ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣໍາ ຈະກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງທ່ານ ເປັນຜູ້ຕາງໜ້າພັກ ເຂົ້າແຂ່ງຂັນ ປະທານາທິບໍດີ ໃນລັດຟລໍຣິດາ


ປ. ທຣໍາກໍລັງໄປຮອດໂຮງງານບໍລິສັດ ເຄື່ອງກວດຫາໄວຣັສ ໂຄໂຣນາ Puritan Medical Products ໃນວັນທີ 5 ພຶດສະພາ 2020 ທີ່ລັດເມນ (ພາບຖ່າຍໂດຍ AP Photo/Patrick Semansky)
ປ. ທຣໍາກໍລັງໄປຮອດໂຮງງານບໍລິສັດ ເຄື່ອງກວດຫາໄວຣັສ ໂຄໂຣນາ Puritan Medical Products ໃນວັນທີ 5 ພຶດສະພາ 2020 ທີ່ລັດເມນ (ພາບຖ່າຍໂດຍ AP Photo/Patrick Semansky)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຈະກ່າວຄໍາປາໄສກ່ຽວກັບການ ແຕ່ງຕັ້ງທ່ານເປັນ ຜູ້ຕາງໜ້າພັກເຂົ້າຮ່ວມແຂ່ງຂັນເປັນປະທານາທິບໍດີ ໃນເມືອງແຈັກສັນວິລ (Jacksonville), ລັດຟລໍຣິດາ ໃນເດືອນສິງຫາທີ່ຈະມາເຖິງນີ້, ອີງຕາມການປະກາດຂອງຄະນະກໍາມະການແຫ່ງຊາດຂອງພັກຣີພັບ ບລິກັນ ໃນວັນພະຫັດວານນີ້.

ກອງປະຊຸມແຫ່ງຊາດຂອງພັກຣີພັບບລິກັນ ຫລື RNC ເມື່ອກ່ອນໄດ້ມີກໍານົດ ວ່າ ຈະຈັດຂຶ້ນໃນລັດຄາໂລໄຣນາເໜືອ ແຕ່ວ່າ ຄະນະກໍາມະການແຫ່ງຊາດ ເວົ້າໃນວັນພະຫັດວານນີ້ວ່າ ກິດຈະກໍາຂອງກອງປະຊຸມບາງຢ່າງລວມທັງການ ກ່າວຄໍາປາໄສຮັບເອົາການຖືກແຕ່ງຕັ້ງຈາກພັກຂອງທ່ານທຣໍາ ຈະຖືກຍ້າຍໄປ ຈັດຢູ່ໃນລັດຟລໍຣິດາ.

ທ່ານ ທຣໍາຢືນຢັດວ່າ ທ່ານຢາກໃຫ້ມີຄົນເຂົ້າຮ່ວມການກ່າວຄໍາປາໄສຂອງທ່ານ ເຕັມສະໜາມໃຫຍ່ໆ ໂດຍທີ່ບໍ່ຕ້ອງໃຫ້ຄົນຢູ່ຫ່າງກັນ ແລະບໍ່ຕ້ອງມີການໃສ່ໜ້າ ກາກປິດປາກ ທີ່ເປັນມາດຕະການ ຖືກນໍາໃຊ້ກັນຢ່າງກວ້າງຂວາງ ຢູ່ທົ່ວໂລກ ເພື່ອຍຸຕິການແຜ່ຜາຍຂອງໄວຣັສໂຄໂຣນານັ້ນ.

ຄະນະກໍາມະການແຫ່ງຊາດຂອງພັກຣີພັບບລິກັນທ່ານນາງ ຣອນນາ ແມັກດາ ນຽນ (Ronna McDaniel) ກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນພະຫັດ ວານນີ້ວ່າ ພວກສັງກັດພັກຣີພັບບລິກັນມີຄວາມດີໃຈຫລາຍ ທີ່ຈະໄດ້ສະເຫລີມ ສະຫລອງໂອກາດ ທີ່ມີຄວາມໝາຍສໍາຄັນຍິ່ງອັນນີ້ ຢູ່ໃນເມືອງແຈັກສັນວິລ (Jacksonville) ທີ່ດີເລີດ. ທ່ານນາງກ່າວເພີ້ມອີກວ່າ ລັດຟລໍຣິດາ “ແມ່ນມີ ຄວາມສໍາຄັນຫລາຍຢູ່ໃນເສັ້ນທາງ ກ້າວໄປສູ່ໄຊຊະນະຂອງປີ 2020” ແລະ
ພວກສັງກັດພັກຣີພັບບລິກັນກໍາລັງຄອງຄອຍທີ່ “ຈະນໍາເອົາການສະເຫລີມສະ ຫລອງທີ່ຍິ່ງໃຫຍ່ອັນນີ້ ແລະການພຸ້ງຕົວຂຶ້ນຂອງເສດຖະກິດຂອງລັດ ທີ່ເຕັມ ໄປດ້ວຍແສງຕາເວັນສາດສ່ອງໃສ່ແຫ່ງນັ້ນ.”

ທ່ານເຣ ຄຸບເປີ (Ray Cooper) ຜູ້ປົກຄອງລັດຄາໂຣໄລນາເໜືອຊຶ່ງມາຈາກ ພັກເດໂມແຄຣັດນັ້ນ ໄດ້ພະຍາຍາມທີ່ຈະເຮັດວຽກຮ່ວມກັນກັບພວກສັງກັດພັກ ຣີພັບບລິກັນເພື່ອສ້າງແຜນການຂຶ້ນມາ ທີ່ລວມທັງການພິຈາລະນາເຖິງໄວຣັສ ໂຄໂຣນາຢູ່ໃນການຈັດກອງປະຊຸມນັ້ນ.

ແຕ່ວ່າ ການຈັດງານບາງອັນກໍຍັງຈະມີຂຶ້ນຢູ່ໃນລັດຄາໂຣໄລນາເໜືອຢູ່ຍ້ອນວ່າ ມີຂໍ້ຜູກພັນໃນຂໍ້ຕົກລົງ.

ສະຫະລັດມີກໍລະນີຄົນຕິດພະຍາດໂຄວິດ-19 ຫລາຍກວ່າ 2 ລ້ານຄົນ ແລະມີ ຫລາຍກວ່າ 113,000 ຄົນທີ່ເສຍຊີວິດຍ້ອນພະຍາດອັນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG