ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຕອບໂຕ້ການກ່າວວິຈານ ໂດຍພໍ່ ແມ່ຂອງທະຫານ ຜ່ານເສິກ ທີ່ໄດ້ເສຍຊີວິດໄປ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບ
ບລີກັນ ທ່ານ Donald Trump ກ່າວໃນລະຫວ່າງ ກອງ
ປະຊຸມຖະແຫຼງຂ່າວ ໃນເມືອງ Tampa, ລັດ Florida, 27 ກໍລະກົດ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບ ບລີກັນ ທ່ານ Donald Trump ກ່າວໃນລະຫວ່າງ ກອງ ປະຊຸມຖະແຫຼງຂ່າວ ໃນເມືອງ Tampa, ລັດ Florida, 27 ກໍລະກົດ, 2016.

ໃນການກ່າວຄຳປາໄສທີ່ເຕັມໄປດ້ວຍອາລົມໂສກເສົ້າ ທີ່ກອງປະຊຸມຫຼວງແຫ່ງຊາດຂອງ ພັກເດໂມແຄຣັດ ໃນສັບປະດານີ້, ທ່ານ Khizr Khan ພໍ່ຂອງທະຫານມຸສລິມສັນຊາດ ອາ ເມຣິກາ ທີ່ໄດ້ຖືກຂ້າຕາຍໃນ ອີີຣັກ ໄດ້ຍົກຍ້ອງລູກຊາຍຂອງເພິ່ນ ແລະ ໄດ້ກ່າວວິພາກ ວິຈານຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ທ່ານ Donald Turmp.

ທ່ານ Khan ກ່າວວ່າ ພາຍໃຕ້ຂໍ້ສະເໜີນະໂຍບາຍຄົນເຂົ້າເມືອງຂອງທ່ານ Trump, ຄອບຄົວຂອງເພິ່ນຈະບໍ່ມີວັນໄດ້ຖືກອະນຸຍາດໃຫ້ເດີນທາງເຂົ້າ ສະຫະລັດ ແລະ ວ່າ ທ່ານ Trump, ໃນໄລຍະເວລາການດຳລົງຊີວິດຂອງເພິ່ນ, ເພິ່ນ “ບໍ່ເຄີຍເສຍສະຫຼະຫຍັງ ແລະ ໃຫ້ໃຜເລີຍ.”

ທ່ານ Khizr Khan, ພໍຂອງຮ້ອຍເອກທະຫານ ສະຫະລັດ Humayun S.M Khan ຖືປຶ້ມລັດຖະທຳ ມະນູນຂອງ ສະຫະລັດ ໃນຂະນະທີ່ພັນລະຍາ ນາງ Ghazala ຢືນຟັງໃນລະຫວ່າງວັນສຸດທ້າຍ ຂອງກອງປະຊຸມຫຼວງແຫ່ງຊາດພັກເດໂມແຄຣັດ ໃນລັດ Philadelphia. 28 ກໍລະກົດ, 2016.
ທ່ານ Khizr Khan, ພໍຂອງຮ້ອຍເອກທະຫານ ສະຫະລັດ Humayun S.M Khan ຖືປຶ້ມລັດຖະທຳ ມະນູນຂອງ ສະຫະລັດ ໃນຂະນະທີ່ພັນລະຍາ ນາງ Ghazala ຢືນຟັງໃນລະຫວ່າງວັນສຸດທ້າຍ ຂອງກອງປະຊຸມຫຼວງແຫ່ງຊາດພັກເດໂມແຄຣັດ ໃນລັດ Philadelphia. 28 ກໍລະກົດ, 2016.

ທ່ານ Trump ໄດ້ກ່າວຕອບທ່ານ Khan ໃນການໃຫ້ສຳພາດກັບໂທລະພາບ ABC ໃນວັນເສົາວານນີ້.

ເພິ່ນກ່າວວ່າ “ຂ້າພະເຈົ້າຄິດວ່າຂະພະເຈົ້າໄດ້ເສຍສະຫຼະຫຼາຍຢ່າງ, ຂ້າພະເຈົ້າເຮັດ ວຽກໜັກຫຼາຍ, ຂ້າພະເຈົ້າໄດ້ສ້າງວຽກເຮັດງານທຳຫຼາຍພັນຕຳແໜ່ງ.”

ນອກນັ້ນ ທ່ານ Trump ຍັງໄດ້ກ່າວວ່າ ເພິ່ນໄດ້ຫາເງິນຫຼາຍລ້ານໂດລາມາໃຫ້ພວກທະ ຫານຜ່ານເສິກ ສະຫະລັດ ແລະ ໄດ້ເປັນຜູ້ມີສ່ວນຮ່ວມທີ່ໃຫຍ່ ສຳລັບການສ້າງອານຸສາ ວະລີສົງຄາມ ຫວຽດນາມ ໃນນະຄອນ ນິວຢອກ.

ພັນລະຍາຂອງທ່ານ Khan ໄດ້ຢືນຄຽງຂ້າງສາມີຂອງເພິ່ນຢ່າງມິດງຽບ ໃນລະຫວ່າງ ການກ່າວຄຳປາໄສທີ່ກອງປະຊຸມຫຼວງພັກເດໂມແຄຣັດ.

ໃນການໃຫ້ຄຳເຫັນຄັ້ງໜຶ່ງທີ່ແນ່ໃສ່ສ້າງຂໍ້ໂຕ້ແຍ້ງເພີ່ມຂຶ້ນນັ້ນ, ທ່ານ Trump ເວົ້າວ່າ ຍ້ອນວ່າລາວເປັນແມ່ຍິງ ມຸສລິມ, “ບາງທີລາວຈຶ່ງບໍ່ຖືກອະນຸຍາດໃຫ້ປາກເວົ້າຫຍັງ ອອກມາ.”

ແຕ່ນາງ Ghazala ໄດ້ກ່າວຕໍ່ໂທລະພາບ MSNBC ໃນວັນສຸກທີ່ຜ່ານມາວ່າ ລາວເສົ້າ ໂສກຫຼາຍ ແລະ ຖືກຄອບຄຳໄປດ້ວຍອາລົມຫງ່ວມເຫງົາ ເວລາລາວເຫັນຮູບຂອງລູກ ຊາຍ ເສຍຊີວິດ ຖືກສາຍໃຫ້ເບິ່ງຢູ່ທີ່ກອງປະຊຸມຫຼວງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG