ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມສຳພັນ ກັບພວກແມ່ຍິງ ຂອງທ່ານ ທຣ້ຳ ກຳລັງຖືກເບິ່ງຄືນ ໃນມຸມມອງໃໝ່


ຜູ້ຍິງຄົນນຶ່ງສົ່ງຮອຍຈູບ ໃຫ້ແກ່ ຜູ້ສະໝັກລົງແຂ່ງຂັນເປັນ
ປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump (ຂວາ) ຫຼັງຈາກ ທ່ານ Trump ລົງລາຍເຊັນໃສ່
ໜ້າເອິກຂອງຜູ້ກ່ຽວ ຢູ່ບ່ອນໂຮມຊຸມນຸມໂຄສະນາຫາສຽງ ໃນເມືອງ Manassas, ລັດ Virginia, ວັນທີ 2 ທັນວາ 2015.
ຜູ້ຍິງຄົນນຶ່ງສົ່ງຮອຍຈູບ ໃຫ້ແກ່ ຜູ້ສະໝັກລົງແຂ່ງຂັນເປັນ ປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump (ຂວາ) ຫຼັງຈາກ ທ່ານ Trump ລົງລາຍເຊັນໃສ່ ໜ້າເອິກຂອງຜູ້ກ່ຽວ ຢູ່ບ່ອນໂຮມຊຸມນຸມໂຄສະນາຫາສຽງ ໃນເມືອງ Manassas, ລັດ Virginia, ວັນທີ 2 ທັນວາ 2015.

ໃນຂະນະທີ່ມີການສັນນິຖານກັນວ່າ ທ່ານ Trump ຈະໄດ້ເປັນຜູ້ຖືກສະເໜີຊື່ ຂອງພັກ ຣິພັບລິກັນ ໃຫ້ລົງແຂ່ງຂັນເປັນປະທານາທິບໍດີຂອງ ສຫລ ຢູ່ນີ້ ສື່ມວນຊົນຂອງ ສະຫະລັດ ກໍມີຄວາມສົນໃຈ ຢາກເບິ່ງຄືນ ການປະຕິບັດທີ່ເຄີຍມີມາຫຼາຍປີຂອງຜູ້ກ່ຽວ ຕໍ່ພວກແມ່ຍິງ ອັນມີລວມທັງພວກບໍລິຫານທີ່ຖືກຈ້າງມາເປັນແຕ່ລະວັນ ສຳລັບ ວຽກງານດ້ານອະສັງຫາ ລິມະຊັບ ຕະຫຼອດທັງພວກຜູ້ງາມໆ ທີ່ຜູ້ກ່ຽວຕິດຕາມໄປໃນຍາມກາງຄືນນັ້ນ.

ນັກພັດທະນາ ທ່ານ Donald Trump ລົມກັບອະດີດພັນລະຍາ ນາງ Ivana Trump ໃນລະຫວ່າງ ການແຂ່ງຂັນກັອຟ ເພດຊາຍ ຮອບສຸດທ້າຍ ຂອງລາຍການ U.S. Open.
ນັກພັດທະນາ ທ່ານ Donald Trump ລົມກັບອະດີດພັນລະຍາ ນາງ Ivana Trump ໃນລະຫວ່າງ ການແຂ່ງຂັນກັອຟ ເພດຊາຍ ຮອບສຸດທ້າຍ ຂອງລາຍການ U.S. Open.

ແຫຼ່ງຂ່າວທີ່ມີຊື່ສຽງທີ່ສຸດຂອງປະເທດ ຄື​ Washington Post ກັບ New York Times ເມື່ອບໍ່ຫຼາຍມື້ມານີ້ທັງສອງໄດ້ພິມເລື້ອງ ທີ່ເວົ້າຢ່າງລະອຽດກ່ຽວກັບການພົວພັນຂອງທ່ານ Trump ກັບພວກແມ່ຍິງໃນ ອະດີດ.

ເລື້ອງລາວດັ່ງກ່າວປະກອບດ້ວຍພວກຜູ້ແທນຕ່າງໆສ່ວນໃຫຽ່ທີ່ທ່ານ Trump ໄດ້ຮັບມາ ເພື່ອໄປສູ້ໜ້າໃນການເລືອກຕັ້ງແຫ່ງຊາດ ເອົາປະທານາທິບໍດີ ຕໍ່ສູ້ກັບທ່ານນາງ Hillary Clintonອະດີດ ຣມຕ ຕ່າງປະເທດ ສັງກັດພັກເດໂມກຣັດ ທີ່ພວມວິ້ງເຕັ້ນ ເພື່ອຢາກໄດ້ ເປັນປະທານາທິບໍດີແມ່ຍິງຄົນທຳອິດ ຂອງປະເທດນັ້ນ.

ນາງ Marla Maples ແລະ ສາມີຂອງນາງ ທ່ານ Donald Trump ທັກທາຍນັກຂັບລົດແຂ່ງ ນາງ Lyn St. James ກ່ອນໜ້າພິທີເປີດ ການແຂ່ງລົດ Indy 200 ຢູ່ທີ່ Walt Disney World.
ນາງ Marla Maples ແລະ ສາມີຂອງນາງ ທ່ານ Donald Trump ທັກທາຍນັກຂັບລົດແຂ່ງ ນາງ Lyn St. James ກ່ອນໜ້າພິທີເປີດ ການແຂ່ງລົດ Indy 200 ຢູ່ທີ່ Walt Disney World.

ໜັງສືພິມ Washington Postລາຍງານວ່າ ເປັນເວລາຫຼາຍປີ ໃນທົດສະວັດ 1990​ ທ່ານ Trump ໄດ້ປອມແປງເປັນຄ້າຍກັບວ່າເປັນ ຜູ້ໂຄສະນາຕົນເອງ ມັກຈະເອີ້ນຕົນເອງ ສະ ເໝີວ່າ John Miller ຫຼື John Barron ໃນເວລາທີ່ເວົ້າລົມທາງ ໂທລະສັບ ກັບພວກນັກ ຂ່າວ ກໍໂອ້ອວດ ກ່ຽວກັບການເອົາລັດເອົາປຽ ບພວກແມ່ຍິງ ໃນຂະນະທີ່ຍັງແຕ່ງງານ ກັບ ອີວານາ ທຣຳ ເມຍຜູ້ທຳອິດ ໃນຈຳນວນສາມຄົນ ຂອງຜູ້ກ່ຽວຢູ່.

ໃນການສຳພາດ ທີ່ອັດສຽງມາບົດນຶ່ງ ຊາຍຄົນນຶ່ງທີ່ອ້າງຕົນເອງວ່າ ເປັນໂຄສົກຂອງ ທ່ານ Trump ແຕ່ມີສຽງຄ້າຍຄືກັບ Trump ນັ້ນເວົ້າວ່າ “ພວກນັກສະແດງ ແມ່ຍິງ ຫຼາຍຄົນໂທລະສັບມາວ່າ ຈະອອກໄປຫຼິ້ນກັບລາວ ແລະ ເຮັດອັນໃດອັນນຶ່ງໄດ້ບໍ່.” ຜູ້ເຜີຍແພ່ ຂ່າວຄົນນັ້ນ ໄດ້ເວົ້າຢໍ້າກັບພວກນັກຂ່າວວ່າ ລາວປະຕິບັດກັບເມຍ ຂອງລາວເປັນຢ່າງດີ ແລະກັບແຟນຜູ້ໃໝ່ ທີ່ໄດ້ກາຍມາເປັນເມຍຜູ້ທີສອງນັ້ນ ກໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG