ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທ​ຣຳ ມອງ​ເຫັນ​ໜ້ອຍກວ່າ 50 ເປີ​ເຊັນ ຂອງ​ງົບ​ປະ​ມານທີ່ຕ້ອງການ​ ສໍາລັບກຳ​ແພງ​


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ຖະ​ແຫຼງ​ຢູ່​ທີ່​ສວນ​ກຸ​ຫຼາບ ທີ່​ທຳ​ນຽບ​ຂາວ, 25 ມັງກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ຖະ​ແຫຼງ​ຢູ່​ທີ່​ສວນ​ກຸ​ຫຼາບ ທີ່​ທຳ​ນຽບ​ຂາວ, 25 ມັງກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ເຫັນໂອ​ກາດ​ໜ້ອຍກວ່າ 50 ເປີ​ເຊັນ ​ທີ່​ນັກ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ສະ​ພາ ຈະສາ​ມາດ​ຕົກລົງ​ກັນ​ໄດ້ ໃນ​ການ​ໃຫ້​ງົບ​ປະ​ມານ​ສໍາລັບກຳ​ແພງ​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ທີ່ທ່ານຈະຍອມ​ຮັບ​ໄດ້.

ທ່ານ​ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ The Wall Street Journal ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ​ ມີ
“ພວກ​ຜູ້​ຄົນ​ທີ່​ເປັນ​ຄົນ​ດີຫຼາຍ” ປະກອບຢູ່ໃນ​ການເຈ​ລະ​ຈາ​ທັງ​ສອງ​ພັກ​ຝ່າຍ. ແຕ່​ ທ່ານ​
ກໍ​ກ່າວ​ວ່າ ທ່ານ​ຍັງສົງໃສຢູ່​ວ່າ ​ທ່ານ​ຈະ​ຮັບ​ເອົາ​ເງິນທີ່ໜ້ອຍໄປກວ່າ 5 ພັນ 7 ຮ້ອຍລ້ານ
ໂດ​ລາ​ທີ່ທ່ານໄດ້ຮຽກຮ້ອງໄປເ​ພື່ອ​ສ້າງ​ກຳ​ແພງ​ນັ້ນຫຼືບໍ່, ແລະກ່າວ​ເພີ້ມ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຕ້ອງໄດ້​ເຮັດ​ໃຫ້​ມັນ​ຖືກ​ຕ້ອງ.”

ນອກນັ້ນ ທ່ານປະ​ທາ​ນາ​ທິ​ບໍ​ດີ ຍັງສົງໃສຢູ່ວ່າ ​ທ່ານ​ຈະ​ໃຫ້​ການ​ເປັນສັນ​ຊາດ​ອາ​ເມ​ຣິ​ກັນ
​ແກ່ພວກ​ທີ່​ເອີ້ນ​ວ່າ “Dreamers” ຫຼື​ ບໍ່ ໃນ​ພາກ​ສ່ວນຂອງ​ຂໍ້​ຕົກ​ລົງນັ້ນ.​ ທ່ານກ່າວ​ວ່າ
ອະ​ນາ​ຄົດ​ຂອງ​ພວກ​ໜີ​ເຂົ້າ​ເມືອງ​ທີ່​ນຳ​ເຂົ້າແບບ​ຜິດ​ກົດ​ໝາຍຕອນ​ທີ່​ພວກ​ເຂົາ​ເຈົ້າ​ຍັງ
​ເຍົາ​ໄວ​ນັ້ນ ແມ່ນ “ຫົວ​ຂໍ້​ອັນ​ອື່ນ ​ທີ່​ຈະ​ຕ້ອງ​ແຍກ​ອອກ​ໄປໄວ້ ໃນ​ເວ​ລາ​ອື່ນ.”

ທ່ານ​ທ​ຣຳ​ກ່າວ​ວ່າ ການ​ປິດ​ລົງ​ ຂອງ​ລັດ​ຖະ​ບານ​ອີກ​ຄັ້ງ​ນຶ່ງ “ແນ່ນອນ ອາດຈະ​ເປັນ
​ທາງ​ເລືອກ ກໍ​ເປັນ​ໄດ້”
ຖ້າ​ຫາກວ່າ ເພິ່ນ​ບໍ່​ໄດ້​ໃນ​ອັນ​ທີ່​ເພິ່ນ​ຕ້ອງ​ການ​ທີ່​ຈະ​ສ້າງ​ກຳ​ແພງ.
ທ່ານ​ຍັງ​ໄດ້​ກ່າວ​ວ່າ ທ່ານ​ສາ​ມາດ​ທີ່​ຈະ​ປະ​ກາດ​ສະ​ພາວະ​ສຸກ​ເສີນ​ຂຶ້ນ ທີ່​ອະ​ນຸ​ຍາດ​
ໃຫ້​ທ່ານໄດ້​ຮັບ​ງົບ​ປະ​ມານ​ນີ້ ໂດຍທີ່​ບໍ່ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກລັດ​ຖະ​ສະ​ພາ​ເລີຍ --
ຊຶ່ງ​ເປັນ​ວິທີ່ ​ທີ່​ແນ່ນອນວ່າ ທາງ​ພັກ​ເດ​ໂມແຄ​ຣັດ​ຈະນຳຂຶ້ນໄປ​ທ້າ​ທາຍຢູ່​ໃນ​ສານ.

