ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ປະຕິເສດ ຕໍ່ຄວາມເຫັນຂອງ ທ. ໄບເດັນ ທີ່ວ່າ ທ່ານ ໂບກ ‘ທຸງຂາວ’ ໃຫ້ກັບ ໄວຣັສໂຄໂຣນາ 


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂຄສະນາຫາສຽງ ໃນເມືອງອາເລນທາວ ລັດເພັນຊີລເວເນຍ, ວັນທີ 26 ຕຸລາ 2020.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂຄສະນາຫາສຽງ ໃນເມືອງອາເລນທາວ ລັດເພັນຊີລເວເນຍ, ວັນທີ 26 ຕຸລາ 2020.

ທ່ານໂຈ ໄບເດັນ ຜູ້ທ້າຊີງຈາກພັກເດໂມແຄຣັດ ກຳລັງກ່າວຫາປະທານາທິບໍດີທີ່ດຳລົງຕຳແໜ່ງ ວ່າທ່ານເຊົາຕໍ່ສູ້ກັບໄວຣັສໂຄໂຣນາ ໃນຂະນະດຽວກັນປະທາ ນາທິບໍດີ ດໍໂນລ ທຣຳ ຕອບໂຕ້ຄືນຕໍ່ອະດີດຮອງປະທານາທິບໍດີ ໃນລະຫວ່າງ ການໂຄສະນາຫາສຽງເພື່ອດຶງດູດຄະແນນສຽງຢູ່ໃນລັດທີ່ຍັງມີການແຂ່ງຂັນກັນ ໃນການເລືອກຕັ້ງຢູ່ນັ້ນ.

ທ່ານໄບເດັນ ໄດ້ກ່າວໃນເມືອງແຊັສເຕີ ລັດເພັນຊີລເວເນຍ ໃນລະຫວ່າງການຢຸດແວ່ໂຄສະນາຫາສຽງ ເປັນເວລາສັ້ນໆ ໃນຕອນບ່າຍຂອງວັນຈັນວານນີ້ ວ່າ “ດໍໂນລ ທຣໍາ ເປັນປະທານາທິບໍດີ ທີ່ຂີ້ຮ້າຍທີ່ສຸດ ເປັນບຸກຄົນທີ່ຂີ້ຮ້າຍທີ່ສຸດ ທີ່ບໍ່ໜ້າເປັນໄປໄດ້ເລີຍ ຜູ້ທີ່ພະຍາຍາມນຳພາພວກເຮົາຜ່ານຜ່າໂຣກລະບາດນີ້.”

ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານີ້ ທ່ານທຣຳ ໄດ້ເອີ້ນຄູ່ແຂ່ງຂອງທ່ານໃນວັນເລືອກຕັ້ງ ທີ 3 ພະຈິກນີ້ ວ່າ “ເປັນຜູ້ສະໝັກທີ່ໜ້າເວດທະນາ” ແລະປະເສດວ່າ ລັດຖະບານຂອງທ່ານ ບໍ່ໄດ້ໂບກ “ທຸງຂາວຂອງການຜ່າຍແພ້” ໃນສົງຄາມຕໍ່ຕ້ານໄວຣັສໂຄໂຣນາ ຕາມການກ່າວໃນການໂຄສະນາຫາສຽງຂອງທ່ານໄບເດັນນັ້ນ.

ກ່ອນໜ້ານີ້ບໍ່ດົນ ໃນການກ່າວຖະແຫລງ ຄັ້ງທຳອິດຂອງ ການໂຮມຊຸມນຸມສາມຄັ້ງ ຕໍ່ບັນດານັກຂ່າວຢູ່ທີ່ສະໜາມບິນໃນເມືອງອາເລນທາວ ເມື່ອວັນຈັນວານນີ້ ໃນລັດເພັນຊີລເວເນຍ ທີ່ເປັນລັດຍັງມີການແຂ່ງຂັນກັນຢູ່ນັ້ນ ທ່ານທຣຳ ໄດ້ກ່າວວ່າ ທ່ານໄບເດັນ ແມ່ນ “ໂບກທຸງຂາວຕໍ່ຊີວິດ. ລາວຕ້ອງອອກມາຈາກຫ້ອງໃຕ້ດິນຂອງລາວ. ຊາຍຜູ້ນີ້ ບໍ່ອອກມາຈາກຫ້ອງໃຕ້ດິນຂອງລາວ.”

