ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ ​ຂອງ​ທ່ານ ມັ​ລ​ເລີ ​ກ່ຽວ​ກັບ ​ການ​ສົມ​ຮູ້​ຮ່ວມ​ຄິດ ກັບ​ຣັດ​ເຊຍ ຈະ​​ເປີດ​ເຜີຍ ໃນ​ວັນ​ພະ​ຫັດ​ ​ນີ້


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ ກ່າວ ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ທີ່​ທຳ​ນຽບ​ຂາວ, 20 ມີ​ນາ 2018.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ ກ່າວ ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ທີ່​ທຳ​ນຽບ​ຂາວ, 20 ມີ​ນາ 2018.

ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດກ່າວວ່າ ຕົນ​ຈະ​ເປີດ​ເຜີຍ​ໃນ​ວັນ​ພະ​ຫັດມື້​ຮື​ນີ້ ລາຍ​ງານ ສະ​ບັບທີ່​ມີ​ການກວດ​ກາ​ແລ້ວ ຂອງ​ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ​ມັ​ລ​ເລີ ທີ່​ມີ​ຄວາມຍາວ​ເກືອບ 400 ໜ້າ ກ່ຽວ​ກັບ ການ​ແຊກ​ແຊງ​ຂອງ ຣັດ​ເຊຍ ເຂົ້າໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ ປີ 2016 ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ອຍ​ໃຫ້​ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຊະ​ນະ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ທ​ຣຳ ໄດ້​ກ່າວ​ອ້າງ​ອີກ​ຄັ້ງ​ນຶ່ງ ໃນ​ວັນ​ຈັນ​ວານ​ນີ້ ​ວ່າ ທ່ານ​ໄດ້​ພົ້ນ​ຈາກ​ການ ກະ​ທຳ​ຜິດ ທີ່​ພົວ​ພັ​ນ​ກັບ​ການ​ເລືອກ​ຕັ້ງ, ເຖິງ​ແມ່ນ​ວ່າ ທ່ານ​ເອງ​ແລະ​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິ​ກັນ​ລໍ​ຖ້າຟັງ ລາຍ​ລະ​ອຽດ​ຂອງການ​ສືບ​ສວນ​ໂດຍທ່ານມອ​ລ​ເລີ ມາ​ໄດ້ 22 ເດືອນແລ້ວ​ນັ້ນ.

​ຜູ້​ນຳ​ສະ​ຫະ​ລັດ ທີ່​ຂຽນ​ລົງໃນ​ທວິດ​ເຕີ​ ​ກ່າວ​ວ່າ ທ່ານ​ມັ​ລ​ເລີແລະ​ລັດ​ຖະ​ມົນ​ຕີກະ​ ຊວງ​ຍຸ​ຕິ​ທຳ ທ່ານວິລ​ລຽມ ບາ​ຣ໌ ອີງ​ຕາມ​ການ​ພົບ​ເຫັນ ​ຂອງ​ທ່ານ​ມັ​ລ​ເລີນັ້ນ ກໍ​ແມ່ນ​ວ່າ “ແມ່ນ​ໄດ້​ລະ​ບຸ​ໄປ​ແລ້ວ​ວ່າ ບໍ່​ມີ​ການ​ສົມ​ຮູ້​ຮ່ວມ​ຄິດ, ບໍ່​ມີ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳໃດໆ.” ທ່ານທ​ຣຳ ​ໄດ້​ໂຕ້​ແຍ້ງ​ວ່າ “ພວກອາ​ຊະ​ຍາ​ກຳ​ເຫຼົ່າ​ນີ້​ແມ່ນ​ໄດ້​ກະ​ທຳ​ແທ້” ໂດຍ​ຄູ່​ແ​ຂ່ງ​ຂອງ​ທ່ານ ໃນ​ປີ 2016 ກໍຄື ທ່ານ​ນາງ ຮິ​ລລາ​ຣີ ຄ​ລິນ​ຕັນ ຈາກພັກ​ເດ​ໂມ​ແຄ​ຣັດ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ພັກ​ເດ​ໂມ​ແຄ​ຣັດ ແລະພວກ​ຕຳ​ຫຼວດ​ ມື​ສົກ​ກະ​ປົກ ຫຼື “Dirty Cops,” ​ຊຶ່ງ​ເປັນຄຳ​ເວົ້າຮຸນ​ແຮງ ​ສຳ​ລັບໂຈມ​ຕີບັນ​ດາອະ​ດີດ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍຂອງ​ສະ​ຫະ​ລັດ “ແ​ລະ​ພວກ​ອື່ນໆ​ນຳບໍ! ​ຈົ່ງສືບ​ສວນ ​ຄະ​ນະ​ສືບ​ສວນ​ເອງ.”

ທ່ານມັລ​ເລີ ໄດ້​ສືບ​ສວນການ​ຕິດ​ຕໍ່​ກັບ​ຣັດ​ເຊຍ​ຂອງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງທ່ານ ​ທ​ຣຳ ​ແລະ​ວ່າ ທ່ານທ​ຣຳ ໃນ​ຖາ​ນະ​ທີ່​ເປັນ​ປະ​ທາ​ນາ​ທິບໍດີໄດ້ຂັດ​ຂວາງ​ຂະ​ບວນ​ການຍຸ​ຕິ​ທຳຫຼື​ບໍ່ ໂດຍ​ທີ່​ໄດ້​ພະ​ຍາ​ຍາມທັບ​ມ້າງ​ການ​ສືບ​ສວນ ຊຶ່ງ​ໄດ້​ມີ​ການ​ຖົກ​ຖຽງ​ກັນກ່ອນ​ໜ້າ​ການ​ນຳ​ອອກເປີດເຜີຍຂອງ​ລາຍ​ງານນັ້​ນ ແມ່ນ​ໄດ້​ມີ​ການ​ຢ່າງກວ້າງ​ຂວາງ.

ທ່ານ​ບາ​ຣ໌ ໄດ້​ເປີດ​ເຜີຍ​ບົດ​ສະ​ຫຼຸບ​ທີ່​ມີ 4 ໜ້າ​ ຂອງ​ການ​ພົບ​ເຫັນ ​ຂອງ​ທ່ານ ​ມັ​ລ​ເລີເມື່ອ 3 ສັບ​ປະ​ດາ​ຜ່ານ​ມາ​ນີ້ ໂດຍ​ກ່າວ​ວ່າ ໂອ​ຍະ​ການ​ໄດ້​ສະ​ຫຼຸບ​ແລ້​ວ​ວ່າ ທ່ານ​ທ​ຣຳ ແລະ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ບໍ່​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຣັດ​ເຊຍ ທີ່​ໄດ້​ຊ່ອຍ​ໃຫ້​ທ່ານ​ຊະ​ນະ​ການ​ເລືອກ​ຕັ້ງ​ນັ້ນ ແຕ່​ບໍ່​ໄດ້ສະ​ຫຼຸບ​ກ່ຽວ​ກັບ ​ວ່າ ທ່ານ​ທ​ຣຳ​ໄດ້​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ຫຼື​ບໍ່. ແຕ່​ວ່າການ​ທີ່​ທ່ານ​ມັ​ລ​ເລີ ບໍ່​ໄດ້​ທຳ​ການ​ຕັດ​ສິນ​ກ່ຽວ​ກັບ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ນັ້ນ, ທ່ານ​ບາ​ຣ໌ ແລະ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ຣອດ ໂຣ​ຊັນ​ສ​ໄຕ​ນ໌ ​ຈຶ່ງ​ໄດ້​ຕັດ​ສິນ ວ່າ ບໍ່​ໄດ້​ມີ​ຂໍ້​ຫາ​ຕໍ່​ທ່ານ​ທ​ຣຳ ກ່ຽວ​ກັບ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຣ໌ ວ່າ​ລາຍ​ງານ​ຂອງ​ທ່ານ​ມັ​ລ​ເລີ “ແມ່ນ​ຂຽນ​ໂດຍພວກ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ 18 ຄົນຊຶ່ງ​ບັງ​ເອີນ​ເປັນ​ພວກທີ່ ​ກຽດ​ຊັງ​ທ່ານທ​ຣຳນຳ ກໍ​ຄື​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ນາງ​ຄ​ລິນ​ຕັນ​ນັ້ນ. ຄວນ​ຈະ​ເພັ່ງ​ເລັງ​ໃສ່​ພວກສອດ​ແນມ​ ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ຂອງ​ຂ້າ​ພະ​ເຈົ້າ ​ໃນປີ 2016 ນັ້ນ ແລະ​ພວກ​ອື່​ນໆທີ່​ເສກ​ສັນ​ປັ້ນ​ແຕ່ງເລື້ອງ​ຣັດ​ເຊຍ​ທັງ​ຫຼາຍ​ນີ້…ນັບ ​ຕັ້ງ​ແຕ່ຮູ້​ວ່າ ບໍ່​ມີ​ການ​ສົມ​ຮູ້​ຮ່ວມ​ຄິດ​ແລ້ວ​ນັ້ນ, ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ການ​ສືບ​ສວນ ໃນ​ຕອນ​ທຳ​ອິດ! ຄຳ​ຕອບກໍ​ຄື ພວກ​ຕຳ​ຫຼວດ​ມື​ສົກ​ກະ​ປົກ ພວກເດ​ໂມ​ແຄ​ຣັດ ແລະ​ທ່ານ​ນາງ​ຮິ​ລ​ລາ​ຣີ ທີ່​ສໍ້​ໂກງ​ນັ້ນ. ”

ທ່ານບາ​ຣຸ ຜູ້​ຊຶ່ງ​ທ່ານ​ໄດ້ຖືກແຕ່ງ​ຕັ້ງ ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍ​ສູງ​ສຸດຂອງ​ປະ​ເທດ, ໄດ້​ກ່າວ​ໃນ​ສັບ​ປະ​ດາ​ແລ້ວ​ນີ້ວ່າ ທ່ານ​ເຊື່ອ​ວ່າ ອົງ​ການ​ສືບ​ລັບ​ຂອງ​ສະ​ຫະ​ລັດ ແມ່ນ​ໄດ້​ສອດ​ແນມ​ເບິ່ງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ. ຕໍ່​ມາ ທ່ານ​ໄດ້​ດັດ​ແກ້ ຄວາມ​ຄິດ​ເຫັນ​ຂອງ​ທ່ານ ໂດຍ​ກ່າວ​ວ່າ ໃນ​ຂະ​ນະ​ທີ່​ທ່ານ “ບໍ່ໄດ້​ກ່າວ​ວ່າ ການ​ສິ້ງ​ຊອມ​ເບິ່ງ​ທີ່​ບໍ່​ເໝາະ​ສົມ​ນັ້ນ ໄດ້​ມີ​ຂຶ້ນ” ທ່ານ​ແມ່ນ “ໄດ້​ເກີດ​ຄ​ວາມ​ເປັນ​ຫ່ວງ ​ແລະ​ຈ​ະ​ສືບ​ສວນ​ເບິ່ງເລື້ອງ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG