ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ທຣຳ ປະຕິເສດ ຕໍ່ພັກເດໂມແຄຣັດ ໃນສະພາຕໍ່າ ເພື່ອໃຫ້ການ ໃນການດຳເນີນຄະດີຟ້ອງຮ້ອງ


ສະມາຊິກສະພາຕໍ່າ ທ່ານ ເຈມີ ແຣສກິນ, ສັງກັດພັກເດໂມແຄຣັດ ຈາກລັດ ແມຣີແລນ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ລັດຖະສະພາ ສະຫະລັດ. 26 ມັງກອນ, 2019.
ສະມາຊິກສະພາຕໍ່າ ທ່ານ ເຈມີ ແຣສກິນ, ສັງກັດພັກເດໂມແຄຣັດ ຈາກລັດ ແມຣີແລນ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ລັດຖະສະພາ ສະຫະລັດ. 26 ມັງກອນ, 2019.

ພັກເດໂມແຄຣັດໃນສະພາຕໍ່າ ສະຫະລັດ ໄດ້ຂໍໃຫ້ອະດີດປະທານາທິບໍດີດໍໂນລ ທຣຳ ໄປໃຫ້ການພາຍໃຕ້ຄຳສາບານ ໃນການດຳເນີນຄະດີຟ້ອງຮ້ອງຂອງທ່ານທີ່ຈະມາເຖິງນີ້ໃນສະພາສູງ. ທີ່ປຶກ ສາທ່ານ ທຣຳ ໄດ້ກ່າວວ່າທ່ານອະດີດປະທານາທິບໍດີໄດ້ປະຕິເສດ.

ຜູ້ຈັດການນຳໜ້າການຟ້ອງຮ້ອງ ທ່ານ ເຈມີ ແຣສກິນ ໄດ້ຂຽນໃນຈົດໝາຍສະບັບນຶ່ງທີ່ຖືກສົ່ງໄປທາງອີເມລໃນວັນພະຫັດວານນີ້ວ່າ ໃຫ້ອະດີດປະທານາທິບໍດີໄປໃຫ້ການ “ກ່ອນ ຫຼື ໃນລະຫວ່າງ” ການດຳເນີນຄະດີ ທີ່ຈະເລີ່ມຂຶ້ນໄວສຸດແມ່ນວັນທີ 9 ກຸມພານີ້.

ທ່ານ ແຣສກິນ ກ່າວວ່າ “ຖ້າເຈົ້າປະຕິເສດການເຊື້ອເຊີນນີ້, ພວກເຮົາຈະສະຫງວນສິດທິທຸກຢ່າງໃດໆ,​ ລວມທັງສິດທິເພື່ອຕັ້ງຫຼັກຖານຢູ່ການດຳເນີນຄະດີວ່າການປະຕິເສດທີ່ຈະໃຫ້ການຂອງເຈົ້າ ຈະສະໜັບສະໜູນຄວາມເຫັນມຸ່ງຮ້າຍ ກ່ຽວກັບ ການກະທຳຂອງເຈົ້າໃນວັນທີ 6 ມັງກອນ 2021.”

ທ່ານ ເຈສັນ ມິລເລີ, ທີ່ປຶກສາຂອງທ່ານ ທຣຳ ໄດ້ກ່າວວ່າ “ທ່ານປະທານາທິບໍດີຈະບໍ່ໄປໃຫ້ການ ໃນຂະບວນການທີ່ບໍ່ຖືກຕ້ອງຕາມລັດຖະທຳມະນູນ.” ຫຼາຍຊົ່ວໂມງຕໍ່ມາ, ທະນາຍຄວາມຂອງທ່ານ ທຣຳ, ທ່ານ ບຣູສ ຄາສເຕີ ແລະ ທ່ານ ເດວິດ ໂຊເອັນ ໄດ້ກ່າວວ່າຈົດໝາຍຂອງທ່ານ ແຣສກິນ ໄດ້ພິສູດໃຫ້ເຫັນວ່າພັກເດໂມແຄຣັດ “ບໍ່ສາມາດພິສູດການກ່າວຫາຂອງເຈົ້າ” ແລະ ວ່າການດຳເນີນຄະດີຟ້ອງຮ້ອງແມ່ນຮ້າຍແຮງໂພດ “ທີ່ຈະພະຍາຍາມຫຼິ້ນກົນລະວິທີນີ້.”

ທ່ານ ທຣຳ ຖືກຕັ້ງຂໍ້ກ່າວຫາ ກ່ຽວກັບ ການຍຸແຍ່ຜູ້ສະໜັບສະໜູນກໍ່ຈະລາຈົນທີ່ໄດ້ບຸກເຂົ້າໄປໃນລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນທີ່ຜ່ານມາ.

ບໍ່ເທົ່າໃດນາທີກ່ອນຈະມີການບຸກ, ເຊິ່ງໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນນັ້ນ, ທ່ານ ທຣຳ ໄດ້ບອກຜູ້ສະໜັບສະໜູນຫຼາຍພັນຄົນຢູ່ການຊຸມນຸມໃກ້ກັບທຳນຽບຂາວ “ໃຫ້ຕໍ່ສູ້ສຸດຊີວິດ” ໃນຂະນະທີ່ລັດ ຖະສະພາຢູ່ໃນຂະບວນການຢັ້ງຢືນປະທານາທິບໍດີ ໂຈ ໄບເດັນ ເປັນຜູ້ຊະນະການເລືອກຕັ້ງຢ່າງເປັນທາງການ. ຜູ້ສະໜັບສະໜູນຫຼາຍພັນຄົນໄດ້ເດີນຂະບວນໄປລັດຖະສະພາ, ເຊິ່ງຫຼາຍຄົນໃນນັ້ນ ໄດ້ບຸກເຂົ້າໄປໃນຕຶກກໍ່ກວນການຢັ້ງຢືນຜົນຄະແນນຕ່າງໆ. ເຈົ້າໜ້າທີ່ຕຳຫຼວດລັດຖະສະພາຄົນນຶ່ງ ແມ່ນລວມຢູ່ໃນຜູ້ທີ່ເສຍຊີວິດໃນການຈະລາຈົນນັ້ນ, ແລະ ສະພາຕໍ່າໄດ້ຟ້ອງຮ້ອງທ່ານ ທຣຳ ນຶ່ງອາທິດຕໍ່ມາ, ດ້ວຍການຊ່ວຍເຫຼືອຂອງສະມາຊິກພັກຣີພັບບລີກັນ 10 ຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນການສະໜັບສະໜູນພັກເດໂມແຄຣັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG