ປະທານາທິບໍດີດໍໂນລ ທຣຳ ກ່າວໃນຕອນແລງວັນສຸກວານນີ້ວ່າ ເວລານີ້ທ່ານໄດ້ສັ່ງ
ໃຫ້ເປີດເຜີຍເອກກະສານທັງໝົດ ທີ່ພົວພັນກັບການລອບສັງຫານມື້ລາງປະທານາທິ
ບໍດີ John F. Kennedy ຫຼື JFK ແລ້ວ.
ໃນການສົ່ງຂໍ້ຄວາມທາງ Twitter ນັ້ນ ປະທານາທິບໍດີທຣຳ ກ່າວວ່າ “ຫລັງຈາກໄດ້
ປຶກສາຫາລືຢ່າງຄັກແນ່ກັບນາຍພົນ Kelly ອົງການຊີໄອເອແລະອົງການອື່ນໆແລ້ວ ຂ້າພະເຈົ້າໄດ້ສັ່ງໃຫ້ເປີດເຜີຍ ເອກກະສານທັງໝົດ ກ່ຽວກັບມື້ລາງ ປະທານາທິບໍດີ
JFK ນອກເໜືອໄປຈາກຊື່ແລະບ່ອນຢູ່ຂອງຜູ້ຄົນ ທີ່ຖືກກ່າວເຖິງ ທີ່ຍັງມີຊີວິດຢູ່ນັ້ນ.
ທ່ານກ່າວຕໍ່ໄປວ່າ ທ່ານເອົາບາດກ້າວດັ່ງກ່າວກໍ “ຍ້ອນເຫດຜົນເພື່ອໃຫ້ມີການເປີດ
ເຜີຍທັງໝົດດ້ວຍຄວາມໂປ່ງໃສເພື່ອໃຫ້ທິດສະດີຕ່າງໆກ່ຽວກັບການສົມຮູ້ຮ່ວມຄິດ ໃດໆໃຫ້ສິ້ນສຸດລົງ.”
ທ່ານທຣຳ ຕົ້ນຕໍແລ້ວ ໄດ້ສັ່ງໃນວັນພະຫັດຜ່ານມາ ໃຫ້ເກັບເອກກະສານຫຼາຍຮ້ອຍ
ສະບັບ ໄວ້ເປັນຄວາມລັບຕໍ່ໄປ ຢ່າງໜ້ອຍກໍເປັນການຊົ່ວຄາວ.
ທ່ານທຣຳກ່າວວ່າ ການບໍ່ເປີດເຜີຍເອກກະສານສ່ວນທີ່ຍັງເຫຼືອ ເປັນການຊົ່ວຄາວ
ນັ້ນ “ແມ່ນມີຄວາມຈຳເປັນ ເພື່ອປົກປ້ອງບໍ່ໃຫ້ເກີດອັນຕະລາຍ ຕໍ່ການປ້ອງກັນປະ
ເທດຂອງກອງທັບ ຕໍ່ການປະຕິບັດງານສືບລັບ ຕໍ່ເຈົ້າໜ້າທີ່ປະຕິບັດກົດໝາຍ ຫລື
ການປະຕິບັດຄວາມສຳພັນກັບຕ່າງປະເທດ ຊຶ່ງມີຄວາມສຳຄັນກວ່າຜົນປະໂຫຍດ ຂອງສາທາລະນະຊົນໃນການເປີດເຜີຍໂດຍທັນທີນັ້ນ.”
ການສົນໃຈສ່ວນໃຫຍ່ທາງດ້ານວິຊາການກ່ຽວກັບເອກກະສານການລອບສັງຫານ
ດັ່ງກ່າວ ແມ່ນເພັ່ງເລັງໃສ່ ເລື່ອງຄວາມກັງວົນ ກ່ຽວກັບການເດີນທາງໄປເມັກຊິໂກ ຂອງຜູ້ລອບສັງຫານທ່ານ Kennedy ຄືທ້າວ Lee Harvey Oswald ສອງເດືອນ ກ່ອນທີ່ປະທານາທິບໍດີ Kennedy ໄປຢ້ຽມຢາມນະຄອນດາລລັສໃນວັນທີ 22 ພະ
ຈິກ ປີ 1963.
ການຖະແຫຼງຂ່າວຂອງທຳນຽບຂາວໃນມື້ວັນພຸດຜ່ານມານີ້ ໄດ້ປະຕິເສດທີ່ຈະໃຫ້
ຄຳຕອບເວລາມີການຖາມກ່ຽວກັບເອກກະສານການເດີນທາງໄປເມັກຊິໂກ.
ທິດສະດີທີ່ເປັນບັນຫາໂຕ້ແຍ້ງແລະສົມຮູ້ຮ່ວມຄິດໄດ້ເກີດຂຶ້ນບໍ່ເທົ່າໃດມື້ຫຼັງຈາກ
ໄດ້ມີການລອບສັງຫານປະທານາທິບໍດີ. ບໍ່ຮອດນຶ່ງອາທິດຫລັງຈາກປະທານາທິບໍ
ດີ Kennedy ເຖິງແກ່ອະສັນຍະກຳແລ້ວປະທານາທິບໍດີ Lyndon B. Johnson
ກໍໄດ້ແຕ່ງໃຫ້ ປະທານສານສູງສຸດ ທ່ານ Earl Warren ເປັນຫົວໜ້າສືບສວນອິດ
ສະຫຼະ.