ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຊັ່ງຊາ ການຕັດສິນໃຈ ເພື່ອຕອບໂຕ້ ຕໍ່ການໂຈມຕີ ດ້ວຍສານພິດເຄມີ ຢູ່ຊີເຣຍ


ຮູບພາບຂອງອົງການຂ່າວຊານາ ຂອງທາງການຊີເຣຍ ສະແດງໃຫ້ເຫັນ ຜູ້ຊາຍຄົນນຶ່ງ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ດາມາສກັສ ຊີເຣຍ ທີ 7 ມີນາ 2018.
ຮູບພາບຂອງອົງການຂ່າວຊານາ ຂອງທາງການຊີເຣຍ ສະແດງໃຫ້ເຫັນ ຜູ້ຊາຍຄົນນຶ່ງ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ດາມາສກັສ ຊີເຣຍ ທີ 7 ມີນາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ມີທ່າທາງ
ວ່າ ຈະໃຫ້ການຖະແຫຼງ “ຫຼັງ​ຈາກທີ່ຮູ້ຄວາມຈິງ​” ​ວ່າ ຕົນໄດ້​ຕັດສິນ​ໃຈ​ ​ທີ່ຈະ​ຕອບ​ໂຕ້
ແບບໃດ ກ່ຽວກັບ​ການສົງ​ໄສວ່າ ມີ​ໂຈມ​ຕີ​ດ້ວຍ​ສານ​ເຄມີຢູ່ໃນເຂດ​ຊານເມືອງຂອງນະ
ຄອນຫຼວງ​ຊີ​ເຣຍ.

ປະທານາທິບໍດີ​ທຣໍາ ກ່າວ​ກ່ອນໜ້າ​ກອງ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂັ້ນ​ສູງ​ຂອງກອງ​ທັບ​ໃນ
​ຕອນ​ແລງ​ວັນຈັນ​ວາ​ນນີ້​ວ່າ “ມັນຈະ​ມີການຕອບໂຕ້​ແລະ​ຈະ​ຕອບໂຕ້​ຢ່າງ​ຮ້າຍ​ແຮງ.”

ທ່ານ​ໄດ້​ກ່າວຢ້ຳ ຕໍ່ອັນ​ທີ່​ທ່ານເວົ້າ​ວ່າ ເປັນ​ອຳນາດ​ຂອງ​ສະຫະລັດ ທີ່​ຈະ​ຢຸດ​ຢັ້ງ​ການ​ກໍ່
ໂທດກຳຄື​ກັບ​ການ​ໂຈມ​ຕີ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ໃນ​ເຂດ​ຄວບຄຸມ​ຂອງ​ພວກ​ຕໍ່ຕ້ານ​ລັດ
ຖະບານ ​ໃນເຂດກູ​ຕາ ຕາເວັນອອກ ທີ່​ໄດ້​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ
ໜ້ອຍ 40 ຄົນ.

ທ່ານ​ກ່າວ​ໂດຍ​ບໍ່​ໄດ້ໃຫ້ລາຍລະອຽດຢ່າງສະເພາະເຈາະຈົງ​ວ່າ “ພວກ​ເຮົາ​ມີ​ທາງ​ເລືອກ
​ຫຼາຍ​ທາງ ທາງດ້ານທະຫານ.” ໃນປີ​ກາຍ​ນີ້​ທ່ານ​ໄດ້​ສັ່ງ​ໃຫ້ທຳການໂຈມຕີ​ທາງ​ອາກາດ
​ໃສ່​ເດີ່ນ​ເຮືອບິນ​ຊີ​ເຣຍ ທີ່​ໃຊ້​ໃນ​ການໂຈ​ຕີ​ດ້ວຍ​ສານ​ເຄມີ.

ປະທານາທິບໍດີ​ທຣໍາ ​ໄດ້​ຕິ​ຕຽນ​ອະດີດ​ປະທນາ​ທິບໍດີ ບາຣັກ ​ໂອ​ບາ​ມາ​ ​ໃນ​ອັນ​ທີ່​ທ່ານ
​ກ່າວ​ວ່າ​ ເປັນຄວາມ​ລົ້ມ​ແຫຼວ​ທາງຍຸດ​ທະ​ສາດ ໃນການເປີດເຜີຍລ່ວງໜ້າ ກ່ຽວກັບ
ແຜນການປະຕິບັດງານທາງທະຫານ ກ່ອນທີ່ເກີດຂຶ້ນ.

ຊີ​ເຣຍ​ໄດ້​ປະຕິ​ເສດ​ ກ່ຽວກັບການໃຊ້​ອາວຸດ​ເຄມີ ໃນ​ຕະຫຼອດ​ບັນຫາ​ຂັດ​ແຍ້​ງທີ່​ໄດ້​ເລີ້​ມ
ມີມາ ​ແຕ່​ປີ 2011 ຮ​ວມທັງ​ການ​ໂຈມ​ຕີ​ດ້ວຍ​ສານພິດ​ເຄ​ມີ​ຫວ່າງ​ມໍ່ໆ​ມາ​ນີ້. ຣັດ​ເຊຍ​ກ່າວ​
ວ່າ ບໍ່​ມີ​ຫລັກ​ຖານ​ທີ່​ຊີ​ເຣຍເປັນຜູ້​ໂຈມ​ຕີດັ່ງ​ກ່າວ.

ທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ (ຢືນຟັງ) ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງ ກອງປະຊຸມຄະນະບໍລິຫານ ຢູ່ທຳນຽບຂາວ ນະຄອນຫຼວງວໍຊິງຕັນ ທີ 9 ເມສາ 2018.
ທີ່ປຶກສາທຳນຽບຂາວ ທ່ານຈອນ ແຄລລີ (ຢືນຟັງ) ປະທານາທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງ ກອງປະຊຸມຄະນະບໍລິຫານ ຢູ່ທຳນຽບຂາວ ນະຄອນຫຼວງວໍຊິງຕັນ ທີ 9 ເມສາ 2018.

ປະທານາທິບໍດີ​ທຣໍາກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ກຳລັງ​ໄດ້​ຮັບ​ຄວາມ​ກະ​ຈ່າງ​
ແຈ້ງ​ດີ​ທີ່ສຸດ” ກ່ຽວ​ກັບ​ວ່າ​ໃຜ​ເປັນ​ຜູ້​ຮັບຜິດຊອບຊຶ່ງພາລະກິດ​ທີ່ມີຄວາມຫຍຸ້ງ ​ຍາກມາ
ໂດຍ​ຕະຫຼອດໃນ​ສົງຄາມ​ຊີ​ເຣຍ ​ແລະ​ແຫຼ່ງທີ່ີມາ ຂອງ​ບັນຫາຂັດ​ແຍ້​ງທີ່​ມີການ​ພົວພັນ
ກັບ​ຫຼາຍໆປະເທດ.

Ambassador Haley: US Will Respond to Deadly Attack in Syria
please wait

No media source currently available

0:00 0:02:10 0:00

ໃນຕອນ​ຕົ້ນ​ທ່ານ​ໄດ້​ກ່າວ​ຕໍ່​ຄະນະ​ລັດຖະບານຂອງ​ທ່ານ ​ຢູ່ທີ່​ກອງ​ປະຊຸມ​ໃນ​ທໍານຽບ
ຂາວວ່າ ສະຫະລັດ​ຈະ​ຮູ້​ວ່າ​ໃຜ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ ​ແມ່ນ​ຊີ​ເຣຍຣັດ​ເຊຍ​
ອີຣ່ານ ຫຼື “​ພວກເຂົາ​ທັງ​ໝົດ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ (ຂວາ) ຈັບມືກັບ ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ລະຫວ່າງກອງປະຊຸມຢູ່ ໂຮງແຮມພາເລສ ທີ 18 ກັນຍາ 2017 ໃນນະຄອນນິວຢອກ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ (ຂວາ) ຈັບມືກັບ ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ລະຫວ່າງກອງປະຊຸມຢູ່ ໂຮງແຮມພາເລສ ທີ 18 ກັນຍາ 2017 ໃນນະຄອນນິວຢອກ.

ການລະບຸ​ຄວາມ​ຮັບຜິດຊອບ ​ໄດ້​ເປັນ​ສິ່ງ​ສຳຄັນ ສຳລັບ​ບັນດາ​ຜູ້​ສື​ບສວນ​ຈາກ ໂດຍ
ການ​ສືບສວນຮ່ວມ ​ລະຫວ່າງສະຫະ​ປະຊາ​ຊາດແລະ​ອົງການເກືອດ​ຫ້າມ​ການໃຊ້​ອາ
ວຸດເຄມີຊຶ່ງ​ໄດ້​ຖືກຍຸບ​ຫຼັງ​ຈາກຣັດ​ເຊຍ​ໄດ້ຢັບ​ຢັ້ງການ​ແຕ່ງຕັ້ງຄະນະ ສືບສວນ​ຄືນໃໝ່​
ໃນ​ເດືອນ​ພະ​ຈິກທີ່ຜ່ານ​ມາ. ສະຫະລັດ​ໄດ້​ທຳການສະ​ເໜີ​ໃໝ່​ໃນ​ວັນ​ຈັນ​ວານ​ນີ້ ​ຕໍ່​ສະມາຊິກສະພາ​ຄວາມ​ໝັ້ນຄົງ ​ເພື່ອສ້າງຕັ້ງກົນ​ໄກ​ການສືບ ສວນຄືນໃໝ່ ​ແຕ່​ຍັງບໍ່
ທັນ​ເປັນ​ທີ່ຈະ​ແຈ້ງ ​ໂດຍ​ທັນທີເທື່ອ​ວ່າ ຈະ​ໄດ້​ຮັບການສະ ໜັບສະໜູນທີ່ຈຳເປັນຈາກ
ຣັດເຊຍຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG