ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ກ່າວວ່າ ການໃຊ້ ສື່ສັງຄົມ ແມ່ນເປັນ "ປະທານາທິບໍດີ ຍຸກໃໝ່"


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ. 28 ມິຖຸນາ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ. 28 ມິຖຸນາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ໃນຕອນຄໍ່າຂອງວັນເສົາວານ
ນີ້, ບໍ່ດົນ ກ່ອນການກ່າວຄຳປາໄສຢູ່ງານແຫ່ງໜຶ່ງ ເພື່ອເປັນກຽດໃຫ້ບັນດາທະຫານຜ່ານ
ເສິກ ໃນນະຄອນຫຼວງ ວໍຊິງຕັນ ວ່າ, ການໃຊ້ສື່ສັງຄົມຂອງທ່ານແມ່ນ “ການເປັນປະທາ
ນາທິບໍດີໃນຍຸກໃໝ່.”

ທ່ານ ທຣຳ ໄດ້ຫຍຸ້ງວຽກໃນສື່ສັງຄົມເປັນເວລາສ່ວນໃຫຍ່ຂອງມື້ນັ້ນ. ທ່ານໄດ້ກ່າວຫາສື່
ມວນຊົນ ກ່ຽວກັບ ການພະຍາຍາມທີ່ຈະຊັກຊວນຜູ້ອອກກົດໝາຍພັກຣີພັບບລີກັນ ໃຫ້
ຫ້າມທ່ານບໍ່ໃຫ້ໃຊ້ສື່ສັງຄົມ. ຕໍ່ມາທ່ານໄດ້ຂຽນວ່າ ການໃຊ້ສື່ສັງຄົມຂອງທ່ານ ບໍ່ກ່ຽວກັບ
ການເປັນປະທານາທິບໍດີ, ມັນແມ່ນ “ການເປັນປະທານາທິບໍດີຍຸກໃໝ່.”

ໃນຕອນເຊົ້າຂອງວັນເສົາວານນີ້, ທ່ານໄດ້ເຂົ້າໄປໂຕ້ຖຽງກັບສື່ມວນຊົນອີກ ໂດຍໄດ້
ຂຽນຂໍ້ຄວາມໃນ Twitter ຫຼາຍຄັ້ງ, ລວມທັງຂໍ້ຄວາມໜຶ່ງທີ່ຂຽນໂຈມຕີຜູ້ຮ່ວມຈັດລາຍ
ການ Morning Joe ຂອງໂທລະພາບ MSNBC ນາງ Mika Brzezinski ແລະ ທ້າວ
Joe Scarborough, ແລະ ຄຳອະທິບາຍໜຶ່ງທີ່ຂຽນໃຫ້ພວກເຂົາເຈົ້າວ່າ “ບໍ່ແມ່ນຄົນ
ບໍ່ດີ.”

ໃນບໍ່ເທົ່າໃດນາທີ ຫຼັງຈາກໄດ້ຂຽນຂໍ້ຄວາມສະແດງຄວາມຍິນດີຕໍ່ປະຊາຊົນ ການາດາ
ແລະ ປະທານາທິບໍດີ ຈັສຕິນ ທຣູໂດ ໃນການສະເຫຼີມສະຫຼອງຄົບຮອບ 150 ປີຂອງປະ
ເທດນັ້ນແລ້ວ, ທ່ານ ທຣຳ ໄດ້ຫັນຄວາມສົນໃຈຂອງທ່ານໄປຫານາງ Mika ແລະ ທ້າວ Scarborough.

ຂໍ້ຄວາມສະເພາະເຈາະຈົງນັ້ນໄດ້ກໍໃຫ້ເກີດປະຕິກິລິຍາທີ່ຮຸນແຮງທາງການເມືອງຈາກ
ສອງພັກໃນນະຄອນຫຼວງ ວໍຊິງຕັນ ຫຼັງຈາກປະທາ ນາທິບໍດີ ໄດ້ກ່າວເຖິງນາງ
Brzezinski ວ່າມີມັນສະໝອງ ຫຼື “IQ ຕໍ່າ. Mika ຜີບ້າ” ແລະ ໄດ້ກ່າວຫາວ່ານາງ “ມີ
ເລືອດອອກຢ່າງຮຸນແຮງຈາກຜ່າຕັດແຕ່ງໜ້າ”
ທີ່ອະສັງຫາລິມະຊັບ Mar-a-Lago
ຂອງທ່ານໃນລັດ ຟລໍຣິດາ ເມື່ອເດືອນມັງກອນທີ່ຜ່ານມາ.

ໃນວັນພະຫັດທິດແລ້ວນີ້, ທຳນຽບຂາວ ໄດ້ປົກປ້ອງການເວົ້າເຍາະເຍີ້ຍ ກ່ຽວກັບ ນາງ Brzezinski ຂອງທ່ານປະທານາທິບໍດີທາງສື່ສັງຄົມວ່າເປັນເລື່ອງສ່ວນຕົວ.

ຮອງໂຄສົກລັດຖະບານ ນາງ Sarah Huckabee Sanders ໄດ້ກ່າວວ່າ “ຂ້າພະເຈົ້າ
ບໍ່ຄິດວ່າມັນເປັນເລື່ອງແຕກຕື່ນ ທີ່ທ່ານຕໍ່ສູ້ກັບໄຟດ້ວຍໄຟ. ທ່ານຈະບໍ່ນັ່ງຢູ່ລ້າໆ ແລະ
ຖືກໂຈມຕີໂດຍພວກສື່ມວນຊົນເສລີ, ດາລາຮໍລີວູດລະດັບສູງຄົນນີ້ ແລະ ເມື່ອມີພວກຄົນ
ໂຈມຕີທ່ານ, ທ່ານກໍຈະຕອບໂຕ້ຄືນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG