ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກຳລັງແຍກຕົນເອງ ອອກຈາກ ມະຫາອານາຈັກ ທຸລະກິດທົ່ວໂລກ


ຊື່ຂອງທ່ານ ທຣຳ ຢູ່ຫໍຄອຍ ແລະ ໂຮງແຮມ Trump International Tower ໃນນະຄອນ ຊິຄາໂກ, ລັດ ອີລີນອຍ. 14 ມັງກອນ, 2016.
ຊື່ຂອງທ່ານ ທຣຳ ຢູ່ຫໍຄອຍ ແລະ ໂຮງແຮມ Trump International Tower ໃນນະຄອນ ຊິຄາໂກ, ລັດ ອີລີນອຍ. 14 ມັງກອນ, 2016.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ກ່າວວ່າ ທ່ານກຳລັງ​ແຍກຕົນເອງຢ່າງ​ຊີ້ນ​ເຊີງອອກຈາກມະຫາອານາ ຈັກທຸລະກິດທົ່ວໂລກຂອງທ່ານ ເພື່ອ ຫຼີກລ່ຽງການຂັດຜົນປະໂຫຍດ ກັບການປົກຄອງປະເທດ ໃນເວລາທີ່ທ່ານເຂົ້າກຳອຳນາດ ໃນວັນທີ 20 ມັງກອນປີໜ້າ.

ທ່ານ Trump ຜູ້ທີ່ຈະກາຍເປັນປະທານາທິບໍດີ ທີ່ຮັ່ງມີທີ່ສຸດຂອງ ສະຫະລັດ​ໃນ​ໄວໆ​ນີ້ ໄດ້ກ່າວໃນການຂຽນຄຳເຫັນຫຼາຍຄັ້ງລົງ Twitter ໃນວັນພຸດວານນີ້ວ່າ ທ່ານຈະສະຫຼະ ການຄວບຄຸມພວກໂຮງແຮມ, ສະໜາມກອລ໌ຟ, ບ້ານພັກຕາກອາກາດ, ຜະລິດຕະພັນ ຕ່າງໆທີ່ມີຍີ່ຫໍ້ Trump, ອາຄານຫ້ອງການ ແລະ ອະສັງຫາລິມະຊັບຕ່າງໆ ທີ່ບາງເທື່ອມີ ມູນຄ່າຫຼາຍພັນລ້ານໂດລາ ແລະ ຂະຫຍາຍໄປທົ່ວ ສະຫະລັດ ແລະອີກ 18 ປະເທດ.

ກົດໝາຍບໍ່ໄດ້ບັງຄັບໃຫ້ທ່ານ Trump ຂາຍ​ການ​ຖື​ຮຸ້ນຂອງທ່ານ, ແຕ່ທ່ານໄດ້ກ່າວວ່າ ທ່ານຮູ້ສຶກວ່າ “ມັນມີຄວາມສຳຄັນຢ່າງເຫັນໄດ້ຊັດໃນຖານະເປັນປະທານາທິບໍດີ, ທີ່ຈະ ບໍ່ຂັດຜົນປະໂຫຍດ ກັບທຸລະກິດທີ່ຫຼາກຫຼາຍຂອງຂ້າພະເຈົ້າ.”

ທ່ານໄດ້ກ່າວວ່າ “ຕຳແໜ່ງປະທານາທິບໍດີ ແມ່ນໜ້າທີ່ທີ່ມີຄວາມສຳຄັນຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Assets Raise Potential Conflicts of Interest
please wait

No media source currently available

0:00 0:04:22 0:00
XS
SM
MD
LG