ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຮູ້ສຶກເສຍໃຈ ທີ່ໃຊ້ຄຳເວົ້າ ບໍ່ຖືກ ລະຫວ່າງໂຄສະນາຫາສຽງ


ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ລະຫວ່າງການໂຄສະນາຫາສຽງທີ່ເມືອງ Charlotte ໃນລັດ North Carolina ເມື່ອວັນທີ 18 ສິງຫາ 2016.
ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ລະຫວ່າງການໂຄສະນາຫາສຽງທີ່ເມືອງ Charlotte ໃນລັດ North Carolina ເມື່ອວັນທີ 18 ສິງຫາ 2016.

ໃນ​ການ​ຮັບ​ສາລະພາບຕໍ່ໜ້າ​ສາທາລະນະ​ຊົນ ​ທີ່​ບໍ່​ຄ່ອຍເຫັນ​ກັນ ​ໃນ​ວັນ​ພະຫັດ​ວານ​ນີ້ ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ກ່າວ​ວ່າ ທ່ານ​ຮູ້ສຶກ “​ເສຍ​ໃຈ” ​ໃນ​ການ​ໃຊ້​ໂວຫານ​ ກ່າວ​ໂຈມ​ຕີ ​ແລະ​ໝິ່ນປະໝາດ ຈຳນວນ​ນຶ່ງ ທີ່​ໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ຂອງ​ທ່ານ ​ໃນ​ລະຫວ່າງ​ການ​ໂຄສະນາຫາ​ສຽງ.

ທ່ານ​ກ່າວ​ຕໍ່​ພວກ​ສະໜັບສະໜຸນທີ່​ເມືອງ Charlotte ໃນລັດ North Carolina ວ່າ “ບາງ​ຄັ້ງບາງ​ຄາວ​ໃນ​ລະຫວ່າງ​ການ​ອະພິປາຍ​ແລະ​ໂຕ້​ຖຽງ​ທີ່​ດຸ​ເດືອດ​ເພັດ​ຮ້ອນກ່ຽວ​ກັບຫຼາຍໆ ​ບັນຫານັ້ນ ທ່ານ​ບໍ່​ສາມາດເລືອກ​ໃຊ້ ​ຄຳ​ເວົ້າທີ່​ຖືກຕ້ອງ ແລະ​ເຊື່ອ​ຫຼືບໍ່​ວ່າ ຂ້າພະເຈົ້າຮູ້ສຶກ ​ເສຍ​ໃຈ ​ໂດຍ​ສະ​ເພາະ​ແລ້ວມັນ​ອາດ​ຈະ​ພາໃຫ້​ເກີດ​ຄວາມ​ເຈັບ​ປວດໃນ​ທາ​ງສ່ວນ​ຕົວ​ແກ່​ຄົນ​ອື່ນ.”

Clinton, Trump Vie for Police Support
please wait

No media source currently available

0:00 0:02:18 0:00

ຫລັງ​ຈາກ​ນັ້ນບໍ່​ດົນ​ຕໍ່​ມາ ທ່ານ Trump ທີ່​ພວກ​ເຮົາ​ເຄີຍ​ເຫັນ ​ກໍ​ກັບ​ຄືນ​ມາ​ອີກ ​ເວລາ​ທ່ານ​ເອີ້ນປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ​ວ່າ “ຄົນຂີ້ຕົວະ” ​ໂດຍ​ປະຕິ​ເສດ​ວ່າ ການ​ຈ່າຍ​ເງິນ 400 ລ້ານ​ໂດ​ລາ​ ຫວ່າງ​ບໍ່​ດົນ​ມານີ້​ໃຫ້​ແກ່​ອີ​ຣ່ານ ​ເປັນ​ເງິນ​ຄ່າ​ໄຖ່​ ສຳລັບ​ໂຕ​ປະກັນ.

ນອກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຫາ ​ທ່ານ​ນາງ Hillary Clinton ​ເປັນ​ຄົນ​ຫົວດື້ຍ້ອນ ທ່ານ​ກ່າວ​ວ່າ ທ່ານ​ນາງ​ມອງ​ເຫັນ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ​ເປັນ​ພຽງ ​ແຕ່​ຄະ​ແນນ​ສຽງ​ແລະ​ບໍ່​ເອົາ​ຫົວຊາ​ຕໍ່​ໂອກາດ​ທີ່​ພວກ​ເຂົາ​ເຈົ້າສົມຄວນ​ຈະ​ໄດ້​ຮັບ.

ທ່ານ Trump ​ໄດ້​ຮຽກຮ້ອງ​ໂດຍ​ກົງຂໍ​ຄະ​ແນນ​ສຽງ​ຈາກ​ພວກ​ຜູ້​ມີ​ສິດ​ປ່ອນ​ບັດ​ຜິວ​ດຳໂດຍ ​ກ່າວ​ວ່າ ລັດຖະບານ​ຂອງ​ພັກ​ເດ​ໂມ​ແຄຣັດແລະ​ນະ​ໂຍບາຍ​ແບບ​ເສລີ​ນັ້ນໄດ້​ເຮັດ​ໃຫ້ເຂົາ​ເຈົ້າປະສົບ​ກັບ​ຄວາມ​ຜິດ​ຫວັງ. ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ ຕໍ່​ຊາວ​ຜິວ​ດຳ​ວ່າ ຈະ​ເຫັນ​ຜົນ​ແບບ​ບໍ່​ໜ້າ​ເຊື່ອ​ຖ້າ​ທ່ານ​ຫາກ​ຖືກ​ເລືອກ​ເປັນປະທານາທິບໍດີ.

ທ່ານ Trump ຕັ້ງຄຳ​ຖາມ​ວ່າ “ພວກ​ທ່ານ​ຈະ​ເສຍ​ຫາຍ​ຫຍັງ​ໂດຍ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ໃໝ່ໆ.”

ພວກ​ຊາວ​ຜິວ​ດຳ ​ຕາມ​ປົກກະຕິ​ແລ້ວ ຈະ​ປ່ອນ​ບັດ​ ໃຫ້​ແກ່​ພັກ​ເດ​ໂມ​ແຄຣັດ ນັບ​ຕັ້ງ​ແຕ່​ໄດ້​ເກີດ​ສະພາບ​ເສດຖະກິດ​ຕົກ​ຕ່ຳ​ຄັ້ງ​ໃຫຍ່ ​ໃນ​ຊຸມ​ປີ 1930​ ຫລັງ​ຈາກ​ໄດ້​ໃຫ້ການ​ສະໜັບ​ສະ ໜັບ​ແກ່​ຜູ້​ສະໝັກ​ຂອງພັກ​ຣີພັບ​ບລີ​ກັນມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG