້ນມາເປັນ ປະທານາທິ ບໍດີ,

ສຳລັບ ປະທານາທິບໍດີ 6 ທ່ານ ທີ່ບໍ່ເຄີຍມີປະສົບການອັນສຳຄັນ ທີ່ເປັນວິລະບຸລຸດ ສົງຄາມ ເຊັ່ນ ທ່ານ George Washington ຫຼືບໍ່ກໍທ່ານ Dwight Eisenhower ຫຼືບໍ່ ກໍ ເລຂາທິ ການສະພາ ທ່ານ William Taft ຫຼື ທ່ານ Herbert Hoover. ທັງທ່ານ Trumps ແລະ ທ່ານນາງ Clint ນັ້ນແມ່ນຍັງບໍ່ເຄີຍໄດ້ປະຕິບັດວຽກງານທາງການທະຫານ ມາແຕ່ ຢ່າງໃດ.

Republican presidential candidate Donald Trump speaks during an interview with The Associated Press in his office at Trump Tower, May 10, 2016, in New York.
Republican presidential candidate Donald Trump speaks during an interview with The Associated Press in his office at Trump Tower, May 10, 2016, in New York.

ຖ້າແມ່ນວ່າທາງການໄດ້ຄັດເລືອກໃຫ້ເປັນຕົວແທນຂອງພັກ Republican ໃນເດືອນກໍລະ ກົດ ທີ່ຈະມາເຖິງນີ້ ທ່ານ Trump ກໍແມ່ນຈະເປັນຜູ້ສະໝັກຄົນທີ 2 ຕິດຕໍ່ກັນຂອງຜູ້ມີພື້ນ ຖານທາງການເສດຖະກິດ. ທ່ານ Mitt Romney ໄດ້ລົງແຂ່ງຂັນເປັນປະທານາທິບໍດີ ປີ 2012 ເສຍໄຊໃຫ້ແກ່ ທ່ານບາຣັກ ໂອບາມາ ນອກເໜືອຈາກການເປັນນັກທຸລະກິດແລ້ວ ທ່ານ Romney ຍັງເປັນຜູ້ປົກຄອງລັດຫຼາຍໆສະໄໝ ຂອງລັດ Massachusette.

ສຳລັບທ່ານນາງ Clinton ປະສົບການຂອງທ່ານນາງນັ້ນແມ່ນ ການເປັນທັງເຈົ້າໜ້າທີ່ລັດ ຖະບານຂັ້ນສູງແລະສະມາຊິກສະພາ. ທ່ານນາງເປັນຜູ້ຕາງໜ້າຂອງລັດ New York ຈົນ ກວ່າ ທ່ານຈະໄດ້ມາເປັນລັດຖະມົນຕີການຕ່າງປະເທດ ໃນສະໄໝທຳອິດຂອງທ່ານໂອ ບາມາ. ທ່ານໂອບາມາ ນັ້ນກໍເຄີຍເປັນສະມາຊິກສະພາມາກ່ອນ ກ່ອນທີ່ຈະລົງແຂ່ງຂັນ ເປັນ ປະທານາທິບໍດີ ຮວມທັງຄູ່ແຂ່ງຂັນຂອງທ່ານນາງ Clinton ທ່ານ Bernie Sanders ທີ່ສັງ ກັດພັກ Democrats ອັນດຽວກັນນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG