ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ມີໂອກາດໜ້ອຍຫຼາຍ ໃນການຍົກເລີກ ກົດໝາຍ ປະກັນສຸຂະພາບ ຂອງ ທ່ານ ໂອບາມາ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສໃນຫ້ອງການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 14 ມິຖຸນາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສໃນຫ້ອງການທູດ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 14 ມິຖຸນາ, 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານ ແລະ ບັນດາສະມາຊິກສະ
ພາສູງ ສັງກັດພັກຣີພັບບລີກັນ ກຳລັງປະເຊີນກັບ “ຊ່ອງທາງທີ່ແຄບຫລາຍ” ໃນຄວາມພະຍາຍາມໄລຍະ 7 ປີຜ່ານມາ ເພື່ອຈະປະຕິຮູບປັບປຸງຄືນໃໝ່ ປະກັນສຸຂະພາບແຫ່ງ
ຊາດ ທີ່ເປັນນະໂຍບາຍສັນຍາລັກຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ນັ້ນ.

ປະທານາທິບໍດີ ທຣຳ ກ່າວໃນການໃຫ້ສຳພາດ ຕໍ່ລາຍການຂ່າວໂທລະພາບ Fox
News ທີ່ໄດ້ອອກອາກາດ ໃນວັນອາທິດວານນີ້ ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະ
ໄປເຖິງຈຸດນັ້ນ.”

ທ່ານໄດ້ໃຫ້ຂໍ້ສັງເກດເຖິງເສັ້ນທາງທີ່ຫຍຸ້ງຍາກ ໃນສອງສາມມື້ຂ້າງໜ້ານີ້ ເພື່ອຈະ
ເລືອກເອົາແບບແຜນນຶ່ງ “ທີ່ໝົດທຸກຄົນຈະມັກ” ແຕ່ທ່ານໄດ້ໂຕ້ແຍ້ງວ່າ ທາງເລືອກ
ແທນ ການປ່ຽນແປງນະໂຍບາຍປະກັນສຸຂະພາບ ຂອງສະຫະລັດ ແມ່ນການທັບມ້າງ
ກົດໝາຍປັດຈຸບັນ ທີ່ຮູ້ຈັກກັນທົ່ວໄປວ່າ ໂອບາມາແຄ ນັ້ນ.

ບັນດາຜູ້ນຳຂອງສະພາສູງ ມີແຜນຈະລົງຄະແນນສຽງ ໃນວັນພະຫັດຈະມາເຖິງນີ້ ກ່ຽວ
ກັບ ຮ່າງກົດໝາຍທີ່ຈະຍຸຕິຂໍ້ກຳນົດໃຫ້ ຊາວອາເມຣິກັນ ຊື້ປະກັນສຸຂະພາບ ຫຼື ຈ່າຍຄ່າ
ປັບໄໝ ໃນຂະນະດຽວກັນ ຍັງຈະຄ່ອຍໆຕັດເງິນອຸດໜຸນເພື່ອຊ່ອຍພວກຄົນທີ່ມີລາຍ
ໄດ້ຕ່ຳ ຊື້ປະກັນໄພ ນັ້ນອອກ ແລ້ວຫລຸດພາສີໃຫ້ພວກຄົນຮັ່ງມີ ແລະ ຕັດທຶນໃຊ້ຈ່າຍ
ໂຄງການປະກັນສຸຂະພາບຂອງລັດ ສຳລັບພວກຄົນທຸກຍາກ ແລະ ພວກເສຍອົງຄະ
ຫຼາຍຕື້ໂດລາ ຕະຫຼອດສອງສາມປີໜ້ານີ້.

ກ່ອນໜ້າການລົງຄະແນນສຽງ ສຳນັກງານງົບປະມານຂອງລັດຖະສະພາ ຫຼື CBO ຊຶ່ງບໍ່
ຖືພັກຖືພວກ ແມ່ນມີກຳນົດຈະອອກການປະເມີນຜົນຂອງຕົນ ກ່ຽວກັບແຜນການປະກັນສຸຂະພາບ ຂອງພັກຣີພັບບລີກັນ ທີ່ປະກອບດ້ວຍ ການຄາດຄະເນມູນຄ່າ ແລະ ການຄຳ
ນວນຕົວເລກ ວ່າ ຈະມີຈຳນວນຄົນຫຼາຍຊ່ຳໃດ ທີ່ຈະສູນເສຍປະກັນໄພສຸຂະພາບ ຖ້າ
ແຜນການຂອງພັກ ມີຜົນບັງຄັບໃຊ້.

ສຳນັກງານ CBO ໄດ້ຄຳນວນແລ້ວວ່າ ຈະມີ 23 ລ້ານຄົນ ທີ່ຈະສູນເສຍປະກັນສຸຂະ
ພາບຂອງພວກເຂົາເຈົ້າໃນໄລຍະສິບປີຂ້າງໜ້ານີ້ ພາຍໃຕ້ຮ່າງກົດໝາຍປະກັນສຸຂະ
ພາບ ທີ່ບັນດາສະມາຊິກສະພາຕ່ຳ ໄດ້ຮັບຮອງເອົາ ຢ່າງວຸດວິດ ເມື່ອເດືອນແລ້ວນີ້.

ພັກຣີພັບບລີກັນ ຖືວ່າມີຄະແນນສຽງສ່ວນຫຼາຍ 52 ຕໍ່ 48 ສຽງ ຢູ່ໃນສະພາສູງ ແລະ ບັນ
ດາສະມາຊິກພັກເດໂມແຄຣັດ ໝົດທຸກຄົນຢູ່ໃນສະພາ ແມ່ນຄາດກັນວ່າ ຈະລົງຄະແນນ
ສຽງຕໍ່ຕ້ານ ຂໍ້ສະເໜີຂອງພັກຣີພັບບລີກັນ. ອັນນັ້ນ ຈະເຮັດໃຫ້ພັກຣີພັບບລີກັນ ມີຊ່ອງ
ທາງທີ່ຈະຜ່ານຮ່າງກົດໝາຍໄດ້ ພຽງໜ້ອຍດຽວ ຖ້າວ່າ ສະມາຊິກບາງສ່ວນຂອງຕົນ
ຕັດສິນໃຈຈະບໍ່ສະໜັບສະໜູນຮ່າງກົດໝາຍດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG