ມີລາຍງານວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ທຳການປຶກສາຫາລື
ກ່ຽວກັບ ການປົດປະທານທະນາຄານກາງ ທ່ານ ເຈໂຣມ ພາວແວລ ອອກຈາກຕຳ
ແໜ່ງ.
ລາຍງານ ກ່ຽວກັບ ຄຳຖາມຂອງທ່ານ ທຣຳ ກ່ຽວກັບວ່າ ທ່ານມີອຳນາດໃນການປົດ
ທ່ານ ພາວແວລ ອອກຈາກຕຳແໜ່ງບໍ່ນັ້ນ ໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ໃນບັນດາສະມາ
ຊິກຂອງລັດຖະສະພາ, ບັນດານັກເສດຖະສາດ ແລະ ຜູ້ບໍລິຫານຕ່າງໆຂອງຕະຫຼາດ
ຮຸ້ນ ວອລ ສຕຣີດ, ເຮັດໃຫ້ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ ຕ້ອງ
ຂຽນຂໍ້ຄວາມໃນ ທວິດເຕີ ກ່ຽວກັບ ຖະແຫຼງການຈາກທ່ານປະທານານທິບໍດີ ໃນຕອນ
ແລງວັນເສົາວານນີ້. ທ່ານ ມະນູຊິນ ໄດ້ຂຽນວ່າ “ຂ້າພະເຈົ້າໄດ້ລົມກັບທ່ານປະທານາ
ທິບໍດີ ແລະ ທ່ານໄດ້ກ່າວວ່າ ຂ້າພະເຈົ້າບໍ່ເຫັນດີຢ່າງສິ້ນເຊີງ ກັບນະໂຍບາຍຂອງທະ
ນາຄານກາງ. ຂ້າພະເຈົ້າຄິດວ່າ ການເພີ່ມອັດຕາດອກເບ້ຍ ແລະ ການລົງທຶນທີ່ຕົກຕ່ຳ
ລົງຂອງລັດຖະບານກາງ ແມ່ນສິ່ງທີ່ຮ້າຍແຮງຢ່າງຍິ່ງທີ່ຈະເຮັດໃນເວລານີ້, ໂດຍສະ
ເພາະ ການເຈລະຈາການຄ້າທີ່ສຳຄັນຂອງຂ້າພະເຈົ້າ ເຊິ່ງກຳລັງດຳເນີນຢູ່ໃນຕອນນີ້,
ແຕ່ຂ້າພະເຈົ້າບໍ່ເຄີຍສະເໜີໃຫ້ປົດທ່ານ ເຈ ພາວແວລ ອອກຈາກຕ່ຳແໜ່ງ ຫຼື ເຊື່ອວ່າ
ຂ້າພະເຈົ້າມີສິດໃນການເຮັດແນວນັ້ນ.”
ຂ່າວ ກ່ຽວກັບ ເສດຖະກິດຂອງບໍລິສັດ ບລູມເບີກ ແມ່ນຜູ້ທຳອິດທີ່ໄດ້ລາຍງານການ
ປຶກສາຫາລືຂອງທ່ານ ທຣຳ ກ່ຽວກັບ ການປົດປະທານທະນາຄານກາງອອກຈາກຕຳ
ແໜ່ງ. ໂດຍອ້າງວ່າມີ 4 ຄົນທີ່ຄຸ້ນເຄີຍກັບການປຶກສາຫາລືດັ່ງກ່າວ, ຂ່າວ ບລູມເບີກ
ໄດ້ລາຍງານວ່າ ທ່ານ ທຣຳ ໄດ້ມີຂໍ້ຂ້ອງໃຈກັບທ່ານ ພາວແວລ ຫຼາຍຂຶ້ນ ຫຼັງຈາກການ
ສູນເສຍຕ່າງໆໃນຕະຫຼາດຮຸ້ນຫຼາຍເດືອນ ແລະ ການເພີ່ມອັດຕາພາສີຂອງທະນາ
ຄານກາງໃນວັນພຸດທີ່ຜ່ານມາ.
ໜັງສືພິມວໍຊິງຕັນ ໂພສ ກໍໄດ້ລົມກັບສອງຄົນຜູ້ທີ່ຄຸ້ນເຄີຍເກັບຄຳຖາມຂອງທ່ານ ທຣຳ
ກ່ຽວກັບ ການປົດທ່ານ ພາວແວລ ອອກຈາກຕຳແໜ່ງເຊັ່ນກັນ, ຜູ້ທີ່ໄດ້ຢືນຢັນຄວາມ
ໂມໂຫຂອງທ່ານ ທຣຳ ກ່ຽວກັບ ນະໂຍບາຍຂອງທະນາຄານກາງ ແລະ ຢາກຈະກ່າວ
ຫາຄົນບາງຄົນ ສຳລັບການສູນເສຍຄັ້ງໃຫຍ່ຂອງຕະຫຼາດຮຸ້ນເມື່ອບໍ່ດົນມານີ້.