ປະທານາທິບໍດີດໍໂນລ ທຣໍາ ໄດ້ໂຍະຍານການບັງຄັບໃຫ້ປະຕິບັດກົດລະບຽບຂອງ
ລັດຖະບານ ໃນການຫ້າມໂບດຕ່າງໆທີ່ໄດ້ຮັບການຍົກເວັ້ນເກັບພາສີ ບໍ່ໃຫ້ເຂົ້າຮ່ວມກິດຈະການທາງການເມືອງ.
ປະທານາທິບໍດີທຣໍາ ໄດ້ເຊັນດຳລັດດ້ານນີ້ອອກໃນວັນພະຫັດວານນີ້ ທີ່ອະນຸຍາດໃຫ້
“ມີການດຸນພິນິດໃນການປະຕິບັດກົດລະບຽບນີ້ຫລາຍທີ່ສຸດ" ແກ່ອົງການເກັບພາສີ
ຂອງປະເທດ ຊຶ່ງແມ່ນຫ້ອງການບໍລິການເກັບພາສີ ຫລື IRS ໃນການຕິດຕາມຫ້າມ
ປາມບໍ່ໃຫ້ກຸ່ມສາສະ ໜາຕ່າງໆ ເຄື່ອນໄຫວກິດຈະກໍາທາງການໆເມືອງ ຊຶ່ງເປັນກົດ
ລະບຽບທີ່ບໍ່ຄ່ອຍໄດ້ມີການບັງຄັບປະຕິບັດກັນ ຢູ່ແລ້ວນັ້ນ.
ປະທານາທິບໍດີທຣໍາກ່າວໃນວັນພະຫັດວານນີ້ວ່າ “ຖ້າຫາກຄຸນພໍ່, ອາຈານ ຫລືພະສາ
ສະດາຈານ ເວົ້າກ່ຽວກັບເລື່ອງທີ່ມີຄວາມສຳຄັນທາງການເມືອງ ແລະຕໍ່ສ່ວນລວມ ເຂົາ
ເຈົ້າຖືກຂົ່ມຂູ່ ວ່າຈະເສຍສະຖານະໃນການໄດ້ຮັບການຍົກເວັ້ນພາສີຂອງເຂົາເຈົ້ານັ້ນ
ເປັນການລົງໂທດທາງດ້ານການເງິນ ທີ່ສ້າງຄວາມເສຍຫາຍຫລາຍ.” ດໍາລັດຂອງທ່ານສັ່ງໃຫ້ຫ້ອງການບໍລິການເກັບພາສີ ຫລື IRS ບໍ່ໃຫ້ບັງຄັບປະຕິບັດກົດໝາຍດັດແກ້
Johnson Amendment ທີ່ຫ້າມບັນດາອົງການສາສະໜາ ແລະອົງການກຸສົນຕ່າງໆ
ບໍ່ໃຫ້ທໍາການສະໜັບສະໜູນບັນດາລົງຜູ້ສະໝັກແຂ່ງຂັນທາງການເມືອງ.
ດຳລັດຂອງປະທານາທິບໍດີທຣໍາສະບັບນີ້ ຍັງໃຫ້ “ການຜ່ອນຜັນດ້ານກົດລະບຽບ” ແກ່
ບັນດາກຸ່່ມສາສະໜາ ທີ່ອະນະລັກແນວທາງເດີມ ທີ່ບໍ່ເຫັນພ້ອມກັບຂໍ້ກໍານົດຕ່າງໆຂອງ
ການປະຕິຮູບລະບົບປະກັນໄພແຫ່ງຊາດ ທີ່ທໍາການລະດົມໂດຍອະດີດປະທານາທິບໍດີ
Barack Obama ຊຶ່ງຮຽກຮ້ອງໃຫ້ເຂົາເຈົ້າຕ້ອງຈ່າຍຄ່າແຜນປະກັນໄພສຸຂະພາບ ທີ່
ກວມເອົາການຄຸມກຳເນີດ ແລະມາດຕະການອື່ນໆ ທີ່ເຂົາເຈົ້າຮູ້ສຶກວ່າຈະຄັດກັບຄວາມ
ເຊື່ອຖືທາງສາສະໜາຂອງພວກເຂົາເຈົ້າ.
ປະທານາທິບໍດີທຣໍາ ໄດ້ເຊັນດຳລັດກ່ຽວກັບສິດເສລີພາບທາງສາສະໜາ ໃນຂະນະທີ່
ທ່ານໄດ້ໃຫ້ການຕ້ອນຮັບຊາວຄຣິສຕຽນ ຫົວອະນຸລັກແນວທາງເດີມ ຢູ່ທີ່ທຳນຽບຂາວ
ໃນວັນທີ່ໄດ້ຮັບການຂະໜານນາມໃຫ້ເປັນວັນແຫ່ງການສວດມົນແຫ່ງຊາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