ສ່ວນທ່ານໄບເດັນ ໃນວັນເສົາຜ່ານມາ ໄດ້ຈັດການໂຮມຊຸມນຸມແບບຂັບລົດເຂົ້າມາ ຢູ່ໃນລັດເພັນຊີລເວເນຍ ໂດຍປະຕິບັດຕາມຂໍ້ກຳນົດໃຫ້ຢູ່ຫ່າງກັນໃນສັງຄົມ ແລະ ໄດ້ກ່າວໃນຈັນວານນີ້ ວ່າ ທ່ານຈະອອກມາປາກົດໂຕຢູ່ທີ່ງານຄ້າຍຄືກັນນີ້ ໃນສອງສາມມື້ຂ້າງໜ້າ ຢູ່ທີ່ລັດຕ່າງໆ ເຊັ່ນລັດ ໄອໂອວາ ວິສຄັນຊິນ ຈໍເຈຍ ແລະຟລໍຣິດາ.

ອະດີດຮອງປະທານາທິບໍດີ ຍັງໄດ້ກ່າວຕ້ອງຕິທ່ານທຣຳ ໃນການປະຕິເສດຕໍ່ຈຳນວນກໍລິນີຕິດໄວຣັສໂຄວິດ-19 ຢູ່ໃນສະຫະລັດນັ້ນ ແມ່ນກຳລັງສູງຂຶ້ນ ແລະໄດ້ກ່າວອ້າງວ່າ ມັນຢູ່ໃນລະດັບທີ່ກຳລັງທຸ່ນທ່ຽງ ໂດຍໃຫ້ຂໍ້ສັງເກດວ່າ ທ່ານປະທານາທິບໍດີ ໄດ້ສະເໜີແນະວ່າ ພວກທ່ານໝໍທັງຫຼາຍ ເພີ້ມຈຳນວນໃຫ້ສູງຂຶ້ນ ເພາະວ່າ ພວກເຂົາເຈົ້າ ຈະໄດ້ຮັບເງິນຫຼາຍຂຶ້ນ.

ທ່ານໄບເດັນ ໄດ້ກ່າວຖາມໄປວ່າ “ນາຮົກເອີ້ຍ ມັນເກີດຫຍັງຂຶ້ນ ກັບຄົນຜູ້ນີ້?”

ໃນວັນອາທິດຜ່ານາມາ ທ່ານມາກ ແມໂດສ໌ ທີ່ປຶກສາຂອງທຳນຽບຂາວ ໄດ້ກ່າວຕໍ່ອົງການຂ່າວ CNN ໃນລາຍການ “State of the Union” ວ່າ ສະຫະລັດ ຈະ “ບໍ່ຄວບຄຸມ” ໂຣກລະບາດໄວຣັສໂຄໂຣນາ ຊຶ່ງເປັນການປົກປ້ອງການຕັດສິນໃຈໂດຍລັດຖະບານທ່ານທຣຳ ແລະຄະນະໂຄສະນາຫາສຽງ ທີ່ໄດ້ຈັດການໂຮມຊຸມນຸມທັງຫຼາຍຢ່າງແອອັດ ບ່ອນທີ່ການນຳໃຊ້ໜ້າກາກນັ້ນ ແມ່ນບໍ່ຄ່ອຍມີຫຼາຍ ແລະຢູ່ງານອື່ນໆ ເຖິງແມ່ນວ່າ ກໍລະນີຕິດເຊື້ອໄວຣັສໂຄວິດ-19 ເພີ້ມຂຶ້ນຢູ່ນັ້ນ ຊຶ່ງເປັນພະຍາດພາໃຫ້ເກີດເປັນໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG