ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ມີ​ລາຍ​ງານ​ວ່າ ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ຕອບ​ໂຕ້ ທາງ​ທະ​ຫານ ຫຼັງ​ຈາກ​ ອີ​ຣ່ານ ຍິງ​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ ຂອງ ​ສະ​ຫະ​ລັດ ຕົກ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພົບ​ປະ​ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ທີ່​ທຳນຽບ​ຂາວ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພົບ​ປະ​ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ທີ່​ທຳນຽບ​ຂາວ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2019.

ພວກ​ເຈົ້າ​ໜ້າ​ທີ່ ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຢູ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ​ ກ່ຽວ​ກັບ​ ລາຍ​ງານ​ຂ່າວ​ທີ່​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະລັດ ທ່ານ​ດໍ​ໂນ​ລ
ທ​ຣຳໄດ້​ໃຫ້​ການ​ອະ​ນຸ​ມັດ​ໃນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ​ຕໍ່​ອີ​ຣ່ານ ໃນ​ວັນ​ພະ​ຫັດ​ວານນີ້ ແຕ່​ຫຼັງ​ຈາກນັ້ນ ໄດ້​ສັ່ງ​ໃຫ້​ຢຸດ​ເຊົາ​ການ​ໂຈມ​ຕີຍ້ອນ​ເຫດ​ຜົນ​ທີ່​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໃນ​ຂັ້ນ​ຕົ້ນ​ໄດ້​ອະ​ນຸ​ມັດ​ການ​ໂຈມ​ຕີ​ຈຳ​ນວນ​ນຶ່ງ​ຕໍ່​ເປົ້າ​ໝາຍຕ່າງໆ​ຂອງ​ອີ​ຣ່ານ ເຊັ່ນ​ເຣ​ດ້າແລະ​ລູກ​ສອນ​ໄຟ ອີງ​ຕາມ​ລາຍ​ງານ​ທີ່​ອອກ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ໜັງ​ສື​ພິມ​ນິວຢອກ​ໄທ​ມ໌.

​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ Global Hawk ພວມ​ທົດ​ລອງ​ບິນ ທີ່​ລັດ​ແມ​ຣີ​ແລນ
​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ Global Hawk ພວມ​ທົດ​ລອງ​ບິນ ທີ່​ລັດ​ແມ​ຣີ​ແລນ

ສ່ວນ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ແລະ​ສື່ມວນ​ຊົນ​ອື່ນໆ ໃນ​ເວ​ລາ​ຕໍ່​ມາ​ກໍ​ລາຍ​ງານວ່າ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ໃຫ້​ການ​ອະ​ນຸ​ມັດໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ຄືນ.

ຂະ​ນະ​ດຽວ​ກັນ ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານວ່​າ ລັດ​ຖະ​ບານ​ອີ​ຣ່ານ​ໄດ້​ແຈ້ງ​ໃຫ້​ອົງ​ການ​ຂ່າວ​ດັ່ງ​ກ່າວ​ຊາບ​ວ່າ ຕົນ​ໄດ້​ຮັບ​ສານ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຜ່ານທາງ​ໂອ​ມານ​ເມື່ອ​ຄືນ​ແລ້ວນີ້ ໂດຍ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ອາດ​ຈະ​ມີ​ຂຶ້ນ.

ອົງ​ການ​ຂ່າວ​ຣອຍ​ເຕີ້ ​ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ກໍ​ໄດ້​ຕອບ​ໃນ​ທັນ​ທີ​ ຕໍ່ສານຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໂດຍເຕືອນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ຜົນ​ທີ່​ຈະຕິດ​ຕາມ​ມາ “ຢູ່​ໃນ​ຂົງ​ເຂດ​ແລະ​ລະ​ຫວ່າງ​ປ​ະ​ເທດ” ຖ້າ​ສະ​ຫະ​ລັດ​ຫາ​ກ​ເອົາ​ມາດ​ຕະ​ການ​ທາງທະ​ຫານ.

​ອົງ​ການ​ຄຸ້ມ​ຄອງ​ການ​ບິນ​ ຂອງ​ລັດ​ຖະ​ບານ​ກາງ​ ໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ວານນີ້ໄດ້​ອອກ​ຄຳ​ສັ່ງ​ສຸກ​ເສີນ ຫ້າມ​ບໍ່​ໃຫ້​ເຮືອ​ບິນ​ຂ​ອງ​ສາຍ​ການ​ບິນ​ສະ​ຫະ​ລັດທັງ​ໝົດບິນ​ເຂົ້າ​ໄປ​ໃນ​ເຂດ​ອາ​ກາດ​ທີ່​ຢູ່​ເທິງ​ອ່າວ​ເປີ​ເຊຍແລະ​ອ່າວ​ໂອ​ມານບ່ອນທີ່​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ກອງ​ທັບ​ເຮືອ​ສະ​ຫະ​ລັດ​ຖືກ​ຍິງ​ຕົກ​ໂດຍ​ອີ​ຣ່ານ. ສາຍການ​ບິນ​ນາໆ​ຊາດ​ຈຳ​ນວ​ນ​ນຶ່ງ ຮວມ​ທັງ​ ສາຍ​ການ​ບິນ KLM ຂອງ​ໂຮນ​ລັງແລະ ​ສາຍ​ການ​ບິນ Qantas ຂອງອອ​ສ​ເຕ​ຣ​ເລຍ ກໍ​ກ່າວ​ວ່າ ຕົນ​ຈະ​ບໍ່​ບິນ​ຜ່ານ​ບໍ​ລິ
ເວນ​ຊ່ອງ​ແຄບ​ຮໍ​ມຸ​ສ.

ເຮືອ​ບິນ​ສັງ​ເກດ​ການ​ບໍ່​ມີ​ຄົນ​ຂັບ Global Hawk ​ໄດ້​ບິນ​ຢູ່​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບຮໍ​ມຸ​ສ ເວ​ລາ​ເຮືອ​ບິນ​ລຳ​ດັ່ງ​ກ່າວ ​ຖືກ​ຍິງ​ໂດຍ​ລູກ​ສອນ​ໄຟ​ອີ​ຣ່ານ ຊຶ່ງ​ເປັນ​ອຸ​ບັດຕິ​ເຫດທີ່​ທ່ານ​ທ​ຣຳ​ກ່າວ​ວ່າ “ຄວາມ​ຜິດ​ພາດ​ທີ່​ຮ້າຍ​ແຮງ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ໃນ​ວັນ​ພ​ະ​ຫັດ​ວານນີ້ ຂະ​ນະ​ທີ່​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ຢູ່​ທີ່​ທຳ​ນຽບ​ຂາວ​ວ່າ “ນີ້​ແມ່ນ​ບັນ​ຫາ​ເລັກໆນ້ອຍໆ​ອັ​ນ​ໃໝ່.”

ທ່ານ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຳ​ນີ້ ແມ່ນ​ບິນ​ຢູ່​ເໜືອເຂດ​ນ່ານ​ນ້ຳ​ສາ​ກົນຢ່າງ​ເປັນ​ການ​ຈະ​ແຈ້ງ. ພວກ​ເຮົາ​ມີ​ການ​ບັນ​ທຶກ​ທັງ​ໝົດ. ມີ​ການ​ບັນ​ທຶກ​ທາງ​ດ້ານ​ວິ​ທະ​ຍາ​ສາດ ບໍ່​ແມ່​ນ​ພຽງ​ແຕ່​ຄຳ​ເວົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງກິດ

XS
SM
MD
LG