ຊາຍຄົນໜີເຂົ້າເມືອງຜູ້ນຶ່ງ ບໍ່ໄດ້ບອກຊື່ງສຽງຂອງລາວ ໄດ້ເຫຼືອບມອງເບິ່ງພວກລູກໆຂອງລາວ ໃນຂະນະທີ່ພວກເຂົາລໍຖ້າ ທີ່ວ່າ ບັດນຳເບີຂອງພວກເຂົາເຈົ້າຈະຖືກເອີ້ນເພື່ອທີ່ຈະໃຫ້ຍື່ນໃບຂໍຫຼີ້ນໄພ ຢູ່ໃນສະຫະລັດ ທີ່ຊາຍແດນ ຂອງວັນສຸກ ທີ່ 25 ມັງກອນ ໃນເມືອງທີຮົວນາ, ເມັກຊິໂກ.
ຊາຍຄົນໜີເຂົ້າເມືອງຜູ້ນຶ່ງ ບໍ່ໄດ້ບອກຊື່ງສຽງຂອງລາວ ໄດ້ເຫຼືອບມອງເບິ່ງພວກລູກໆຂອງລາວ ໃນຂະນະທີ່ພວກເຂົາລໍຖ້າ ທີ່ວ່າ ບັດນຳເບີຂອງພວກເຂົາເຈົ້າຈະຖືກເອີ້ນເພື່ອທີ່ຈະໃຫ້ຍື່ນໃບຂໍຫຼີ້ນໄພ ຢູ່ໃນສະຫະລັດ ທີ່ຊາຍແດນ ຂອງວັນສຸກ ທີ່ 25 ມັງກອນ ໃນເມືອງທີຮົວນາ, ເມັກຊິໂກ.

ທ່ານ​ທ​ຣຳ ໄດ້​ຕົກ​ລົງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ໃຫ້​ເປີດ​ລັດ​ຖະ​ບານ​ຄືນ ຫຼັງ​ຈາກ​ທີ່​ໄດ້​ປິດ​
ມາ​ເປັນ​ເວ​ລາ 3 ສັບ​ປະ​ດາ​ ໂດຍ​ບໍ່​ໄດ້​ຮັບ​ງົບ​ປະ​ມານ​ໃນ​ການ​ສ້າງ​ກຳ​ແພງ. ໃນ​ຂະ​ນະ​
ດຽວ​ກັນ​ນີ້ ຄະ​ນະ​ກຳ​ມະ​ການ​ທີ່​ມີ​ສະ​ມາ​ຊິກ​ພັກເດ​ໂມ​ແຄ​ຣັດ 9 ທ່ານ ແລະ 8 ທ່ານ​
ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ກໍຈະ​ພະ​ຍາ​ຍາມເຮັດ​ວຽກ​ຮ່ວມ​ກັນ​ເພື່ອຫາ​ຂໍ້​ຕົກ​ລົງ​ເລື້ອງ​ການ​
ຮັກ​ສາ​ຄວາມ​ປອດ​ໄພ​ທາງສາຍ​ແດນ​ ຊຶ່ງ​ທັງ​ສອງສະ​ພາແລະ​ທ່ານ​ທ​ຣຳ ຈະສາ​ມາດ
ຍອມ​ຮັບ​ແລະເປີດ​ລັດ​ຖະ​ບານ​ທັງ​ໝົດໄປ ຢ່າງ​ໜ້ອຍຈົນ​ເຖິງວັນສິ້ນ​ສຸດ​ຂອງສົກ​ປີ​
ງົບປະມານ.

ການ​ປິດ​ລັດ​ຖະ​ບານ​ລົງ ໃນ​ຮອບນຶ່ງ​ເດືອນ​ມາ​ນີ້ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ໃຫ້
ບັນ​ດາ​ພະ​ນັກ​ງານ​ລັດ​ຖະ​ບານ​ 800,000 ຄົນ ທີ່​ຕົກ​ຢູ່​ໃນ​ສະ​ຖາ​ນະພັກ​ງານ ຫຼື​ບໍ່ ​
ກໍ​ເຮັດ​ວຽກ​ໂດຍ​ປາດ​ສະ​ຈາກ​ເງິນ​ເດືອນ. ພວກ​ພະ​ນັກ​ງານທີ່​ວ່າ​ນີ້ ແມ່ນ​ຮວມ​ທັງ
ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ແລະເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍ
ແລະ​ພວກເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການ​ເດີນ​ທາງ​ອາ​ກາດ​ນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ທີ່ປຶກສາທຳນຽບຂາວ ທ່ານ ໄມຄ ໂມລວານນີ ນັ່ງຮັບຟັງການກ່າວຄຳປາໄສຂອງປະທານາທິບໍດີກ່າວຕໍ່ກອງປະຊຸມລັດຖະບານຂອງທ່ານ ໃນທຳນຽບຂາວ ທີ່ວໍຊີງຕັນ, 2 ມັງກອນ2019.
ທີ່ປຶກສາທຳນຽບຂາວ ທ່ານ ໄມຄ ໂມລວານນີ ນັ່ງຮັບຟັງການກ່າວຄຳປາໄສຂອງປະທານາທິບໍດີກ່າວຕໍ່ກອງປະຊຸມລັດຖະບານຂອງທ່ານ ໃນທຳນຽບຂາວ ທີ່ວໍຊີງຕັນ, 2 ມັງກອນ2019.

XS
SM
MD
LG