ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ໃນວັນພຸດວານນີ້ໄດ້ສະເໜີໃຫ້ຮູ້ວ່າ “ເກົາຫລີໃຕ້ຮັ່ງມີປານຫຍັງ ແລະອາດຈະບໍ່ມັກພວກເຮົາປານໃດຊ້ຳ" ຊຶ່ງໄດ້ແນຄຳເວົ້າແບບໂຈມຕີນັ້ນ ໃສ່ການຂັດແຍ້ງ ໃນດ້ານການແບກຫາບຄ່າໃຊ້ຈ່າຍນຳກັນ ໃນການເອົາທະຫານຂອງສະຫະລັດໄປປະຈຳການຢູ່ທີ່ນັ້ນ.
ທ່ານທຣຳບໍ່ໄດ້ເວົ້າອອກຊື່ເກົາຫລີໃຕ້ຢ່າງເຈາະຈົງຢູ່ໃນການກ່າວຄຳປາໄສຂອງທ່ານ ຢູ່ບ່ອນໂຮມຊຸມນຸມທາງການເມືອງ ໃນລັດຟລໍຣິດານັ້ນ. ແຕ່ວ່າຕົວເລກທີ່ທ່ານທຣຳ ໄດ້ອ້າງອີງເຖິງ ແມ່ນກົງກັນກັບການຈົ່ມບໍ່ພໍໃຈກ່ຽວກັບໂຊລໃນເມື່ອກ່ອນ, ແລະພວກນັກວິເຄາະເຫດການ ເວົ້າວ່າທ່ານທຣຳໝາຍເຖິງໃຜນັ້ນບໍ່ເປັນເລື້ອງທີ່ຕ້ອງສົງໄສຫຍັງຫລາຍ.
ທ່ານເວົ້າວ່າ "ຂ້າພະເຈົ້າຈະບໍ່ບອກວ່າແມ່ນປະເທດໃດ, ແຕ່ວ່າເປັນປະເທດນຶ່ງ ທີ່ພວກເຮົາໄດ້ໃຊ້ຈ່າຍເງິນຢ່າງມະຫາສານເພື່ອປ້ອງກັນປະເທດນັ້ນ -- [ຢູ່ໃນ] ດິນແດນທີ່ເປັນອັນຕະລາຍຫລາຍ -- ແລະມັນມີຄ່າໃຊ້ຈ່າຍ 5 ຕື້ໂດລາ."
ພາຍຫລັງທີ່ໄດ້ຈົ່ມວ່າ ກ່ຽວກັບປະເທດດັ່ງກ່າວ ປະກອບສ່ວນໃຊ້ຈ່າຍພຽງແຕ່ ປະມານ 500 ລ້ານໂດລາ ຂອງຈຳນວນເງິນທັງໝົດດັ່ງກ່າວ, ທ່ານທຣຳກໍເວົ້າວ່າ "ພວກເຮົາໄດ້ເສຍເງິນ 4,5 ຕື້ໂດລາ ເພື່ອປ້ອງກັນປະເທດຮັ່ງມີ ປານອີ່ຫຍັງ ແລະອາດຈະບໍ່ມັກພວກເຮົາປານໃດຊ້ຳ."
ທ່ານທຣຳຍັງກ່າວອີກວ່າ ທ່ານໄດ້ບອກ "ຄົນຂອງຂ້ອຍ ໃຫ້ໂທຫາພວກເຂົາ ແລະຂໍໃຫ້ພວກເຂົາຈ່າຍສ່ວນທີ່ຍັງເຫລືອນັ້ນ ແລະພວກເຂົາກໍວ່າຈະຈ່າຍ. ພວກເຂົາຈະຈ່າຍ."
ທ່ານທຣຳໄດ້ຕຳໜິປະເທດພັນທະມິດຂອງສະຫະລັດ ຊຶ່ງລວມມີ ເກົາຫລີໃຕ້, ຍີ່ປຸ່ນ, ແລະຫຼາຍປະເທດໃນອົງການເນໂຕ (NATO) ວ່າ ບໍ່ໄດ້ຈ່າຍເງິນຢ່າງພໍພຽງໃນຄ່າໃຊ້ຈ່າຍເອົາທະຫານສະຫະລັດໄປປະຈຳຢູ່ແຜ່ນດິນຂອງເຂົາເຈົ້ານັ້ນ ມາໄດ້ຫລາຍທົດສະວັດແລ້ວ.
ແຕ່ວ່າ ຄຳເຫັນຂອງທ່ານ ທຣຳ ທີ່ກ່າວໃນວັນພຸດວານນີ້ ໄດ້ແນໃສ່ເກົາຫລີໃຕ້ ເປັນການສະເພາະ, ອີງຕາມຄຳເວົ້າຂອງທ່ານເດວິດ ແມັກສ໌ແວລ (David Maxwell), ນາຍພັນກຳລັງທະຫານພິເສດຂອງກອງທັບບົກສະຫະລັດ ທີ່ອອກກິນເບ້ຍບຳນານແລ້ວ ຊຶ່ງປັດຈຸບັນນີ້ ທ່ານປະຈຳຢູ່ມູນນິທິເພື່ອປ້ອງກັນປະຊາທິປະໄຕ.
ທ່ານກ່າວເພີ້ມອີກວ່າ "ມັນເປັນດັດຊະນີແຫ່ງຄວາມຫວັງ ທີ່ວ່າ ທ່ານຈະບໍ່ເວົ້າຊື່ເກົາຫລີໃຕ້ອອກມາ ແລະກໍເອົາເລື້ອງນີ້ມາໃຊ້ ພຽງແຕ່ເປັນຄຳເວົ້າຊັກຊວນ ຢູ່ ໃນການໂຄສະນາຫາສຽງຂອງທ່ານເທົ່ານັ້ນ."